ພະແນກສຶກສາທິການ ແລະ ກີລາ ແຂວງບໍ່ແກ້ວກໍໄດ້ເປັນເຈົ້າການສືບຕໍ່ປະຕິບັດມາດຕະການຕ່າງໆແນໃສ່ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ໃນກຸ່ມນັກຮຽນ-ນັກສຶກສາໂດຍໄດ້ອອກແຈ້ງການແບ່ງຄວາມຮັບຜິດຊອບລົງຕິດຕາມຢ່າງໃກ້ຊິດ.

ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ-ກີລາແຂວງບໍ່ແກ້ວ ໃຫ້ສຳພາດໃນໂອກາດທີ່ຄະນະສື່ມວນຊົນໄດ້ເດີນທາງລົງໄປເກັບກຳຂໍ້ມູນເພື່ອເຮັດຂ່າວກ່ຽວກັບມາດຕະການຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງ COVID-19 ຢູ່ແຂວງບໍ່ແກ້ວ ໃນໄລຍະວັນທີ 16-18 ມິຖຸນາ ວ່າ: ອີງຕາມແຈ້ງການ ຂອງກະຊວງສຶກສາທິການ-ກີລາ ສະບັບເລກທີ 443/ສສກ ວ່າດ້ວຍການກະກຽມເປີດໂຮງຮຽນສາມັນສຶກສາ ຄືນໃໝ່ ຄື ຊັ້ນ ປ5 ມ4 ແລະ ມ7 ໃນວັນທີ 18 ພຶດສະພາ 2020 ແລະ ແຈ້ງການຂອງຄະນະນຳຂອງກົມສາມັນສຶກສາເລກທີ 517/ສມ ລົງວັນທີ 29 ພຶດສະພາ 2020 ໃນການປະຕິບັດຫຼັກສູດ

ສຳລັບຂັ້ນຮຽນ ປ1-ປ4 ມ1-ມ3 ແລະ ມ5-ມ6 ໃນການເປີດການຮຽນການສອນຄືນໃໝ່ໃນວັນທີ 2 ມິຖຸນາ 2020 ແລະ ການຮຽນ ທຸກຊັ້ນ ທຸກຂັ້ນ ຫຼັງຈາກນັ້ນ ຄະນະພະແນກສຶກສາທິການ-ກີລາແຂວງ ໄດ້ເປີດກອງປະຊຸມກະກຽມການເປີດຮຽນຄືນໃໝ່ ໂດຍໄດ້ອອກແຈ້ງການແນະນຳ ບັນດາຫ້ອງການສຶກສາ-ກີລາເມືອງ ໂຮງຮຽນອ້ອມຂ້າງ ໂດຍຈັດແບ່ງຄວາມຮັບຜິດຊອບໃຫ້ຄະນະພະແນກ ໂດຍສົມທົບກັບຄະນະຫ້ອງການສຶກສາທິການ-ກີລາເມືອງ ລົງກວດກາ ຕິດຕາມ ແນະນຳ ຜູ້ບໍລິຫານ ຄູ-ອາຈານ ແລະ ນ້ອງນັກຮຽນ ເປັນຕົ້ນແມ່ນການຈັດຕັ້ງຫ້ອງຮຽນ ແບ່ງຂັ້ນ-ຊັ້ນຮຽນ ແບ່ງຫ້ອງຮຽນ ການຈັດບ່ອນນັ່ງ ໂຕະ-ຕັ່ງແຕ່ລະຄົນ ຫ່າງ 1 ແມັດຂຶ້ນໄປ ສ່ວນຄູ-ອາຈານ ແລະ ນັກຮຽນແຕ່ລະຄົນຕ້ອງໄດ້ໃສ່ຜ້າອັດປາກ-ດັງ ເວລາພັກຜ່ອນແມ່ນຕ້ອງລ້າງ ມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງ ພ້ອມນັ້ນກໍແນະນຳຄູບໍ່ໃຫ້ນັກຮຽນຈັດກຸ່ມກ້ອນຮ່ວມກັນໃນເວລາພັກຜ່ອນ ຫຼື ຫຼິ້ນກິດຈະກຳຕ່າງໆ ຖ້າຈັດກໍໃຫ້ເວັ້ນໄລຍະຫ່າງ 1 ແມັດຂຶ້ນໄປ.

ການລົງເຄື່ອນໄຫວເກັບກຳຂໍ້ມູນເພື່ອຂຽນຂ່າວຂອງຄະນະສື່ມວນຊົນແມ່ນເປັນການຮ່ວມມືຂອງສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ແລະ ອົງການອຸຍນີເຊັບ ໂດຍການສະໜັບສະໜູນຂອງ ອົງການອຸຍນີເຊັບ ແລະ USAID.
