ເອີ້ນໄດ້ວ່າຫ້ອງນ້ຳເປັນອີກໜຶ່ງສະຖານທີ່ ທີ່ມີເຊື້ອໂຣກອາໄສຢູ່ເປັນຈຳນວນຫຼາຍ ບໍ່ວ່າຈະລ້າງຫ້ອງນ້ຳເລື້ອຍພຽງໃດ ແຕ່ກໍເຮັດໄດ້ພຽງແຕ່ຫຼຸດເຊື້ອໂຣກລົງ ບໍ່ສາມາດຫາຍໄປໝົດໄດ້ ແລະ ທຸກຄັ້ງທີ່ເຮົາເຂົ້າຫ້ອງນ້ຳ ແນ່ໃຈບໍ່ວ່າຈະບໍ່ມີເຊື້ອໂຣກຕິດຕົວເຮົາມາ ວັນນີ້ເຮົາມີຂໍ້ຄວນລະວັງໃນການເຂົ້າຫ້ອງນ້ຳທີ່ບາງຄົນຍັງບໍ່ຮູ້ ສ່ຽງເກີດໂຣກມາຝາກທຸກຄົນກັນ.

1. ຖິ້ມເຄື່ອງສຳອາງໄວ້ໃນຫ້ອງນ້ຳ ເປັນເຫດຜົນດຽວກັບຫຼາຍໆຂໍ້ທີ່ຜ່ານມາ ຄື: ການວາງເຄື່ອງສຳອາງສຳລັບແຕ່ງໜ້າເອົາໄວ້ໃນຫ້ອງນ້ຳ ຈຶ່ງມີໂອກາດທີ່ເຊື້ອໂຣກຈະແຜ່ກະຈາຍມາຕິດກັບເຄື່ອງສຳອາງ.
2. ເກັບໄມ້ຖູແຂ້ວໄວ້ໃນຫ້ອງນ້ຳ ຂໍ້ນີ້ຄົງແກ້ຍາກ ເພາະເກືອບທຸກເຮືອນ ຈະນຳໄມ້ຖູແຂ້ວໄວ້ໃນຫ້ອງນ້ຳ ແຕ່ຫຼາຍຄົນອາດບໍ່ຮູ້ວ່າເຊື້ອໂຣກທີ່ຢູ່ໃນຫ້ອງນ້ຳ ອາດກະຈາຍມາຕິດໄມ້ຖູແຂ້ວໄດ້ ວິທີແກ້ບໍ່ຕ້ອງຂະໜາດຕ້ອງເອົາໄມ້ຖູແຂ້ວອອກຈາກຫ້ອງນ້ຳ ແຕ່ຢ່າງໜ້ອຍກໍຢ່າວາງໄມ້ຖູແຂ້ວໄວ້ໃກ້ຊັກໂຄກ ແລະ ປິດຝາຊັກໂຄກດ້ວຍກໍດີ.
3. ປ່ອຍໃຫ້ຜ້າກັ້ງບ່ອນອາບນ້ຳສົກກະປົກ ບາງເຮືອນລໍຖ້າໃຫ້ຜ້າກັ້ງອາບນ້ຳມົວ ເປິເປື້ອນດ້ວຍຄາບຂີ້ໄຄ ຄາບສະບູຈົນເປັນຄາບ ຈຶ່ງຈະນຳມາເຮັດຄວາມສະອາດເທື່ອໜຶ່ງ ແຕ່ທ່ານຮູ້ຫຼືບໍ່ວ່າ ຜ້າກັ້ງອາບນ້ຳນີ້ລະທີ່ເປັນແຫຼ່ງບົ່ມເພາະ ແລະ ສະສົມຂອງເຫຼົ່າເຊື້ອໂຣກໄດ້ແບບທີ່ເຮົາຄາດບໍ່ເຖິງ.
4. ຖືໂທລະສັບເຂົ້າຫ້ອງນ້ຳນຳ ເອີ້ນວ່າເຮັດປະຈຳເລີຍ ເພາະເວລານັ່ງຊັກໂຄກກໍບໍ່ຮູ້ຈະເຮັດອັນໃດດີ ມີໂທລະສັບໄວ້ເບິ່ງນັ້ນເບິ່ງນີ້ກໍຊ່ວຍໃຫ້ເພີນໆດີ ແຕ່ທີ່ຈິງແລ້ວ ຄວາມຮ້ອນຈາກໂທລະສັບ ຈະເປັນແຫຼ່ງຈະເລີນເຕີບໂຕຂອງເຊື້ອໂຣກ ຫາກລອຍກະຈາຍມາຕິດ ແລະ ເຊື້ອໂຣກຈະຕິດຢູ່ເທິງໂທລະສັບໄດ້ດົນເຖິງ 2-3 ວັນເລີຍ.
5. ໃຊ້ຜ້າຂົນໜູຜືນເກົ່າຊ້ຳໆກັນຫຼາຍວັນ ບາງຄົນໃຊ້ຜ້າຂົນໜູເຊັດຊ້ຳໄປຊ້ຳມາເປັນອາທິດໂດຍບໍ່ປ່ຽນເລີຍ ເຊິ່ງຜົນການວິໄຈບາງແຫ່ງພົບວ່າ ຫາກເຮົາໃຊ້ຜ້າຂົນໜູຊ້ຳກັນ 3 ວັນໂດຍບໍ່ປ່ຽນ ເຮົາກໍມີໂອກາດສຳຜັດກັບເຊື້ອລາເຊື້ອໂຣກທີ່ຢູ່ໃນຜ້າຂົນໜູແລ້ວ ດັ່ງນັ້ນ ຄວນໝັ່ນປ່ຽນຢ່າງໜ້ອຍ 3 ວັນຄັ້ງ.
6. ບໍ່ໃສ່ເກີບຍ່າງ ຕ້ອງເຂົ້າໃຈວ່າພື້ນຫ້ອງນ້ຳບໍ່ແມ່ນຈະລອດປອດໄພຈາກເຊື້ອໂຣກ ດັ່ງນັ້ນ ຫາກບໍ່ແນ່ໃຈວ່າພື້ນຫ້ອງນ້ຳສະອາດຫຼາຍພໍ ກໍຄວນມີເກີບໄວ້ໃສ່ຍ່າງໃນຫ້ອງນ້ຳຈັກຄູ່ ເພື່ອປ້ອງກັນເຊື້ອໂຣກເຂົ້າສູ່ຮ່າງກາຍໂດຍບໍ່ຮູ້ຕົວ.
7. ບໍ່ໝັ່ນປ່ຽນໄຍບວບອາບນ້ຳ ຮູ້ຫຼືບໍ່ວ່າ ຫຼັງຈາກໃຊ້ໄຍບວບອາບນ້ຳ ຫາກລ້າງເຮັດຄວາມສະອາດໄຍບວບບໍ່ດີພໍ ຈະເປັນແຫຼ່ງແຜ່ກະຈາຍຂອງເຊື້ອໂຣກໄດ້ ແລະ ເມື່ອເຮົານຳມາໃຊ້ຊ້ຳທຸກຄັ້ງທີ່ອາບນ້ຳ ກໍເທົ່າກັບເຮົາໄດ້ສຳຜັດກັບເຊື້ອໂຣກໂດຍກົງ.
8. ເວລາກົດຊັກໂຄກແລ້ວບໍ່ປິດຝາ ເຄີຍສົງໄສກັນບໍວ່າຝາຊັກໂຄກມີໄວ້ເຮັດຫຍັງ ເພາະປົກກະຕິເວລາກົດຊັກໂຄກກໍບໍ່ມີໃຜປິດຝາດອກ ແມ່ນຫຼືບໍ່ ແຕ່ເຫດຜົນທີ່ສ່ຽງ ເພາະວ່າການບໍ່ປິດຝາຈະເຮັດໃຫ້ເຊື້ອໂຣກສາມາດແຜ່ກະຈາຍໄປໄດ້ສູງ ແລະ ໄກເກືອບ 2 ແມັດ ເມື່ອຝາຊັກໂຄກເປິດຢູ່ ຈຶ່ງເຮັດໃຫ້ເຊື້ອໂຣກລອຍເຂົ້າສູ່ຮ່າງກາຍທາງລົມຫາຍໃຈໄດ້.
9. ແຂວນຜ້າຊ້ອນທັບໆກັນ ບໍ່ວ່າຈະເປັນຜ້າເຊັດຕົວ ຜ້າເຊັດໜ້າ ຫຼື ຜ້າເຊັດມື ເມື່ອໃຊ້ແລ້ວຍ່ອມມີຄວາມຊຸ່ມຊື່ນຈາກນ້ຳ ແລະ ເມື່ອນຳມາແຂວນທັບກັນຫຼາຍໆຜືນ ກໍຍ່ອມເກີດເຊື້ອໂຣກໄດ້ ໂດຍສະເພາະ ເຊື້ອລາທີ່ເຮົາເບິ່ງບໍ່ເຫັນ ມາຮູ້ຕົວອີກຄັ້ງກໍມີອາການຂອງໂຣກຜິວໜັງເສຍແລ້ວ.
10. ລືມລ້າງມືກ່ອນອອກຈາກຫ້ອງນ້ຳ ຂໍ້ນີ້ຫຼາຍຄົນຄົງຮູ້ດີຢູ່ແລ້ວວ່າ ບໍ່ວ່າຈະເຮັດທຸລະໜັກໜາ ການບໍ່ລ້າງມືເຮັດຄວາມສະອາດໃຫ້ພຽງພໍຢ່າງໜ້ອຍ 20 ວິນາທີ ເພາະເມື່ອໄປຈັບສິ່ງຂອງ ຫຼື ສຳຜັດກັບຮ່າງກາຍສ່ວນອື່ນອາດມີເຊື້ອໂຣກຕິດໄປດ້ວຍ ຈຶ່ງເປັນເຫດຜົນທີ່ຄວນລ້າງມືກ່ອນອອກຈາກຫ້ອງນ້ຳທຸກຄັ້ງ ໂດຍສະເພາະ ນ້ອງໆຜູ້ຍິງທີ່ມີຄວາມສ່ຽງຕິດເຊື້ອໂຣກໄດ້ງ່າຍ.
ທັງໝົດທີ່ກ່າວມານີ້ ເປັນເລື່ອງໃກ້ຕົວທີ່ເຮົາທີ່ເຮັດຢູ່ເກືອບທຸກມື້ທຸກວັນ ບາງທີສາເຫດທີ່ເຮັດໃຫ້ເຮົາເຈັບປ່ວຍຢູ່ເລື້ອຍໆອາດຈະເປັນເພາະເຊື້ອໂຣກເຫຼົ່ານີ້ກໍໄດ້ ດັ່ງນັ້ນ ພຶດຕິກຳສ່ຽງແບບນີ້ ພວກເຮົາບໍ່ຄວນເຮັດເພື່ອຕົວເຮົາຈະໄດ້ໄກຈາກເຊື້ອໂຣກຕ່າງໆ ຫວັງວ່າຈະມີປະໂຫຍດກັບທຸກໆຄົນເນາະ.
ຊາວບ້ານ – ນຳສະເໜີ