ຈາກປະໂຫຍກທີ່ບອກຕໍ່ໆກັນມາວ່າ ກິນຜັກຫຼາຍໆ ຈະໄດ້ມີສຸຂະພາບດີ ກິນໝາກໄມ້ຫຼາຍໆ ແລ້ວຈະໄດ້ຜິວສວຍງາມນັ້ນ ບາງທີກໍອາດຈະບໍ່ເປັນເຊັ່ນນັ້ນສະເໝີໄປແລ້ວ ເພາະບອກເລີຍວ່າ ບໍ່ວ່າ ອາຫານ, ຜັກ ,ໝາກໄມ້ ນັ້ນຈະມີປະໂຫຍດຫຼວງຫຼາຍຈັກພຽງໃດ ແຕ່ຖ້າກິນຫຼາຍໄປ ກໍມີຜົນເສຍນຳກັນເຊັ່ນກັນ

– ໝາກຫຸ່ງ: ໝາກໄມ້ດີ ມີປະໂຫຍດຫຼວງຫຼາຍ ໄຂມັນ ແລະ ຄໍເລສເຕີຣໍໜ້ອຍ ແລະ ຍັງດີຕໍ່ລະບົບຂັບຖ່າຍ ຈຶ່ງມີປະສິດທິພາບເໝາະສົມກັບການຫຼຸດນ້ຳໜັກ ແນ່ນອນວ່າເມື່ອລະບົບຂັບຖ່າຍດີຂຶ້ນນັ້ນ ພະຍາດຕ່າງໆທີ່ກ່ຽວກັບລະບົບຍ່ອຍອາຫານນັ້ນກໍຈະບັນເທົາລົງໄປນໍາ ການຈະກິນໝາກຫຸ່ງ ກໍຄວນກິນໃນປະລິມານທີ່ພໍເໝາະ ບໍ່ຫຼາຍຈົນເກີນໄປ ເພາະຖ້າກິນຫຼາຍເກີນໄປ ໝາກຫຸ່ງອາດເຮັດໃຫ້ທ່ານມີຜິວທີ່ເຫຼືອງຂຶ້ນໄດ້ ນອກຈາກນີ້ ໝາກຫຸ່ງຍັງມີວິຕາມິນ A ສູງ ຖ້າກິນຫຼາຍເກີນໄປ ມີຄວາມສ່ຽງຕໍ່ກະດູກ ແລະ ຂໍ້ຕໍ່ ອາດມີອາການເບື່ອອາຫານ ຊຶມເສົ້າ ນອນບໍ່ຫຼັບ ກະວົນກະວາຍ ຜົມຫຼົ່ນ ເຈັບຫົວ ຖອກທ້ອງ.

– ໝາກກ້ຽງ: ການກິນໝາກກ້ຽງຫຼາຍ ແມ່ນຈະຊ່ວຍໃຫ້ຜິວດີ ລະບົບຂັບຖ່າຍດີ ເພາະໝາກກ້ຽງຈັດເປັນໝາກໄມ້ປະເພດໜຶ່ງທີ່ມີວິຕາມິນ C ສູງຫຼາຍ ເຊິ່ງວິຕາມິນ C (Vitamin C) ມີປະໂຫຍດຫຼາຍຢ່າງ ທັງເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ, ປ້ອງກັນອະນຸມູນອິດສະຫຼະ , ຕໍ່ຕ້ານພະຍາດຫົວໃຈ, ຊ່ວຍໃຫ້ສຸຂະພາບເຫືອກແຂງແຮງ ແລະ ຍັງບັນເທົາອາການຫວັດ ແຕ່ການໄດ້ຮັບປະລິມານວິຕາມິນ C ຫຼາຍເກີນໄປ.. ຫຼາຍກວ່າ 500 ມິລີກຣາມຕໍ່ມື້ ຕໍ່ເນື່ອງກັນເປັນລະຍະເວລາດົນ ສາມາດເຮັດໃຫ້ເກີດໜິ້ວໃນໝາກໄຂ່ຫຼັງໄດ້ ລວມເຖິງຫາກຮັບປະທານວິຕາມິນ C ຫຼາຍເກີນ 1.000 ມິລີກຣາມ ຍັງອາດເຮັດໃຫ້ເກີດອາການຖອກທ້ອງ ແລະ ຫາກກິນຕອນທ້ອງວ່າງ ກໍອາດເກີດການລະຄາຍເຄືອງໃນທາງເດີນອາຫານ ເນື່ອງຈາກຄວາມເປັນກົດຂອງວິຕາມິນ C ທັງຍັງອາດເກີດອາການທ້ອງອືດ ຫຼືເຖິງຂັ້ນຮາກໄດ້.

– ກະຫຼໍ່າປີ: ເປັນຜັກທີ່ຫຼາຍຄົນມັກກິນ ແລະ ປຸງແຕ່ງອາຫານສຸດແຊບຊ້ອຍ ກໍຄືກິນກັບຕຳໝາກຫຸ່ງທີ່ດັບເຜັດໄດ້ດີ ເຊິ່ງອັນທີ່ຈິງ ກະຫຼໍ່າປີນັ້ນມີປະໂຫຍດຫຼວງຫຼາຍ ແຕ່ວ່າການກິນກະຫຼໍ່າປີດິບຫຼາຍໆ ອາດເປັນບັນຫາກັບສຸຂະພາບໃນລະຍະຍາວ ພືດຕະກູນກະຫຼໍ່າທຸກໂຕ ຈະມີຄຸນສົມບັດໃນການປ້ອງກັນ ແລະ ຍັບຍັ້ງການເກີດມະເຮັງໄດ້ໃນຫຼາຍໆສ່ວນຂອງຮ່າງກາຍ ບໍ່ວ່າຈະເປັນມະເຮັງລຳໄສ້ໃຫຍ່, ກະເພາະອາຫານ, ເຕົ້ານົມ, ມົດລູກ ຮວຍໄຂ່ ແລະ ຍັງມີລິດໃນການຂັບສານພິດອອກຈາກຮ່າງກາຍໄດ້ ແຕ່ຖ້າທ່ານຮັບປະທານກະຫຼໍ່າປີເປັນປະຈຳ ກໍຈະເພີ່ມປະສິດທິພາບຂອງຕັບໃຫ້ເຮັດວຽກດີຂຶ້ນ ແຕ່ໃນຂະນະດຽວກັນ ໃນກະຫຼໍ່າປີກໍມີສານ Goitrogen ຢູ່ຫຼາຍ ຊຶ່ງສານGoitrogeno ນີ້ຈະໄປກັນບໍ່ໃຫ້ຕ່ອມນໍ້າເຫຼືອງຈັບໄອໂອດີນໄປສ້າງເປັນ Thyroscine ສົ່ງຜົນຈະເຮັດໃຫ້ເກີດພະຍາດຄໍກິນເລືອດໄດ້ ຫາກມັກກິນກະຫຼໍ່າປີປະຈຳ ຄວນກິນກະຫຼໍ່າປີສຸກຈະດີກວ່າກິນກະຫຼໍ່າປີດິບ ເພາະສານ Goitrogen ນີ້ຈະຖືກທຳລາຍໄດ້ໂດຍການເຮັດໃຫ້ສຸກ ດັ່ງນັ້ນຄວນເຮັດໃຫ້ສຸກ ແລະ ກິນແຕ່ພໍດີ

– ນ້ຳ: ນ້ຳເປັນສິ່ງທີ່ຮ່າງກາຍຄົນເຮົາຂາດບໍ່ໄດ້ ແຕ່ການດື່ມນ້ຳຫຼາຍເກີນມື້ລະ 6-7 ລີດ ສ່ຽງເກີດອາການໄຮໂປແນຊີເມຍ ສະໝອງບວມ ເຮັດໃຫ້ເສຍຊີວິດໄດ້ ການດື່ມນ້ຳຫຼາຍເກີນໄປ ຈະເຮັດໃຫ້ຮ່າງກາຍໄດ້ຮັບນ້ຳປະລິມານຫຼາຍເກີນໄປໃນເວລາວ່ອງໄວ ເຮັດໃຫ້ເກີດພາວະນ້ຳເກີນ ຫຼືນ້ຳເປັນພິດ ແລະ ນ້ຳຈະມີຜົນໃຫ້ທາດໂຊດຽມໃນເລືອດຫຼຸດລົງຢ່າງວ່ອງໄວ ຮ່າງກາຍຈະປິ່ນປົວສົມດຸນນ້ຳລະຫວ່າງ ນອກເຊວ ແລະ ພາຍໃນເຊວບໍ່ໄດ້ ເຮັດໃຫ້ເຊວບວມ ແລະ ເຮັດໃຫ້ຊັອກ ສະໝອງບວມ ປອດບວມ ໝົດສະຕິ ແລະ ເສຍຊີວິດໄດ້ ເພາະສະນັ້ນ ດື່ມໃນປະລິມານທີ່ເໝາະສົມຕາມປົກກະຕິ ທີ່ມື້ລະ 6-8 ຈອກ ຫຼື ປະມານ 2 ລີດ ດື່ມແບບພໍດີ ກໍພຽງພໍສຳລັບຮ່າງກາຍແລ້ວ.