ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ

ເນື່ອງ​ໃນ​ໂອ­ກາດ​ວັນ​ຜູ້​ບໍ­ລິ­ຈາກ​ເລືອດ​ໂລກ 14 ມິ­ຖຸ­ນາ 2020 ຜ່ານ​ມາ ເຊິ່ງ​ທາງ​ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ຮ່ວມ​ກັບ​ຫຼາຍ​ພາກ­ສ່ວນ​ສັງ­ຄົມ ໂດຍ​ສະ­ເພາະ ບັນ­ດາ​ສະ​ຖາ​ບັນ​ການ​ສຶກ​ສາ ສຳ­ນັກ­ງານ ອົງ­ການ ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ລວມ​ທັງ​ນິ­ຕິ­ບຸກ­ຄົນ ຈັດ​ກິດ­ຈະ­ກຳ​ຮັບ​ບໍ­ລິ­ຈາກ​ເລືອດ ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ​ດັ່ງ­ກ່າວ ຂຶ້ນ​ໃນ​ວັນ​ທີ 12 ມິ­ຖຸ­ນາ 2020 ຜ່ານ​ມາ ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ບັນ­ດາ​ຜູ້​ບໍ­ລິ­ຈາກ​ເລືອດ​ຈາກ​ຫຼາຍ​ພາກ­ສ່ວນ​ຕ້ອງ​ເຂົ້າ ຮ່ວມ​ກິດ­ຈະ­ກຳ ແລະ ປະ­ກອບ­ສ່ວນ​ໃຫ້­ການ​ບໍ­ລິ­ຈາກ​ເລືອດ ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ​ໃນ​ວັນ​ນັ້ນ.

ນາງ ຂັນ​ຄຳ ອິນ​ທະ​ວົງ ນັກ­ຮຽນ​ຊັ້ນ ມ7 ຂອງ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ທ່າ​ເດື່ອ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ໜຶ່ງ​ໃນ​ຈຳ­ນວນ​ຜູ້​ບໍ­ລິ­ຈາກ​ເລືອດ​ໃນ​ມື້​ນັ້ນ ໄດ້​ສະ­ແດງ​ຄວາມ​ຮູ້­ສຶກ​ວ່າ: ດີ­ໃຈ ພູມ­ໃຈ​ຫຼາຍ​ທີ່​ມີ​ໂອ­ກາດ​ໄດ້​ຮ່ວມ​ບໍ­ລິ­ຈາກ​ເລືອດ ໃນ​ວັນ​ອັນ​ມີ​ຄວາມ​ໝາຍ​ຄື​ດັ່ງ­ກ່າວ ເຊິ່ງ​ການ​ບໍ­ລິ­ຈາກ​ເລືອດ​ໃນ​ຄັ້ງ​ນີ້ ເປັນ​ການ​ບໍ­ລິ­ຈາກ​ຄັ້ງ​ທີ 3 ເຊິ່ງ​ຍອມ­ຮັບ​ວ່າ­ການ​ບໍ­ລິ­ຈາກ​ເລືອດ​ຄັ້ງ​ທຳ​ອິດ ຢູ່​ທີ່​ໂຮງ­ຮຽນ​ນັ້ນ ຕົນ​ເອງ​ຮູ້­ສຶກ​ຢ້ານ ເພາະ​ບໍ່​ທັນ​ຮູ້ ແລະ ເຂົ້າ­ໃຈ​ຄວາມ​ໝາຍ​ຄວາມ​ຈຳ­ເປັນ​ຂອງ​ການ​ບໍ­ລິ­ຈາກ​ເລືອດ

ແຕ່​ພາຍ­ຫຼັງ​ການ​ບໍ­ລິ­ຈາກ​ເລືອດ​ຄັ້ງ​ທຳ​ອິດ ເຫັນ​ວ່າ​ບໍ່​ມີ​ຜົນ​ກະ­ທົບ​ຫຍັງ​ຕໍ່​ຮ່າງ­ກາຍ ກົງ­ກັນ­ຂ້າມ​ສິ່ງ​ທີ່​ໄດ້​ມາ​ຄື​ຄວາມ​ຮູ້­ສຶກ​ດີໆຫຼາຍ​ຢ່າງ​ຕາມ​ມາ ເຊິ່ງ​ກໍ​ບໍ່​ສາ­ມາດ​ຈະ​ບັນ­ຍາຍ​ອະ­ທິ­ບາຍ​ຫຍັງ​ໄດ້​ຫຼາຍ​ເທົ່າ​ກັບ​ຄວາມ​ຮູ້­ສຶກ​ທີ່​ມີ ແລະ ກໍ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ອະ­ທິ­ບາຍ​ເຖິງ​ຄວາມ​ຮູ້­ສຶກ​ເຫຼົ່າ­ນັ້ນ ນອກ­ຈາກ​ຕົວ​ທ່ານ​ເອງ ເປັນ​ຜູ້​ບໍ­ລິ­ຈາກ​ເລືອດ​ເອງ ແຕ່​ສາ­ມາດ​ສັງ​ລວມ​ຄວາມ​ຮູ້­ສຶກ​ທຸກ​ຄັ້ງ​ຂອງ​ການ​ບໍ­ລິ­ຈາກ​ເລືອດ ພູມ­ໃຈ​ທີ່​ໄດ້​ປະ­ກອບ­ສ່ວນ​ຊ່ວຍ​ກອບ​ກູ້​ຊີ­ວິດ​ເພື່ອນ​ມະ­ນຸດ​ດ້ວຍ​ກັນ.

ທ້າວ ເອ​ເທັນ ພົງ​ສະ​ຫວັດ ນັກ­ຮຽນ​ຫ້ອງ ມ7 ໂຮງ­ຮຽນ ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ໄຜ່​ລ້ອມ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ວ່າ: ເປັນ​ຄັ້ງ​ທີ 3 ໃນ​ການ​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ຄັ້ງ​ທຳ​ອີດ ບໍ­ລິ­ຈາກ​ທີ່​ໂຮງ­ຮຽນ​ຂອງ​ຕົນ​ຄັ້ງ​ທີ​ສອງ ແມ່ນ​ບໍ­ລິ­ຈາກ​ເນື່ອງ​ໃນ​ໂອ­ກາດ​ສ້າງ​ຂະ​ບວນ​ການ ຕ້ອນ­ຮັບ​ວັນ​ສຳ­ຄັນ​ຂອງ​ຊາດ ໃນ​ເດືອນ​ກຸມ­ພາ 2020 ທີ່​ຜ່ານ​ມາ​ຢູ່​ສູນ​ການ​ຄ້າ ລາວ-ໄອ​ເຕັກ ແລະ ຄັ້ງ​ນີ້​ກໍ​ເຊັນ​ກັນ ໄດ້​ມາ​ຮ່ວມ​ບໍ­ລິ­ຈາກ​ອີກ​ຄັ້ງ ເນື່ອງ​ໃນ​ໂອ­ກາດ​ວັນ​ຜູ້​ບໍ­ລິ­ຈາກ​ເລືອດ​ໂລກ ຄົບ­ຮອບ 15 ປີ ເຊິ່ງ​ຄັ້ງ​ນີ້ ທາງ​ຊາວ​ໜຸ່ມ​ໂຮງ­ຮຽນ​ພວກ​ເຮົາ ໄດ້​ພ້ອມ​ກັນ​ມາ​ຮ່ວມ​ກິດ­ຈະ­ກຳ ແລະ ພ້ອມ​ກັນ​ເຂົ້າ​ຮ່ວມ​ບໍ­ລິ­ຈາກ​ເລືອດ​ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ.

ສ່ວນ​ຕົວ​ແລ້ວ ສຳ­ລັບ​ການ​ບໍ­ລິ­ຈາກ​ເລືອດ​ແມ່ນ​ມີ​ຄວາມ​ສຳ­ຄັນ​ຫຼາຍ ເພາະ​ໄດ້​ຊ່ວຍ­ເຫຼືອ​ເພື່ອນ​ມະ­ນຸດ​ດ້ວຍ​ກັນ ເປັນ​ການ​ປະ­ກອບ­ສ່ວນ​ພັນ­ທະ​ໜ້າ­ທີ່​ຂອງ​ພົນ­ລະ­ເມືອງ​ລາວ ປະ­ຕິ­ບັດ​ໜ້າ­ທີ່​ທາງ​ດ້ານ​ມະ­ນຸດ­ສະ­ທຳ ເຊິ່ງ​ເມື່ອ​ກ່ອນ​ຍອມ­ຮັບ​ວ່າ​ບໍ່​ທັນ​ເຂົ້າ­ໃຈ ກ່ຽວ​ກັບ​ວຽກ​ງານ​ການ​ບໍ­ລິ­ຈາກ​ເລືອດ ແຕ່​ພໍ­ໄດ້​ມາ​ສຳ​ພັດ​ກໍ​ຮູ້ ເຂົ້າ­ໃຈ ຮັບ​ຮູ້​ໄດ້​ຢ່າງ​ເລິກ­ເຊິ່ງ​ພໍ​ສົມ­ຄວນ ສາ­ມາດ​ນຳ​ເອົາ​ໄປ​ບອກ​ຕໍ່​ເພື່ອນ​ຊາວ​ໜຸ່ມ​ດ້ວຍ​ກັນ ໃຫ້​ເຂົ້າ­ໃຈ​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ການ​ບໍ­ລິ­ຈາກ​ເລືອດ ເຊິ່ງ​ຄິດ​ວ່າ­ການ​ບໍ­ລິ­ຈາກ​ເລືອດ​ຄັ້ງ​ນີ້ ຄົງ​ບໍ່​ເປັນ​ຄັ້ງ​ສຸດ​ທ້າຍ ຖ້າ​ມີ​ໂອ­ກາດ ເງື່ອນ­ໄຂ​ອັນ​ເໝາະ​ສົມ​ກໍ​ຈະ​ໃຫ້­ການ​ປະ­ກອບ­ສ່ວນ​ຄັ້ງ​ຕໍ່ໆ​ໄປ ພ້ອມ​ກັນ​ຊັກ​ຊວນ​ເພື່ອນ​ຊາວ​ໜຸ່ມ​ນັກ­ຮຽນ​ດ້ວຍ​ກັນ ໃຫ້​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ແບບ​ສະ­ໝັກ​ໃຈ ບໍ່​ຮຽກ​ຄ່າ​ຕອບ​ແທນ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!