ໂຮງຮຽນ ມຕ ສີເກີດ ຢູ່ໃນເປົ້າໝາຍສ້າງໂຮງຮຽນຕົວແບບຄຸນນະພາບ ລະດັບປະເທດ

ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ສີ​ເກີດ ໄດ້​ຕັ້ງ­ໜ້າ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ຂອງ​ພັກ-ລັດ ກໍ​ຄື ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ວາງ​ອອກ​ຕາມ 3 ຂໍ້​ແຂ່ງ­ຂັນ ເນັ້ນ​ປະ­ຕິ­ບັດ​ການ​ສອນ​ດີ-ຮຽນ​ເກ່ງ ສ້າງ​ສິ່ງ­ແວ­ດລ້ອມ​ທີ່​ດີ​ຕ້ານ​ປາ­ກົດ­ການ​ຫຍໍ້­ທໍ້ ຕັ້ງ­ໜ້າ​ນຳ­ພາ​ສ້າງ​ໂຮງ­ຮຽນ​ຕົວ​ແບບ​ຂຽວ​ສະ­ອາດ ແລະ ຄຸນ​ນະ​ພາບ.

ທ່ານ ຄຳ​ແພງ ບຸນ​ທະ­ລາ​ວົງ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ສີ​ເກີດ ຂຶ້ນ​ປະ­ກອບ​ຄຳ​ເຫັນ ໃນ​ຫົວ­ຂໍ້: ນຳ­ພາ​ສ້າງ​ໂຮງ­ຮຽນ​ຕົວ​ແບບ​ຂຽວ​ສະ­ອາດ ແລະ ຄຸນ​ນະ​ພາບ​ດີ ຕໍ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ຄະ­ນະ​ພັກ​ເມືອງ​ນາ​ຊາຍ​ທອງ ໃຫ້​ຮູ້​ວ່າ: ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ສີ​ເກີດ ສ້າງ​ຂຶ້ນ 1984 ຢູ່​ວັດ​ບ້ານ​ນາ​ລ່ຽນ ປີ 1988 ຍ້າຍ​ອອກ​ມາ​ຢູ່​ບ້ານ​ຜາງ​ແຫ້ງ ມີ​ເນື້ອ­ທີ່ 6.303 ຕາ​ແມັດ ມີ​ອາ­ຄານ 2 ຫຼັງ ຫຼັງ​ໜຶ່ງ​ເປັນ​ຊັ້ນ​ດຽວ ເຄິ່ງ​ໜຶ່ງ​ເປັນ​ສະ­ໂມ­ສອນ ເຄິ່ງ​ໜຶ່ງ​ເປັນ​ຫ້ອງ​ຮຽນ ຫຼັງ​ທີ 2 ເປັນ​ອາ­ຄານ 2 ຊັ້ນ ມີ​ທັງ​ໝົດ 24 ຫ້ອງ ນຳ​ໃຊ້​ເປັນ​ຫ້ອງ​ຮຽນ ຊັ້ນ ມ1-ມ4 ຈຳ­ນວນ 18 ຫ້ອງ ຫ້ອງ​ຄອມ​ພິວ​ເຕີ 1 ຫ້ອງ ຫ້ອງ​ທົດ​ລອງ 1 ຫ້ອງ ຫ້ອງ​ແຕ້ມ 1 ຫ້ອງ ຫ້ອງ​ຄະ­ນະ​ອຳ­ນວຍ​ການ 1 ຫ້ອງ ຫ້ອງ​ພັກ ຄູ-ອາ­ຈານ 1 ຫ້ອງ ແລະ ຫ້ອງ​ຄົວ 1 ຫ້ອງ.

ໃນ 5 ປີ­ຜ່ານ­ມາ ມີ​ນັກ­ຮຽນ​ທັງ​ໝົດ 3.745 ຄົນ ຍິງ 1.992 ຄົນ ມີ​ຄູ-ອາ­ຈານ 34 ທ່ານ ຍິງ 21 ທ່ານ ໃນ​ນັ້ນ ມີ​ຄູ​ອາ­ສາ​ສະ­ໝັກ 11 ຄົນ ຍິງ 6 ຄົນ ລະ­ດັບ​ວິ­ຊາ​ສະ­ເພາະ​ຈົບ​ຊັ້ນ​ກາງ 1 ຄົນ ຍິງ 1 ຄົນ ຈົບ​ຊັ້ນ​ສູງ 23 ຄົນ ຍິງ 15 ຄົນ ປະ­ລິນ­ຍາ​ຕີ 9 ຄົນ ຍິງ 5 ຄົນ ກຳ­ລັງ​ສຶກ​ສາ​ຕໍ່​ປະ­ລິນ­ຍາ​ໂທ 1 ຄົນ ຄູ-ອາ­ຈານ​ທັງ​ໝົດ​ແມ່ນ​ໄດ້​ເຂົ້າ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ ມີ​ຊາວ​ໜຸ່ມ 27 ຄົນ ຍິງ 18 ຄົນ ແມ່­ຍິງ 21 ຄົນ ກຳ­ມະ­ບານ 23 ຄົນ ຍິງ 15 ຄົນ ສະ­ມາ­ຊິກ​ພັກ 15 ຄົນ ຍິງ 9 ຄົນ.

ເພື່ອ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ຂອງ​ພັກ-ລັດ ເວົ້າ​ລວມ ເວົ້າ​ສະ­ເພາະ ກໍ​ຄື ທິດ​ທາງ​ແຜນ­ການ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ວາງ​ອອກ ຕາມ 3 ຂໍ້​ແຂ່ງ­ຂັນ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ເຊັ່ນ: ສອນ​ດີ-ຮຽນ​ເກັ່ງ ຕ້ານ​ປະ­ກົດ​ການ​ຫຍໍ້­ທໍ້ ສ້າງ​ສິ່ງ­ແວ­ດລ້ອມ​ທີ່​ດີ​ໃນ​ໂຮງ­ຮຽນ-ສູນ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ກີ­ລາ ຄູ-ອາ­ຈານ​ທຸກ​ຄົນ ແມ່ນ​ເອົາ­ໃຈ­ໃສ່​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ ເປັນ­ຕົ້ນ​ແມ່ນ​ການ​ປະ­ຕິ­ບັດ​ໂມງ​ເວ­ລາ​ຂຶ້ນ ຫ້ອງ​ສິດ­ສອນ ມີ​ການ​ສ້າງ​ແຜນ­ການ​ສອນ​ໄລ­ຍະ​ສັ້ນ ໄລ­ຍະ​ຍາວ ການ​ແຕ່ງ​ບົດ​ສອນ ແລະ ຜ່ານ​ບົດ​ສອນ​ກ່ອນ​ຂຶ້ນ​ຫ້ອງ​ສອນ ພ້ອມ​ທັງ​ມີ​ການ​ສ້າງ​ສື່​ການ​ຮຽນ-ການ​ສອນ ມີ​ການ​ນິ­ເທດ​ພາຍ​ໃນ​ແຕ່​ລະ​ສາຍ​ປົກ­ກະ­ຕິ ມີ​ການ​ສອນ​ບຳ­ລຸງ​ນັກ­ຮຽນ​ທີ່​ຮຽນ​ອ່ອນ ແລະ ນັກ­ຮຽນ​ຈົບ​ຊັ້ນ ມ4 ຢ່າງ​ຕໍ່​ເນື່ອງ ຈຶ່ງ​ເຮັດ​ໃຫ້­ການ​ສອບ­ເສັງ​ເລື່ອນ​ຂັ້ນ ແລະ ຈົບ​ຊັ້ນ ໄດ້​ຄະ­ແນນ​ສົມ­ບູນ​ສະ­ເລ່ຍ 96,82% ແລະ ໄດ້​ນັກ­ຮຽນ​ເກ່ງ​ຂັ້ນ​ເມືອງ​ທຸກ​ປີ ສົກ­ຮຽນ 2014-2015 ໄດ້ 3 ຄົນ ຍິງ 3 ຄົນ ສົກ­ຮຽນ 2015-2016 ໄດ້ 4 ຄົນ ຍິງ 2 ຄົນ ສົກ­ຮຽນ 2016-2017 ໄດ້ 8 ຄົນ ຍິງ 6 ຄົນ ສົກ­ຮຽນ 2017-2018 ໄດ້ 3 ຄົນ ຍິງ 3 ຄົນ ສົກ­ຮຽນ 2018-2019 ໄດ້ 4 ຄົນ ຍິງ 4 ຄົນ.

ຄຽງ​ຄູ່​ກັບ​ດ້ານ​ວິ­ຊາ​ການ​ແລ້ວ ການ​ສ້າງ​ສິ່ງ­ແວ­ດລ້ອມ​ໃນ​ໂຮງ­ຮຽນ​ໃຫ້​ສະ­ອາດ ສວຍ​ງາມ ແລະ ໜ້າ​ຢູ່ ນີ້​ກໍ່​ເປັນ​ບັນ­ຫາ​ສຳ­ຄັນ​ເພາະ​ມັນ​ເປັນ​ສິ່ງ​ດູດ​ດຶງ ເຮັດ​ໃຫ້​ນັກ­ຮຽນ​ຮັກ​ໂຮງ­ຮຽນ ສະ­ຖານ­ທີ່​ໂຮງ­ຮຽນ​ມີ​ໜານ​ດອກ​ໄມ້​ລຽບ​ກຳ­ແພງ ໂຮງ­ຮຽນ ໜ້າ​ອາ­ຄານ ແລະ ໜ້າ​ຫ້ອງ​ຮຽນ​ມີ​ຕົ້ນ­ໄມ້​ໃຫ້​ຮົ່ມ ຕົ້ນ­ໄມ້​ປະ­ດັບ ມີ​ບ່ອນ​ນັ່ງ​ພັກ­ຜ່ອນ​ອ່ານ­ໜັງ­ສື​ຢູ່​ຮົ່ມ​ໄມ້ ມີ​ການ​ຈັດ​ລະ­ບົບ​ນ້ຳ​ໃຊ້​ຄັກ­ແນ່ ມີ​ອ່າງ​ລ້າງ​ມື 12 ອ່າງ ລະ­ບົບ​ນ້ຳ​ໃຊ້​ມີ 3 ປະ­ເພດ ຄື: ນ້ຳ​ດື່ມ ນ້ຳ​ປະ­ປາ ນ້ຳ​ບາ​ດານ ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ແລະ ຊົມ­ໃຊ້ ມີ​ບ່ອນ​ແຍກ​ຂີ້​ເຫຍື້ອ​ທີ່​ຈະ​ເປັນ​ພິດ​ຕໍ່​ຮ່າງ­ກາຍ ແລະ ສິ່ງ­ແວ­ດລ້ອມ ແມ່ນ​ໄດ້​ໃຊ້​ໜ່ວຍ​ບໍ­ລິ­ການ​ຂີ້​ເຫຍື້ອ ສ່ວນ​ປະ­ເພດ​ຂີ້​ເຫຍື້ອ​ປຽກ ແລະ ໃບ​ໄມ້​ແມ່ນ​ໄດ້​ເຮັດ​ເປັນ​ຝຸ່ນ​ໃສ່​ຕົ້ນ­ໄມ້.

ຍ້ອນ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ຄູ-ອາ­ຈານ​ທຸກ​ຄົນ ກ່ອນ​ຂຶ້ນ​ຫ້ອງ​ສິດ­ສອນ ຕ້ອງ​ເບິ່ງ​ຄວາມ​ສະ­ອາດ​ຂອງ​ຫ້ອງ​ຮຽນ​ໃຫ້​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໄດ້​ເຮັດ​ໃຫ້​ພໍ່​ແມ່​ຜູ້​ປົກ­ຄອງ​ຂອງ​ນັກ­ຮຽນ​ເອົາ​ລູກ​ຫຼານ​ມາ​ເຂົ້າ​ໂຮງ­ຮຽນ​ຈຳ­ນວນ​ຫຼາຍ ພິ­ເສດ​ໃນ​ສົກ­ຮຽນ 2015-2016 ໂຮງ­ຮຽນ​ເຮົາ​ໄດ້​ຮັບ​ໂລ່​ລາ­ງວັນ ໂຮງ­ຮຽນ​ຂຽວ​ສະ­ອາດ ແລະ ມີ​ຄຸນ​ນະ​ພາບ​ດີ​ຂັ້ນ​ນະ­ຄອນ­ຫຼວງ ປະ­ຈຸ​ບັນ ໂຮງ­ຮຽນ​ພວກ​ເຮົາ​ຢູ່​ໃນ​ເປົ້າ​ໝາຍ ສ້າງ​ໂຮງ­ຮຽນ​ຕົວ​ແບບ​ຄຸນ​ນະ​ພາບ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ລະ­ດັບ​ປະ­ເທດ).

ເພື່ອ​ເສີມ​ຂະ­ຫຍາຍ​ທິດ​ທາງ​ແຜນ­ການ​ໃນ­ຕໍ່­ໜ້າ ໂຮງ­ຮຽນ​ຂອງ​ພວກ​ເຮົາ​ຈະ​ສູ້​ຊົນ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຄຳ​ສັ່ງ ກົດ​ລະ­ບຽບ ກົດ­ໝາຍ ແລະ ແຜນ​ພັດ­ທະ­ນາ​ການ​ສຶກ​ສາ ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ວາງ​ອອກ ມາ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ມີ​ປະ­ສິດ­ທິ­ພາບ ແລະ ປະ­ສົບ​ຜົນ­ສຳ­ເລັດ​ຕາມ​ລະ­ດັບ​ຄາດ­ໝາຍ​ທີ່​ວາງ​ໄວ.

ຜົນ­ງານ ແລະ ໄຊ­ຊະ­ນະ​ທີ່​ຍາດ​ມາ​ໄດ້​ຂ້າງ​ເທິງ​ນັ້ນ ກໍ​ຍ້ອນ​ໄດ້​ມີ​ແນວ­ທາງ​ທີ່​ຖືກ­ຕ້ອງ​ຂອງ​ພັກ ແລະ ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ຊີ້​ນຳ-ນຳ­ພາ​ຈາກ​ຄະ­ນະ​ພັກ​ຂັ້ນ​ເທິງ ໂດຍ​ສະ­ເພາະ​ແມ່ນ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ ອົງ­ຄະ​ນະ​ພັກ​ເມືອງ ອົງ­ການ​ປົກ­ຄອງ​ເມືອງ​ນາ​ຊາຍ​ທອງ ໄດ້​ເອົາ­ໃຈ­ໃສ່​ຕໍ່​ວຽກ​ງານ​ການ​ສຶກ​ສາ​ທຸກ​ຂັ້ນ ແລະ ຍ້ອນ​ການ​ປະ­ກອບ­ສ່ວນ​ຂອງ​ຄະ­ນະ​ພັດ­ທະ­ນາ​ການ​ສຶກ​ສາ ຜູ້​ປົກ­ຄອງ​ນັກ­ຮຽນ​ຕະ­ຫຼອດ​ຮອດ​ຜູ້​ປະ­ກອບ​ການ​ພາຍ​ໃນ ແລະ ພາຍ​ນອກ​ໄດ້​ຊ່ວຍ­ເຫຼືອ ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກ​ດ້ວຍ​ດີ​ຕະ­ຫຼອດ​ມາ ພິ­ເສດ ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ຈາກ​ມຸນ​ນິ­ທິ​ຄົນ​ໃຈ​ບຸນ ເພື່ອ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ​ປະ­ເທດ​ເຢຍ​ລະ​ມັນ.

error: Content is protected !!