ປະໂຫຍກຄຳເວົ້າທີ່ວ່າ: ຮຽນ-ຮູ້-ເຮັດ ຖືເປັນຄຳເວົ້າທີ່ສັດຈະທຳທີ່ສຸດ ເມື່ອໃດການຮຽນຮູ້ ເຂົ້າໃຈ ແລະ ຖືກນຳໃຊ້ເຂົ້າໃນການປະຕິບັດຕົວຈິງ ຈຶ່ງເຮັດໃຫ້ການສຶກສາຫາຄວາມຮູ້ນັ້ນສົມບູນແບບ ເພາະຄວາມຮູ້ທີ່ຮຽນມານັ້ນ ສາມາດຜັນຂະຫຍາຍນຳໃຊ້ສູ່ໜ້າທີ່ວຽກງານຕົວຈິງ ສ້າງຄຸນປະໂຫຍດໃຫ້ກັບຕົວເອງ ຄອບຄົວ ແລະ ສັງຄົມ ເຊິ່ງກໍແມ່ນຄວາມມຸ່ງຫວັງຂອງທຸກຄົນ ທີ່ຕ້ອງການມີຄວາມຮູ້ ຄວາມສາມາດ ແລະ ນຳໃຊ້ຄວາມຮູ້ທີ່ໄດ້ຮ່ຳຮຽນມານັ້ນ ປະກອບເປັນວິຊາອາຊີບ ເພື່ອສ້າງລາຍຮັບ ພັດທະນາຄຸນນະພາບຊີວິດຂອງຕົນ ໃຫ້ນັບມື້ດີຂຶ້ນ ສາມາດຫຼຸດພົ້ນຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ຕາມທິດທາງນະໂຍບາຍຂອງພັກ-ລັດຖະບານວາງໄວ້.

ທ້າວ ກີຮື ລາວກີ ອາຍຸ 26 ປີ ຊາວໜຸ່ມບ້ານລາວເລວ ເມືອງສຳພັນ ແຂວງຜົ້ງສາລີ ເປັນຜູ້ໜຶ່ງໃນຈຳນວນ 43 ຄົນ ທີ່ໄດ້ຮັບທຶນຈາກໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເຊິ່ງເປັນໂຄງການຮ່ວມມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ກ່າວວ່າ: ຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງ ທີ່ພັກ-ລັດຖະບານ ກໍຄື ກົມພັດທະນາວິຊາຊີບ ຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ເມືອງສຳພັນ ທີ່ເປີດໂອກາດອັນດີໃຫ້ຕົນເອງໄດ້ຮັບທຶນຂອງໂຄງການດັ່ງກ່າວ ໂດຍການສະໜັບສະໜູນເງິນທຶນໝູນວຽນຈຳນວນ 10 ລ້ານກີບ ແບບບໍ່ມີດອກເບ້ຍ ໃນດ້ານການພັດທະນາຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານສຳລັບປະກອບອາຊີບໃຫ້ແກ່ຕົນເອງ ເຊິ່ງພາຍຫຼັງທີ່ສຳເລັດການຮຽນຈາກສູນເຝິກອົບຮົມວິຊາຊີບ ຊາວໜຸ່ມ ດອນບອສໂກມາອິນ ນະຄອນຫຼວງວຽງຈັນ ມາແຕ່ 2017 ແລະ ກັບຄືນມາບ້ານເກີດ ເພື່ອຫວັງຈະນຳໃຊ້ຄວາມຮູ້ທີ່ຮຽນມາ ປະກອບອາຊີບເປີດຮ້ານສ້ອມແປງລົດຈັກ ຕາມເປົ້າໝາຍທີ່ຕັ້ງເອົາໄວ້ ແຕ່ກໍຕ້ອງມາຢຸດສະງັກ ເນື່ອງຈາກທຶນຮອນບໍພຽງພໍ ເພາະຖະນາການເງິນຂອງຄອບຄົວຍັງມີບັນຫາທີ່ຈະຕ້ອງໃຊ້ຈ່າຍຫຼາຍ ພໍ່ແມ່ກໍເປັນພຽງຊາວກະສິກອນ ບວກກັບນ້ອງຜູ້ຫຼ້າກໍຍັງຮຽນຢູ່ຕົນເອງເປັນລູກກົກ ຕ້ອງມີໜ້າທີ່ຊ່ວຍເຫຼືອຄອບຄົວ ເພື່ອໃຫ້ 5 ຊີວິດ ມີຢູ່ມີກິນ.

ນັບວ່າໂຊກດີທີ່ທາງໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ຢິບຍື່ນໂອກາດອັນດີໃນຄັ້ງນີ້ໃຫ້ກັບຕົນເອງ ເພື່ອຈະນຳໃຊ້ທຶນຮອນຄັ້ງນີ້ ໃນການເປີດຮ້ານເປັນຂອງຕົນເອງ ສົມທົບກັບວັດຖຸອຸປະກອນທີ່ຈຳເປັນຈຳນວນໜຶ່ງ ທີ່ໄດ້ຊື້ຫ້າງຫາກະກຽມເອົາໄວ້ໃນເບື້ອງຕົ້ນ ເພື່ອເຮັດໃຫ້ສາມາດເປີດບໍລິການໃຫ້ກັບລູກຄ້າ ຈະນຳໃຊ້ຄວາມຮູ້ ຄວາມສາມາດທີ່ໄດ້ສຶກສາຮ່ຳຮຽນມາ ບວກກັບທຶນຮອນທີ່ໄດ້ຮັບຈາກໂຄງການ ຜັນຂະຫຍາຍສ້າງລາຍຮັບໃຫ້ກັບຄອບຄົວ ພັດທະນາຄຸນນະພາບຊີວິດໃຫ້ນັບມື້ດີຂຶ້ນ ໄປພ້ອມໆກັບການຂະຫຍາຍໂອກາດ ໃຫ້ກັບຊາວໜຸ່ມພາຍໃນບ້ານ ແລະ ຜູ້ທີ່ສົນໃຈໃນການປະກອບອາຊີບເປັນຊ່າງສ້ອມແປງລົດຈັກ ໃຫ້ໄດ້ຮັບໂອກາດດີໆ ຄືດັ່ງຕົນເອງໄດ້ຮັບໂດຍການເປີດສິດສອນ ຖ່າຍຖອດໃຫ້ຄວາມຮູ້ກັບເພື່ອນຊາວໜຸ່ມ ແລະ ເກັບອອມລາຍຮັບຈຳນວນໜຶ່ງ ເພື່ອສົ່ງຕົ້ນທຶນໃນເວລາກຳນົດໃຫ້ຄົບຕາມຈຳນວນ ເພື່ອທາງໂຄງການຈະໄດ້ນຳໃຊ້ທຶນເຫຼົ່ານັ້ນໝູນວຽນໄປໃຫ້ກັບຊາວໜຸ່ມຜູ້ອື່ນໆ ຈະໄດ້ຮັບໂອກາດອັນດີເຊັ່ນດຽວກັນກັບຕົນເອງ.
ທ່ານ ບຸນໄຊ ຈິດທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງສຳພັນ ແຂວງຜົ້ງສາລີ ກ່າວວ່າ: ກ່ອນອື່ນຂໍຂອບໃຈ ນຳບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທີມອບທຶນດັ່ງກ່າວໃຫ້ກັບຊາວໜຸ່ມລາວ ໂດຍສະເພາະ ທ້າວ ກີຮື ລາວກີ ເຊິ່ງສະມາຊິກຊາວໜຸ່ມເມືອງຂອງພວກເຮົາ ທີ່ໄດ້ສຳເລັດການສຶກສາຮ່ຳຮຽນມາວິຊາຊ່າງສ້ອມແປງລົດຈັກ ຈາກສູນເຝິກວິຊາຊີບ ດອນບອສໂກ ຂອງ ສຊປລ ແລະ ດ້ວຍຄວາມເປັນຫ່ວງເປັນໄຍຈາກພັກ-ລັດຖະບານ ກໍຄື ກົມພັດທະນາວິຊາຊີບຊາວໜຸ່ມ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວໜຸ່ມແຂວງຜົ້ງສາລີ ຍາມໃດກໍໃຫ້ຄວາມເປັນຫວ່ງເປັນໄຍ ເອົາໃຈໃສ່ລົງໃກ້ຊິດຕິດແທດ ຂົນຂວາຍທຶນຮອນ ໃຫ້ການຊຸກຍູ້ຊາວໜຸ່ມເມືອງເຮົາຕະຫຼອດມາ ໃນການຊຸກຍູ້ສົ່ງເສີມຊາວໜຸ່ມເມືອງພວກເຮົາ ໃຫ້ມີວຽກເຮັດງານທຳ ພັດທະນາຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ ກໍຄື ຊາວໜຸ່ມເມືອງສຳພັນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍໄດ້ຄັດເລືອກເອົາຊາວໜຸ່ມກຸ່ມເປົ້າໝາຍ ໂດຍສະເພາະ ທ້າວ ບຸນເພັງ ກີຮື ລາວກີ ໄດ້ຮັບທຶນຈາກໂຄງການດັ່ງກ່າວ ໃນການສ້າງຢູ່ທຳກິນ ພັດທະນາອາຊີບ ນຳໄປສູ່ການພັດທະນາຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.
ນຳສະເໜີໂດຍ: ແວ່ນຂາວ