ໄລ່ແມງໄມ້ແບບທຳມະຊາດ ບໍ່ຕ້ອງໃຊ້ສານເຄມີ

ການ​ໃຊ້​ສານ​ເຄ​ມີ​ສີດ​ໄລ່​ແມງ­ໄມ້ ນອກ­ຈາກ​ຈະ​ຊ່ວຍ​ໄລ່​ແມງ­ໄມ້​ໄດ້​ແຕ່​ໄລ­ຍະ​ສັ້ນໆ​ແລ້ວ ຍັງ​ທຳ­ຮ້າຍ​ຕົວ​ເຮົາ ດັ່ງ­ນັ້ນ ໃນ​ຄໍ​ລຳ​ສິ່ງ​ຄວນ​ຮູ້​ມື້­ນີ້ ເລີຍ​ຢາກ​ຈະ​ໃຫ້​ລອງ​ວິ­ທີ​ກຳ­ຈັດ​ແມງ­ໄມ້​ດ້ວຍ​ເທັກ​ນິກ​ພູມ​ປັນ­ຍາ​ຊາວ­ບ້ານ ຈາກ​ຂອງ​ໃຊ້​ໃນ​ຄົວ​ເຮືອນ​ທີ່​ເຮົາ​ນຳ​ມາ​ໄລ່​ແມງ­ໄມ້​ເອງ​ໄດ້ ແລະ ບໍ່​ເປັນ​ອັນ­ຕະ­ລາຍ​ຕໍ່​ຕົວ​ເຮົາ​ເອງ ແລະ ເປັນ​ວິ­ທີ​ທີ່​ງ່າຍໆ.

– ເລີ່ມ​ຈາກ​ການ​ໄລ່​ມອດ​ອອກ​ຈາກ​ຖັງ​ເຂົ້າ­ສານ​ດ້ວຍ​ໝາກ­ເຜັດ​ແຫ້ງ: ເຂົ້າ­ສານ​ທີ່​ເຮົາ​ປະ​ໄວ້​ດົນ ມັກ​ຈະ​ມີ​ມອດ​ເຂົ້າ​ມາ​ອາ­ໄສ​ຢູ່​ສ້າງ​ຄວາມ​ລຳ​ຄານ ໃນ​ເວ­ລາ​ເອົາ​ໄປ​ໝ່າ ຫຼື ຫຸງ ຈົນ​ບາງ​ຄັ້ງ​ບໍ່​ສາ­ມາດ​ຈະ​ນຳ​ມາ​ກິນ​ໄດ້ ເຮົາ​ມີ​ວິ­ທີ​ໄລ່​ມອດ​ເຂົ້າ​ດ້ວຍ​ໝາກ­ເຜັດ​ແຫ້ງ ພຽງ​ແຕ່​ນຳ​ເອົາ​ໜາກ​ເຜັດ​ແຫ້ງ 1 ກຳ­ມື​ມາ​ຫໍ່​ດ້ວຍ​ຜ້າ​ຂາວ​ບາງ ແລ້ວ​ໃສ່​ລົງ​ໄປ​ໃນ​ເຂົ້າ­ສານ​ເທົ່າ​ນີ້​ມອດ​ກໍ​ຈະ​ໜີ ເພາະ​ທົນ​ຕໍ່​ຄວາມ​ເຜັດ​ບໍ່​ໄດ້.

– ນ້ຳ​ສົ້ມ​ສາຍ​ຊູ​ເພື່ອ​ໄລ່​ມົດ: ແນະ­ນຳ​ໃຫ້​ເອົາ​ນ້ຳ​ສົ້ມ​ສາຍ​ຊູ​ເທ​ລົງ​ໃນ​ປ໋ອງ​ທີ່​ມີ​ຫົວ​ສີດ ແລ້ວ­ໄປ​ສີດ​ໄລ່​ຕາມ​ບ່ອນ​ທີ່​ມີ​ມົດ​ຢູ່ ກໍ​ຈະ​ເຮັດ​ໃຫ້​ມົດ​ໜີ​ໄປ​ຢູ່​ບ່ອນ​ອື່ນ​ໂດຍ​ບໍ່​ຕ້ອງ​ຂ້າ ແລະ ໃຊ້​ສານ​ເຄ​ມີ.

– ແປ້ງ­ເດັກ​ຊ່ວຍ​ໄລ່​ເຜິ້ງ ຫຼື ຕໍ່: ເຜິ້ງ ແລະ ຕໍ່​ບໍ່​ມັກ​ກິ່ນ ແລະ ເນື້ອ​ແປ້ງ​ທີ່​ປິວ​ລອຍ​ຢູ່​ໃນ​ອາ­ກາດ ເພາະ​ເຮັດ​ໃຫ້​ວິ­ໄສ​ທັດ​ການ­ບິນ​ຂອງ​ມັນ​ຕ່ຳ​ລົງ ສາ­ມາດ​ໄລ່​ພວກ​ມັນ​ໃຫ້​ໄກ​ຫ່າງ​ໄດ້ ໂດຍ​ໂຮຍ​ແປ້ງ­ເດັກ​ໄວ້​ຮອບ​ເຮືອນ ຫຼື ເທ​ໃສ່​ຖົງ​ຜ້າ​ຂາວ​ບາງ ແລ້ວ​ນຳ­ໄປ​ວາງ​ໄວ້​ຕາມ​ມຸມ​ທີ່​ຄິດ​ວ່າ​ເຜິ້ງ ແລະ ຕໍ່​ມັກ​ເຮັດ​ຮັງ.

– ຫົວ​ຫອມ​ບົ່ວ​ໄລ່​ແມ­ງວັນ: ແນະ­ນຳ​ໃຫ້​ຊອຍ​ຫົວ​ຫອມ​ບົ່ວ​ແຊ່​ນ້ຳ​ແລ້ວ​ໄວ້​ໃກ້ໆ​ອາ­ຫານ​ທີ່​ແມ­ງວັນ​ຕອມ ຮັບ­ຮອງ​ເລີຍ​ວ່າ​ມັນ​ຕ້ອງ​ແສບ​ຕາ​ກັບ​ໄປ​ຮ້ອງ­ໄຫ້​ທີ່​ຮັງ​ມັນ​ແນ່­ນອນ.

– ນ້ຳ­ມັນ​ຖົ່ວ­ເຫຼືອງ​ເປັນ​ອີກ​ທາງ​ເລືອກ​ໃນ​ການ​ໄລ່​ຍຸງ: ນ້ຳ­ມັນ​ຖົ່ວ­ເຫຼືອງ​ຄື​ອີກ​ທາງ​ເລືອກ​ທີ່​ຈະ​ຊ່ວຍ​ໄລ່​ຍຸງ ທີ່​ສ້າງ​ຄວາມ​ລຳ​ຄານ ແລະ ເປັນ​ແຫຼ່ງ​ພະ­ຍາດ​ບໍ່​ໃຫ້​ມາ​ກັດ​ຂາ​ເຮົາ​ໄດ້ ພຽງ​ແຕ່​ທາ​ໄປ​ເທິງ​ຜິວ​ບາງໆ​ລະ­ຫວ່າງ​ວັນ​ທີ່​ພັກ​ຢູ່​ເຮືອນ ຍຸງ​ກໍ​ຈະ​ບໍ່​ມາ​ຫຍຸ້ງ​ກັບ​ເຮົາ​ແລ້ວ.

– ຮັກ­ສາ​ຄວາມ​ສະ­ອາດ​ເຮືອນ​ກໍ​ບໍ່​ໃຫ້​ມີ​ແມງ­ໄມ້: ບໍ່​ຕ້ອງ​ຮື້​ເຮືອນ​ຫາ​ຕົ້ນ­ຕໍ​ຂອງ​ແມງ​ໃຫ້​ຫຍຸ້ງ­ຍາກ ການ​ເຮັດ​ຄວາມ​ສະ­ອາດ​ເຮືອນ​ຄື​ດ່ານ​ທຳ​ອິດ​ຂອງ​ການ​ກຳ­ຈັດ​ແມງ­ໄມ້​ຂອງ​ແທ້ ພຽງ​ແຕ່​ວາງ​ຕາ­ຕະ­ລາງ​ການ​ປັດ­ກວາດ ເຊັດ ແລະ ຖູ​ໃຫ້​ດີ​ແລ້ວ​ເຮັດ​ເປັນ​ປະ­ຈຳ ສຳ​ຫຼວດ​ແຫຼ່ງ​ນ້ຳ​ຮອບ​ເຮືອນ ແລະ ກຳ­ຈັດ​ນ້ຳ​ຂັງ​ກັບ​ນ້ຳ​ເນົ່າ​ອອກ​ໄວ້ ເຮືອນ​ໃດ​ມີ​ສັດ­ລ້ຽງ​ກໍ​ໃຫ້​ແຍກ​ບ່ອນ​ໃສ່​ນ້ຳ​ໄປ​ໄວ້​ໃນ​ກົງ​ນ້ອຍໆ.

ອຸ​ເປ​ຂາ: ຮຽບ​ຮຽງ

error: Content is protected !!