ກຽມຄວາມພ້ອມໃຫ້ແກ່ຄູເຝິກ ກ່ຽວກັບຫຼັກສູດສະບັບປັບປຸງໃໝ່

ນັບ​ຕັ້ງ­ແຕ່​ປີ 2015 ເປັນ­ຕົ້ນ​ມາ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ ແລະ ສະ­ຫະ­ພາບ​ເອີ​ຣົບ ໃນ​ການ​ທົບ​ທວນ­ຄືນ​ຫຼັກ­ສູດ​ຂັ້ນ​ປະ­ຖົມ​ສຶກ​ສາ​ແຫ່ງ​ຊາດ ຄ່ຽງ​ຄູ່​ກັບ​ການ​ພັດ­ທະ­ນາ​ເຄື່ອງ­ມື​ຊ່ວຍ­ເຫຼືອ​ການ​ຮຽນ-ການ​ສອນ ແລະ ການ​ເຝິກ­ອົບ­ຮົມ​ຄູ ການ​ທົບ​ທວນ­ຄືນ​ຫຼັກ­ສູດ​ໃໝ່​ແມ່ນ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ປີ­ຜ່ານ­ມາ ສຳ­ລັບ​ຂັ້ນ ປ1 ແລະ ຈະ​ທົບ​ທວນ​ໃນ​ຂັ້ນ​ຕໍ່​ໄປ.

ຫຼ້າ​ສຸດ​ໃນ​ຕົ້ນ​ເດືອນ​ມິ­ຖຸ­ນາ 2020 ໄດ້​ຈັດ​ເຝິກ­ອົບ­ຮົມ​ໃຫ້​ຄູ​ເຝິກ​ຫຼັກ​ແຫຼ່ງ​ກ່ຽວ​ກັບ​ການ​ນຳ​ໃຊ້​ຫຼັກ­ສູດ​ຂັ້ນ ປ2 ສະ­ບັບ​ປັບ­ປຸງ​ໃໝ່ ຢູ່​ທີ່​ສູນ​ເຝິກ­ອົບ­ຮົມ​ແມ່­ຍິງ ນະ­ຄອນ­ຫຼວງ​ວຽງ​ຈັນ ສຳ­ລັບ​ຈຸດ​ພິ­ເສດ​ຂອງ​ຫຼັກ­ສູດ ປ2 ສະ­ບັບ​ປັບ­ປຸງ​ໃໝ່​ນີ້ ແມ່ນ​ຫຼັກ­ສູດ​ທີ່​ເນັ້ນ​ມາດ­ຕະ­ຖານ​ຜົນ­ສຳ­ເລັດ​ດ້ານ​ການ​ຮຽນ ນຳ​ໃຊ້​ວິ­ທີ​ສອນ ຮູບ​ແບບ ແລະ ເຕັກ­ນິກ​ການ​ສອນ​ທີ່​ຫຼາກ​ຫຼາຍ ເພື່ອ​ສົ່ງ­ເສີມ​ການ​ຮຽນ​ທີ່​ເນັ້ນ​ການ​ປະ­ຕິ­ບັດ​ຕົວ​ຈິງ ຫຼຸດ­ຜ່ອນ​ການ​ບັນ­ຍາຍ ເພີ່ມ​ການ​ເຮັດ​ກິດ­ຈະ­ກຳ ການ​ຄິດ​ວິ­ເຄາະ ການ​ແກ້​ບັນ­ຫາ ແລະ ການ​ນຳ​ໃຊ້​ຄວາມ​ຮູ້​ທີ່​ໄດ້​ຮຽນ​ມາ​ເຂົ້າ​ໃນ​ສະ­ຖາ­ນະ​ການ​ໃໝ່​ໃນ​ຊີ­ວິດ​ຕົວ​ຈິງ.

ສຳ­ລັບ​ການ​ເຝິກ­ອົບ­ຮົມ​ໃຊ້​ເວ­ລາ 9 ວັນ ໂດຍ​ທາງ​ສະ­ຖານ­ທູດ​ອົດ​ສະ​ຕຣາ​ລີ ແລະ ສະ­ຫະ­ພາບ​ເອີ​ຣົບ ໄດ້​ສະ­ໜັບ­ສະ­ໜູນ​ທຶນ ຜ່ານ​ແຜນ​ງານ​ການ​ປັບ­ປຸງ​ຄຸນ​ນະ​ພາບ ແລະ ຂະ­ຫຍາຍ​ໂອ­ກາດ​ເຂົ້າ​ຮຽນ​ສຳ­ລັບ​ການ​ສຶກ​ສາ​ຂັ້ນ​ພື້ນ­ຖານ​ໃນ ສປປ ລາວ  (ບີ​ຄວາ) Basic Education Quality and Access in Lao PDR ( BEQUAL) ເຊິ່ງ​ມີ​ຄູ​ເຝິກ​ມາ​ຈາກ​ບັນ­ດາ ແຂວງ ນະ­ຄອນ­ຫຼວງ ເຂົ້າ​ຮ່ວມ​ເຝິກ­ອົບ­ຮົມ​ຈຳ­ນວນ 59 ທ່ານ ກ່ຽວ​ກັບ​ການ​ສອນ​ຂອງ​ຄູ ວິ­ທີ​ການ​ນຳ​ໃຊ້​ກິດ­ຈະ­ກຳ ແລະ ເນື້ອ​ໃນ​ຂອງ​ຫຼັກ­ສູດ​ຂັ້ນ ປ2 ສະ­ບັບ​ປັບ­ປຸງ​ໃໝ່ ພາຍ­ຫຼັງ​ສຳ­ເລັດ​ການ​ເຝິກ­ອົບ­ຮົມ ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຈະ​ສາ­ມາດ​ນຳ​ເອົາ​ເນື້ອ​ໃນ​ບົດ­ຮຽນ​ທີ່​ໄດ້​ຈາກ​ການ​ເຂົ້າ​ຮ່ວມ​ເຝິກ­ອົບ­ຮົມ​ໄປ​ເຝິກ­ອົບ­ຮົມ​ໃຫ້​ແກ່​ຄູ​ເຝິກ​ຂັ້ນ​ແຂວງ ແລະ ນະ­ຄອນ­ຫຼວງ​ຕໍ່​ໄປ ໃນ​ຈຳ­ນວນ 9.843 ທ່ານ ແລະ ຄູ​ສຶກ​ສາ​ນິ­ເທດ ຈຳ­ນວນ 561 ທ່ານ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ໃນ​ລະ­ຫວ່າງ​ການ​ເຝິກ­ອົບ­ຮົມ​ນີ້ ຜູ້​ເຂົ້າ​ຮ່ວມ​ທຸກ​ທ່ານ​ນອກ­ຈາກ​ໄດ້​ຮັບ​ການ​ເຝິກ​ກ່ຽວ​ກັບ​ເຄື່ອງ­ມື​ນຳ​ໃຊ້​ໃນ​ຫຼັກ­ສູດ​ຂັ້ນ ປ2 ສະ­ບັບ​ປັບ­ປຸງ​ໃໝ່​ແລ້ວ ຍັງ​ຈະ​ໄດ້​ລົງ​ເລິກ​ເນື້ອ​ໃນ​ລະ­ອຽດ ມີ​ການ​ທົບ​ສອບ ແລະ ວິ­ເຄາະ ກິດ­ຈະ­ກຳ​ທີ່​ຈະ​ນຳ­ໄປ​ໃຊ້​ໃນ​ຫ້ອງ​ຮຽນ​ຂັ້ນ​ຕ່າງໆ ເນື້ອ​ໃນ​ການ​ອົບ­ຮົມ​ຈະ​ໄດ້​ລວມ​ເອົາ​ຜົນ​ໄດ້​ຮັບ​ຈາກ​ການ​ຈັດ​ອົບ­ຮົມ​ຄູ​ຂັ້ນ ປ1 ທີ່​ຜ່ານ​ມາ ນຳ​ສະ­ເໜີ​ພາບ​ລວມ​ຂອງ​ເນື້ອ​ໃນ​ວິ­ຊາ​ໃນ​ຫຼັກ­ສູດ​ຂັ້ນ ປ2 ວິ­ທີ​ການ​ສອນ​ວິ­ຊາ​ພາ­ສາ​ລາວ ແລະ ເຕັກ­ນິກ​ຕ່າງໆ ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ຮຽນ-ການ​ສອນ ຜູ້​ເຂົ້າ​ຮ່ວມ​ທຸກ​ທ່ານ​ຈະ​ໄດ້​ຮັບ​ການ​ເຝິກ​ວິ­ທີ​ການ​ນຳ​ໃຊ້​ປຶ້ມ​ແບບ­ຮຽນ ແລະ ປຶ້ມ​ອ່ານ​ເສີມ ການ​ສອນ​ຫ້ອງ​ຄວບ ແລະ ນຳ​ໃຊ້ ວິ​ດີ​ໂອ​ການ​ພັດ­ທະ­ນາ​ວິ­ຊາ​ຊີບ​ຄູ​ແບບ​ຕໍ່​ເນື່ອງ ເປັນ​ເຄື່ອງ­ມື​ໃນ​ການ​ຊ່ວຍ­ເຫຼືອ ເພື່ອ​ເພີ່ມ​ທັກ​ສະ​ຂອງ​ຕົນ​ເອງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

ສຳ­ລັບ​ການ​ອົບ­ຮົມ​ໃນ​ຂັ້ນ​ແຂວງ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 22 ເດືອນ​ມິ­ຖຸ­ນາ ຫາ ວັນ​ທີ 12 ກໍ­ລະ­ກົດ 2020 ໂດຍ​ນຳ​ໃຊ້​ມາດ​ຕະ­ການ​ດຽວ​ກັນ​ສຳ­ລັບ​ຜູ້​ເຂົ້າ​ຮ່ວມ 29

ກຸ່ມ​ຍ່ອຍ​ໃນ​ທົ່ວ​ປະ­ເທດ ເພື່ອ​ຈຳ­ກັດ​ຜູ້​ເຂົ້າ​ຮ່ວມ ບໍ່​ໃຫ້​ມີ​ການ​ເດີນ­ທາງ​ຂອງ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ເກີນ​ໄປ ຈຳ­ນວນ​ຄູ​ເຝິກ​ຂັ້ນ​ແຂວງ​ທີ່​ຈະ​ເຂົ້າ​ຮ່ວມ​ອົບ­ຮົມ​ແມ່ນ​ເພີ່ມ​ຂຶ້ນ 122 ທ່ານ ຈາກ 477 ທ່ານ ມາ​ເປັນ 599 ທ່ານ ເພື່ອ​ໃຫ້​ພຽງ­ພໍ​ສຳ­ລັບ​ການ​ອົບ­ຮົມ​ໃຫ້​ແກ່​ຄູ ເນື່ອງ​ຈາ​ກວ່າ​ຄູ​ທີ່​ເຂົ້າ​ເຝິກ​ຈະ​ຖືກ​ແບ່ງ​ອອກ​ເປັນ​ກຸ່ມ​ຍ່ອຍ​ເຊັ່ນ​ກັນ ການ​ອົບ­ຮົມ​ຄູ​ສອນ​ແມ່ນ​ມີ​ການ​ປ່ຽນ­ແປງ​ເວ­ລາ ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ການ​ເປີດ​ຮຽນ​ພາກ​ທີ 2 ສືບ​ເນື່ອງ​ມາ​ຈາກ​ການ​ໂຈະ​ຮຽນ​ຊົ່ວ­ຄາວ ເນື່ອງ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19.

ສຳ­ລັບ​ການ​ກຳ­ນົດ​ເຝິກ­ອົບ­ຮົມ​ຄູ​ຂັ້ນ ປ2 ໃນ​ຄັ້ງ​ຕໍ່​ໄປ ແມ່ນ​ຈະ​ກຳ­ນົດ​ເອົາ​ພາຍ­ຫຼັງ​ສຳ­ເລັດ​ການ​ເສັງ​ຈົບ​ຊັ້ນ​ຂອງ​ນັກ­ຮຽນ​ຂັ້ນ ປ5 ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ຄູ​ສາ­ມາດ​ເຂົ້າ​ຮ່ວມ​ເຝິກ​ໄດ້​ຢ່າງ​ສະ​ໝ່ຳ​ສະ­ເໝີ ເຊິ່ງ​ຄາດ​ວ່າ​ຈະ​ສຳ­ເລັດ​ການ​ສອບ­ເສັງ​ຂັ້ນ ປ5 ໃນ​ວັນ​ທີ 17 ກໍ­ລະ­ກົດ 2020 ພິ­ເສດ​ຄູ ເຝິກ​ທີ່​ເຂົ້າ​ຮ່ວມ​ການ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ຂໍ້​ມູນ​ຢ່າງ​ລະ­ອຽດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຂໍ້​ມູນ​ວິ­ທີ​ການ​ຫຼີກ​ລ່ຽງ​ຈາກ​ເຊື້ອ​ພະ­ຍາດ ໂຄ​ວິດ-19 ເຊິ່ງ​ຄູ​ເຝິກ ຈະ​ອະ­ທິ­ບາຍ ພ້ອມ​ສາ­ທິດ​ວິ­ທີ​ການ​ປະ­ຕິ­ບັດ​ຢ່າງ​ຖືກ­ຕ້ອງ ເພື່ອ​ເປັນ​ຕົວ­ຢ່າງ ແລະ ຈະ​ມີ​ການ​ຢ້ຳ​ຄືນ​ຢ່າງ​ຕໍ່​ເນື່ອງ ພ້ອມ​ດຽວ​ກັນ​ຜູ້​ເຂົ້າ​ຮ່ວມ​ເຝິກ­ອົບ­ຮົມ ຈະ​ໄດ້​ເຂົ້າ­ໃຈ​ວິ­ທີ​ການ​ປະ­ຕິ ບັດ​ຢ່າງ​ຈະ­ແຈ້ງ ສົ່ງ­ເສີມ​ມາດ​ຕະ­ການ ການ​ປ້ອງ​ກັນ​ເຊື້ອ​ພະ­ຍາດ ໂຄ​ວິດ-19 ເພື່ອ​ນຳ­ໄປ​ເຜີຍ­ແຜ່​ໃຫ້​ນັກ­ຮຽນ​ໃນ​ຫ້ອງ​ຮຽນ​ຂອງ​ຕົນ ການ​ອົບ­ຮົມ​ຄູ​ເຝິກ​ຄັ້ງ​ນີ້ ຖື​ວ່າ​ເປັນ​ການ​ອົບ­ຮົມ​ຂັ້ນ​ເບື້ອງ​ຕົ້ນ ທີ່​ມີ​ຄວາມ​ສຳ­ຄັນ​ຫຼາຍ​ຕໍ່​ກັບ​ການ​ເຝິກ​ໃນ​ຂັ້ນ​ຕໍ່​ໄປ ເພື່ອ​ໃຫ້​ຄູ​ສອນ​ຂັ້ນ ປ2 ຮຽນ​ຮູ້​ທັກ​ສະ ແລະ ເຕັກ­ນິກ​ຕ່າງໆ​ທີ່​ຈຳ­ເປັນ ເພື່ອ​ນຳ­ໄປ​ໃຊ້​ໃນ​ຕົວ​ຈິງ ເວ­ລາ​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼັກ­ສູດ​ສະ­ບັບ​ປັບ­ປຸງ​ໃໝ່​ໃນ​ສົກ­ຮຽນ​ໜ້າ ໃນ​ເດືອນ​ກັນ­ຍາ 2020 ທີ່​ຈະ​ມາ​ເຖິງ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!