ຖ້າຫາກທ່ານ ໄດ້ຕິດຕາມຂ່າວກ່ຽວກັບການເຄື່ອນໄຫວຂອງວຽກງານການສຶກສາ ກໍຄື ການເຄື່ອນໄຫວວຽກງານ ທາງດ້ານສັງຄົມ ຂອງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ກໍຄົງ ຈະຮູ້ກ່ຽວກັບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເປັນການຮ່ວມມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໂດຍບໍລິສັດໄດ້ໃຫ້ການສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ແລະ ມອບທຶນບໍ່ມີດອກເບ້ຍ ດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານສຳລັບ ປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ ປັດຈຸບັນ ເງິນທຶນໝູນວຽນຈຳນວນນັ້ນ ໄດ້ຈັດຕັ້ງປະຕິບັດມາໄດ້ 3 ໄລຍະ ສາມາດມອບທຶນຊ່ວຍເຫຼືອຊາວໜຸ່ມກູ້ຢືມທັງໝົດ ຈຳນວນ 43 ທຶນ ລວມມູນຄ່າທັງໝົດເກືອບ 400 ລ້ານກີບ ແລະ ໃນແຕ່ລະປີ ບໍລິສັດ ແລະ ສູນກາງຊາວໜຸ່ມ ຍັງໄດ້ລົງຊຸກຍູ້ຕິດຕາມຊາວໜຸ່ມເກືອບທຸກແຂວງໃນທົ່ວປະເທດ ລວມໄປເຖິງຜູ້ທີ່ປະສົບຜົນສຳເລັດ ແລະ ຜູ້ທີ່ຍັງດຳເນີນທຸລະກິດໃນປັດຈຸບັນນຳອີກ.

ນາງ ສຸພາພອນ ພຸດສະນີ ຊາວໜຸ່ມບ້ານຊາງຄອງ ນະຄອນຫຼວງພະບາງ ແມ່ນໜຶ່ງໃນຈຳນວນຊາວໜຸ່ມຜູ້ທີ່ໄດ້ຮັບທຶນຈາກໂຄງການດັ່ງກ່າວ ແລະ ພວມດຳເນີນທຸລະກິດເປັນຂອງຕົນເອງໂດຍການເປີດຮ້ານບໍລິການ ຕັດຫຍິບເຄື່ອງນຸ່ງຂອງສຸພາບສະຕີຢູ່ເຮືອນຂອງຕົນເອງ ແລະ ກຳລັງເປັນທີ່ນິຍົມຊົມຊອບຂອງລູກຄ້າ ດ້ວຍງານສີມືອັນປະນີດບັນຈົງ ແລະ ການບໍລິການທີ່ວ່ອງໄວຖືກໃຈສັ່ງໄດ້ຕາມຄວາມຕ້ອງການ.
ນາງ ສຸພາພອນ ພຸດສະນີ ກ່າວວ່າ: ພາຍຫຼັງທີ່ຮຽນຈົບ ຈາກສູນເຝິກອົບຮົມວິຊາຊີບ ຊາວໜຸ່ມ ດອນບອສໂກ ມາອິນ ນະຄອນຫຼວງວຽງຈັນ ແຕ່ 2015 ກໍ່ໄດ້ນຳເອົາວິຊາຄວາມຮູ້ ທີ່ຮຽນມາ ສືບຕໍ່ພັດທະນາ ດ້ວຍການເປີດງານຕັດຫຍິບເສື້ອຜ້າຂອງສຸພາບສະຕີ ເຊິ່ງເບື້ອງຕົ້ນ ຍ້ອນຂາດທຶນຮອນ ບວກກັບເປັນມືໃໝ່ ທີ່ລູກຄ້າຍັງບໍ່ທັນຮູ້ຈັກຫຼາຍ ກໍເລີຍເຮັດໃຫ້ບໍ່ສາມາດຂະຫຍາຍໂອກາດ ແລະ ບໍລິການໄດ້ດີເທົ່າທີ່ຄວນ.
ແຕ່ຍ້ອນການໄດ້ຮັບໂອກາດອັນດີ ບວກກັບກຳລັງໃຈຈາກຄອບຄົວ ກໍຄືການຈັດຕັ້ງຂັ້ນເທິງໃຫ້ການຊຸກຍູ້ສົ່ງເສີມ ໂດຍສະເພາະ ໄດ້ໂອກາດອັນດີ ຮັບທຶນຈາກໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ” ໃນວັນທີ 20 ມິຖຸນາ 2019 ໃນຈຳນວນເງິນ 10 ລ້ານກີບ ຈາກ ເງິນທຶນຈຳນວນດັ່ງກ່າວ ໄດ້ນຳໃຊ້ເຂົ້າໃນການຊື້ວັດຖຸອຸປະກອນ ເຄື່ອງມືທີ່ຈຳເປັນ ເຂົ້າ ເສີມພາຍໃນຮ້ານ ເຮັດໃຫ້ສາມາດບໍລິການລູກຄ້າໄດ້ວ່ອງໄວ ແລະ ສາມາດຕອບສະໜອງ ຄວາມຕ້ອງການຂອງສັງຄົມ ດ້ວຍຄວາມອຸດສາຫະ ສືບຕໍ່ສຶກສາຮ່ຳຮຽນຈາກການເຮັດຕົວຈິງ ແລະ ການສຶກສານຳປື້ມແບບ ແລະ ຮູບແບບຄວາມຕ້ອງການຂອງລູກຄ້າ ເຮັດໃຫ້ສີມືມີການພັດທະນາຂຶ້ນຢ່າງວ່ອງໄວ ເປັນທີ່ເພິ່ງພໍໃຈຂອງລູກຄ້າ.
ໄປຄຽງຄູ່ກັບການພັດທະນາງານສີມືເປັນທີ່ຍອມຮັບໃນສັງຄົມ ໄປພ້ອມກັນ ກໍແມ່ນຊາວໜຸ່ມ ຜູ້ສົນໃຈເຂົ້າມາສຶກສາຮ່ຳຮຽນ ວິຊາຕັດຫຍິບເສື້ອຜ້າສຸພາບສະຕີນຳ ຈຳນວນ 3 ຄົນ ທີ່ຮຽນ ຈົບຫຼັກສູດພື້ນຖານການບໍລິການຕັດຫຍິບເສື້ອຜ້າຂອງສຸພາບສະຕີ ຈົນສາມາດໄປເປີດຮ້ານບໍ ລິການເປັນຂອງຕົນເອງ ແລະ ກຳລັງຮຽນຢູ່ 1 ຄົນ.
ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ໄດ້ໃຫ້ໂອກາດຕົນເອງ ໄດ້ພັດທະນາວິຊາອາຊີບ ສ້າງລາຍຮັບໃຫ້ກັບຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການພັດທະນາດີຂຶ້ນ ຂໍຂອບໃຈນຳໂຄງ ການ ໂດຍສະເພາະ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໃຫ້ໂອກາດອັນດີ ຈະສືບຕໍ່ພັດທະນາສີມື ວິຊາອາຊີບ ເກັບທຶນຮອນສົ່ງຄືນໃຫ້ກັບໂຄງການ ເພື່ອໄປມອບຕໍ່ໃຫ້ ກັບຊາວໜຸ່ມຜູ້ອື່ນໆຕໍ່ໄປ ໃຫ້ໄດ້ຮັບໂອກາດອັນດີຄືດັ່ງຕົນເອງໄດ້ຮັບຜ່ານມາ ພ້ອມກັບການສືບຕໍ່ຜັນຂະຫຍາຍຄວາມຮູ້ເຂົ້າໃນການພັດທະນາອາຊີບ ແລະ ຖ່າຍຖອດຄວາມຮູ້ທີ່ໄດ້ຮຽນມາໃຫ້ກັບຊາວໜຸ່ມຜູ້ສົນໃຈທາງດ້ານອາຊີບນີ້ຕໍ່ໄປ.
ທ່ານໃດ ສົນໃຈອາຊີບນີ້ ແລະ ຢາກມາລອງໃຊ້ບໍລິການ ກໍສາມາດຕິດຕໍ່ໄດ້ ທີ່ບ້ານຊ່າງຄອງ ນະຄອນຫຼວງພະບາງ ຫຼື ໂທລະສັບ 020 28668886 ຍິນດີໃຫ້ການບໍລິການ ດ້ວຍຄວາມປະທັບໃຈ.
ນຳສະເໜີໂດຍ: ແວ່ນຂາວ