ພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານກີລາ-ກາຍະກຳ ເປັນວຽກງານໜຶ່ງທີ່ເປັນບຸລິມະສິດ ເປັນພາຫະນະຕົ້ນຕໍໃນການພັດທະນາຊັບພະຍາກອນມະນຸດ ທັງເປັນປັດໄຈທີ່ສຳຄັນຂອງການຜະລິດ ທີ່ມີລັກສະນະຕັດສິນການພັດທະນາເສດຖະກິດ-ສັງຄົມ ແນໃສ່ຍົກຖານະບົດບາດຂອງຊາດ ເພີ່ມທະວີຄວາມສາມັກຄີ ມິດຕະພາບ ການຮ່ວມມືກັບບັນດາປະເທດອະນຸພາກພື້ນ ແລະ ສາກົນ ດັ່ງນັ້ນ ໃນປີ 2008 ຈຶ່ງໄດ້ສ້າງຕັ້ງສູນເຝິກກີລາແຫ່ງຊາດຂຶ້ນ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມ ມີຈຸດປະສົງເປັນສະຖານທີ່ພັກ ແລະ ເຝິກແອບຂອງທັບນັກກີລາລາວ ກຽມເຂົ້າຮ່ວມການແຂ່ງຂັນ ໂດຍສະເພາະ ງານມະຫະກຳກີລາຊີເກມ ຄັ້ງທີ 25 ປີ 2009 ທີ່ ສປປ ລາວ ຮັບໜ້າທີ່ເປັນເຈົ້າພາບ ເຊິ່ງທັບນັກກີລາລາວ ສາມາດຍາດໄດ້ 33 ຫຼຽນຄຳ 25 ຫຼຽນເງິນ ແລະ 52 ຫຼຽນທອງ ລວມຫຼຽນທັງໝົດ 110 ຫຼຽນ ຢູ່ໃນອັນດັບທີ 7 ຈາກ 11 ປະເທດທີ່ເຂົ້າຮ່ວມ.
ຈາກຜົນງານທີ່ຜ່ານມາ ເພື່ອເຮັດໃຫ້ມູນເຊື້ອຂອງທັບນັກກີລາວລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ມີລັກສະນະຍືນຍົງໃນການກໍ່ສ້າງບຸຄະລາກອນ ແລະ ນັກກີລາຮຸ່ນສືບທອດ ພັກ ແລະ ລັດຖະບານ ຈຶ່ງເຫັນດີຕົກລົງມອບໃຫ້ກະຊວງສຶກສາທິການ ແລະ ກີລາ (ສສກ) ສ້າງຕັ້ງໂຮງຮຽນພອນສະຫວັນກີລາ-ກາຍຍະກຳຂຶ້ນ ໃນປີ 2013 ຍ້ອນຄືແນວນັ້ນ ກະຊວງ ສສກ ຈຶ່ງໄດ້ມີວິໄສທັດຮອດປີ 2030 ຍຸດທະສາດຮອດປີ 2025 ແຜນພັດທະນາຂອງຂະແໜງການສຶກສາ ແລະ ກີລາ 5 ປີ ຄັ້ງທີ VIII ແຕ່ປີ 2016-2020 ແລະ ແຜນພັດທະນາກີລາ-ກາຍະກຳ ແຕ່ນີ້ເຖິງປີ 2020 ໃນນັ້ນ ໄດ້ກຳນົດໄວ້ໃນຍຸດທະສາດທີ 3 ຂອງແຜນພັດທະນາຂອງຂະແໜງການສຶກສາ ແລະ ກີລາ 5 ປີ ຄັ້ງທີ VIII ແຕ່ປີ 2016-2020 ກ່ຽວກັບວຽກງານການສົ່ງເສີມກີລາ-ກາຍະກຳອາຊີບ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ກຳນົດວຽກງານຈຸດສຸມໃນຍຸດທະສາດດັ່ງກ່າວທັງໝົດ 12 ວຽກງານຈຸດສຸມທີ່ເປັນບຸລິມະສິດໜຶ່ງ ໃນນັ້ນແມ່ນວຽກງານການໂຮມສູນເຝິກກີລາແຫ່ງຊາດ ພະແນກວິທະຍາສາດການກີລາ ແລະ ໂຮງຮຽນພອນສະຫັວນກີລາ-ກາຍຍະກຳ ຍົກຖານະຂຶ້ນເປັນສະຖາບັນກີລາ-ກາຍະກຳ ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ທ່ານ ສິງຄຳ ນາລິນ ຮັກສາການຜູ້ອຳນວຍການສະຖາບັນກີລາ-ກາຍະກຳ ກ່າວວ່າ: ສະຖາບັນກີລາ-ກາຍະກຳ ແມ່ນສະຖານການສຶກສາຊັ້ນສູງດ້ານການກີລາ ສ້າງຕັ້ງຂຶ້ນເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາກີລາ-ກາຍະກຳ ມີຖານະທຽບເທົ່າກັບຄະນະວິຊາຂອງມະຫາວິທະຍາໄລ ສາມາດເປີດສອນຫຼັກສູດລະດັບປະລິນຍາຕີ ແລະ ປະລິນຍາຕີຕໍ່ເນື່ອງ ຫຼືເຊື່ອມຕໍ່ຕາມການອະນຸມັດຂອງກະຊວງ ສສກ ເປັນສະຖານທີ່ເຝິກອົບຮົມວິຊາສະເພາະໄລຍະສັ້ນ ແລະ ໄລຍະຍາວ ດຳເນີນການຄົ້ນຄວ້າ-ວິໄຈ ດ້ານວິທະຍາສາດການກີລາ ສຳຫຼວດ ຄຸ້ມຄອງຂໍ້ມູນຂ່າວສານ ແລະ ໃຫ້ການບໍລິການວິຊາການການກີລາ ໃນຂົງເຂດກີລາ-ກາຍະກຳ ຕາມໜ້າທີ່ພາລະບົດບາດທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ແນວໃດກໍດີ ການຈັດຕັ້ງ ແລະ ເຄື່ອນໄຫວຂອງສະຖາບັນກີລາ-ກາຍະກຳ ຈະບັນລຸໄດ້ຕາມວິໄສທັດ ຍຸດທະສາດ ແຜນພັດທະນາ ແລະ ຈຸດປະສົງທີ່ວາງໄວ້ ກໍຕໍ່ເມື່ອໄດ້ຮັບການຊ່ວຍເຫຼືອ ສະໜັບສະໜູນ ແລະ ໃຫ້ການຮ່ວມມື ມາຍັງຄະນະກຳມະການໂອແລມປິກແຫ່ງຊາດລາວ ກົມກີລາລະດັບສູງ ບັນດາສະຫະພັນກີລາແຫ່ງຊາດ ບັນດາກົມວິຊາການກະຊວງ ສສກ ບັນດາກະຊວງທີ່ກ່ຽວຂ້ອງ ອົງການຈັດຕັ້ງພາກລັດ-ເອກະຊົນ ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງກີລາສາກົນ ເຮັດໃຫ້ສະຖາບັນຂອງພວກເຮົາ ບັນລຸໄດ້ຜົນສຳເລັດຕາມການມອບໝາຍຂອງຂັ້ນເທິງ.
ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງ ສສກ ກໍໄດ້ມີຊີ້ນຳວ່າ: ສະຖາບັນກີລາ-ກາຍຍະກຳແຫ່ງນີ້ ຈະເປັນບ່ອນກໍ່ສ້າງພັດທະນາບຸກຄະລາກອນ ແລະ ນັກກີລາ ໃຫ້ໄດ້ມາດຕະຖານກ້າວໄປສູ່ລະດັບສາກົນ ກາຍເປັນມືອາຊີບ ຮັບໃຊ້ສັງຄົມ ຮັບໃຊ້ຊາດ ພ້ອມສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ເປັນສະຖານການສຶກສາ ເພື່ອຄົ້ນຄວ້າ-ວິໄຈດ້ານວິທະຍາສາດ ແລະ ເຕັກໂນໂລຊີການກີລາຂອງຊາດ ແລະ ສ້າງໂອກາດໃຫ້ບຸຄະລາກອນການກີລາ ແລະ ນັກກີລາ ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງເໝາະສົມ ສະນັ້ນ ເມື່ອເຫັນໄດ້ຄວາມຈຳເປັນ ເພື່ອຕອບສະໜອງໃນການພັດທະນາບຸຄະລາກອນການກີລາ-ກາຍະກຳ ໃນສະເພາະໜ້າ ແລະ ຍາວນານທີ່ກ່າວມາຂ້າງເທິງນັ້ນ ກະຊວງ ສສກ ຈຶ່ງໄດ້ມີຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງ ສສກ ສ້າງຕັ້ງສະຖາບັນກີລາ-ກາຍະກຳແຫ່ງນີ້ຂຶ້ນ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນກີລາ-ກາຍະກຳ ເຄື່ອນໄຫວໄດ້ຕາມພາລະບົດບາດ ສິດໜ້າທີ່ ທີ່ກຳນົດໄວ້ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ທ່ານຮອງລັດຖະມົນຕີ ກໍຍັງຮຽກຮ້ອງມາຍັງຄະນະຜູ້ອຳນວຍການສະຖາບັນ ຈົ່ງເອົາໃຈໃສ່ຊີ້ນຳ ນຳພາພະນັກງານ ລັດຖະກອນ ຄູອາຈານ ພາຍໃນສະຖາບັນ ຍົກສູງຄວາມເປັນເຈົ້າການຕໍ່ໜ້າທີ່ຄວາມຮັບຜິດຊອບ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຢ່າງເປັນເຈົ້າການ ພ້ອມກັນຈັດຕັ້ງປະຕິບັດວິໄສທັດຂອງກະຊວງ ສສກ ຮອດປີ 2030 ແຜນຍຸດທະສາດຮອດປີ 2025 ແລະ ແຜນງານພັດທະນາວຽກງານການສຶກສາ ແລະ ກີລາ 5 ປີ ຄັ້ງທີ VIII (2016-2020) ໂດຍສະເພາະ ແຜນຍຸດທະສາດການພັດທະນາວຽກງານກີລາ-ກາຍຍະກຳ 2021-2025 ປະສານສົມທົບກັບກົມກີລາລະດັບສູງ ຄະນະກຳມະການໂອແລມປິກແຫ່ງຊາດລາວ ສະຫະພັນກີລາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການສ້າງບຸຄະລາກອນການກີລາ ໃຫ້ສາມາດຕອບສະໜອງໃຫ້ແກ່ອົງການຈັດຕັ້ງລັດ ອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງສັງຄົມທັງພາກລັດ-ເອກະຊົນ ແລະ ອົງການຈັດຕັ້ງສາກົນ ເພີ່ມທະວີສ້າງຄວາມສາມັກຄີພາຍໃນ ສະຖາບັນພາຍນອກ ແລະ ອົງການຈັດຕັ້ງສາກົນ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍາດແຍ່ງເອົາການຊ່ວຍເຫຼືອ ສະໜັບສະໜູນໃຫ້ແກ່ວົງການກີລາ-ກາຍະກຳລາວ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນກີລາ-ກາຍະກຳ ໄປຕາມວິໄສທັດ ແລະ ແຜນການທີ່ວາງໄວ້.
ສຳລັບສະຖາບັນກີລາ-ກາຍະກຳ ປະກອບມີ ສູນເຝິກກີລາແຫ່ງຊາດ ພະແນກບໍລິຫານ ແລະ ຈັດຕັ້ງ-ພະນັກງານ ພະແນກປະເມີນຜົນ ພະແນກຫຼັກສູດ ແລະ ພາກວິຊາພະແນກກິດຈະກຳນັກສຶກສາ ສູນວິທະຍາສາດການກີລາ ແລະ ໂຮງຮຽນພອນສະຫວັນກີລາ-ກາຍະກຳ.