ສັນຍານທີ່ບົ່ງບອກເຖິງພາວະອ່ອນເພຍ

ອາ­ການ​ອ່ອນ­ເພຍ​ຊຳ​ເຮື້ອ ຫຼື ພາ­ວະ​ອ່ອນ­ເພຍ​ທາງ​ອາ­ລົມ ເຊິ່ງ​ເປັນ​ອາ­ການ​ຂອງ​ຄົນ​ໃນ​ໄວ​ເຮັດ​ວຽກ​ຫຼາຍ​ທີ່​ສຸດ ໂດຍ​ສາ­ມາດ​ສັງ­ເກດ​ເຫັນ​ພາ­ວະ​ດັ່ງ­ກ່າວ​ໄດ້​ດ້ວຍ 3 ໄລ­ຍະ​ດັ່ງ​ຕໍ່​ໄປ​ນີ້ ຖ້າ​ມີ​ອາ­ການ​ເມື່ອຍ​ງ່າຍ​ເລື້ອຍໆ ໄລ­ຍະ​ທຳ​ອິດ: ມີ​ອາ­ການ​ອ່ອນ­ເພຍ​ຊຳ​ເຮື້ອ ບໍ່​ມີ­ແຮງ ແລະ ເມື່ອຍ​ງ່າຍ​ກວ່າ​ປົກ­ກະ­ຕິ​ໂດຍ​ບໍ່​ຮູ້​ສາ­ເຫດ ຫຼື ອາ­ການ​ເຈັບ​ປ່ວຍ​ທີ່​ເຫັນ​ໄດ້​ຈະ­ແຈ້ງ.

ໄລ­ຍະ​ປານ​ກາງ: ຂີ້​ຫຼົງ​ຂີ້­ລືມ​ເລື້ອຍໆ ກໍ­ລະ­ນີ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 50 ປີ ໂດຍ​ມີ​ອາ­ການ​ຫຼົງ​ລືມ​ສິ່ງ​ສຳ­ຄັນ​ຕ່າງໆ ໄດ້­ແກ່: ກຸນ­ແຈ​ເຮືອນ ກະ­ເປົາ​ເງິນ ຫຼື ໂທລະ­ສັບ​ມື​ຖື​ທີ່​ໃຊ້​ໃນ​ກິດ​ຈະ​ວັດ​ປະ­ຈຳ​ວັນ​ເລື້ອຍໆ​ນັ້ນ ຖື​ເປັນ​ເລື່ອງ​ຜິດ​ປົກ­ກະ­ຕິ ສ່ວນ​ອາ­ການ​ທາງ​ຮ່າງ­ກາຍ ເຊັ່ນ: ເຈັບ​ໜ້າ​ເອິກ ຮູ້­ສຶກ​ວ່າ​ຫົວ­ໃຈ​ເຕັ້ນ​ໄວ​ຜິດ​ປົກ­ກະ­ຕິ ຫາຍ­ໃຈ​ບໍ່​ທົ່ວ​ທ້ອງ ເຈັບ​ຫົວ ປວດ­ຮາກ ແຕ່​ບໍ່​ສາ­ມາດ​ກວດ​ຫາ​ສາ­ເຫດ​ໄດ້.

ໄລ­ຍະ​ຮ້າຍ​ແຮງ: ລະ­ບົບ​ພູມ​ຕ້ານ­ທານ​ອ່ອນ­ແອ ເມື່ອ​ມີ​ອາ­ການ​ໃນ​ໄລ­ຍະ​ທຳ​ອິດ ແລະ ກາງ​ຕິດ­ຕໍ່​ກັນ​ຫຼາຍ​ກວ່າ 1 ເດືອນ ຮ່າງ­ກາຍ​ຈະ​ເລີ່ມ​ສະ­ແດງ​ອອກ​ທາງ​ລະ­ບົບ​ພູມ​ຕ້ານ­ທານ​ທີ່​ອ່ອນ­ແອ ເຊັ່ນ: ເປັນ­ຫວັດ​ງ່າຍ ແລະ ເປັນ​ບາດ­ແຜ​ແລ້ວ​ນານ​ເຊົາ ນອກ­ຈາກ​ນີ້​ຍັງ​ມີ​ອາ­ລົມ​ໃນ​ທາງ​ລົບ​ຢ່າງ​ເຫັນ​ໄດ້​ແຈ້ງ ບໍ່​ວ່າ​ຈະ​ເປັນ​ຊຶມ​ເສົ້າ ມີ​ການ​ເກັບ​ຕົວ​ຢູ່​ຄົນ​ດຽວ ອາ­ລົມ​ຫງຸດ​ຫງິດ​ງ່າຍ ຫຼື ເລີ່ມ​ຫາ​ທາງ​ອອກ​ດ້ວຍ​ການ​ໃຊ້​ຢາ​ເສບ​ຕິດ ໄດ້­ແກ່: ຢາ­ສູບ ເຄື່ອງ​ດື່ມ​ແອ​ລ​ກໍ​ຮໍ ແລະ ສານ​ເສບ​ຕິດ​ຊະ­ນິດ​ອື່ນໆ.

ພະ­ຍາ­ຍາມ​ວາງ​ແຜນ​ໃນ​ການ​ເຮັດ​ວຽກ ແລະ ການ​ໃຊ້​ຊີ­ວິດ​ຈະ​ຊ່ວຍ​ຫຼຸດ​ພາ­ວະ​ອ່ອນ­ເພຍ​ໄດ້ ຫຼື ພະ­ຍາ­ຍາມ​ເຮັດ​ກິດ­ຈະ­ກຳ​ຕ່າງໆ ເພື່ອ​ສ້າງ​ຄວາມ­ສຸກ​ໃຫ້​ກັບ​ຕົນ​ເອງ ແຖມ​ຍັງ​ເປັນ​ການ​ເສີມ​ສ້າງ​ສຸ­ຂະ­ພາບ​ທີ່​ເຂັ້ມ­ແຂງ​ໄປ​ໃນ​ຕົວ​ນຳ.

error: Content is protected !!