ວິທີຮັກສາສຸຂະພາບຈິດ ເພື່ອສູ້ວິກິດ COVID-19

    ປັດ­ຈຸ­ບັນ ຫຼາຍ​ຄົນ​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ​ບາດ COVID-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ໄປ​ໃນ​ທົ່ວ​ໂລກ ຕໍ່​ກັບ​ການ​ຕິດ­ຕາມ​ຂໍ້​ມູນ​ຂ່າວ­ສານ​ດັ່ງ­ກ່າວ ໄດ້​ກໍ່​ໃຫ້​ບາງ​ບຸກ­ຄົນ​ເກີດ​ຄວາມ​ຢ້ານ​ກົວ ແລະ ວິ­ຕົກ​ກັງ­ວົນ ຈຶ່ງ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ຈິດ​ຂອງ​ຫຼາຍ​ຄົນ.

    ທ່ານ ດຣ ບຸນ​ໂຮມ ກັນ​ທະ​ວົງ ຊ່ຽວ­ຊານ​ຈິດ­ຕະ­ວິ­ທະ­ຍາ​ການ​ແພດ ຫົວ­ໜ້າ​ພະ​ແນກ​ສຸ­ຂະ­ພາບ​ຈິດ ໂຮງ­ໝໍ​ມະ­ໂຫ­ສົດ ໄດ້​ກ່າວ​ວ່າ: ສຳ­ລັບ​ບຸກ­ຄົນ​ໃດ​ຫາກ​ເກີດ​ຄວາມ​ວິ­ຕົກ​ກັງ­ວົນ ກໍ​ຄື​ຄວາມ​ຕຶງ​ຄຽດ​ຕໍ່​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຫຼື ບັນ­ຫາ​ອື່ນໆ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ຕຶງ​ຄຽດ​ນັ້ນ ແມ່ນ​ສາ­ມາດ​ປະ­ຕິ­ບັດ​ຄື:

  1. ຫາ​ທີ່​ປຶກ­ສາ​ໂດຍ​ບໍ່​ເກັບ​ບັນ­ຫາ​ນັ້ນ​ໄວ້​ໜັກ​ຈົນ​ເກີນ​ໄປ ຕ້ອງ​ໄປ​ປຶກ­ສາ​ນຳ​ຜູ້​ເປັນ​ພໍ່ ແມ່ ຜົວ ຫຼື ເມຍ ຄູ-ອາ­ຈານ ແລະ ແພດ​ໝໍ ຈະ​ເປັນ​ຜູ້​ໃຫ້​ຄວາມ​ຮູ້​ຄວາມ​ກະ​ຈ້າງ​ແຈ້ງ​ຕໍ່​ພະ­ຍາດ​ນີ້.
  2. ຫຼີກ​ລ່ຽງ​ປະ​ເຊີນ​ກັບ​ບັນ­ຫາ​ໃນ​ໄລ­ຍະ​ໜຶ່ງ ແລ້ວ​ຈຶ່ງ​ກັບ​ມາ​ໃໝ່.
  3. ຫາ​ວຽກ​ເຮັດ​ງານ​ທຳ​ພາຍ​ໃນ​ເຮືອນ ເຊິ່ງ​ຈະ​ຊ່ວຍ​ໃຫ້​ຫຼຸດ­ຜ່ອນ​ຄວາມ​ຕຶງ​ຄຽດ.
  4. ຕ້ອງ​ຍອມ​ແພ້​ບາງ​ໂອ­ກາດ ແລະ ຍອມ­ຮັບ​ຄວາມ​ເປັນ​ຈິງ.
  5. ຫຼີກ​ລ່ຽງ​ທີ່​ຈະ​ຫວັງ​ໃຫ້​ໄດ້​ໝົດ​ທຸກ​ຢ່າງ ເພາະ​ສິ່ງ​ນີ້​ມີ​ຄວາມ​ສ່ຽງ​ຕໍ່​ການ​ຜິດ​ຫວັງ.
  6. ຢ່າ​ຫວັງ​ໃນ​ຕົວ​ຜູ້​ອື່ນ​ຫຼາຍ​ຈົນ​ເກີນ​ໄປ.
  7. ຄ່ອຍໆ​ເຮັດ​ວຽກ​ໄປ​ແຕ່​ລະ​ຢ່າງ ກໍ​ຄື​ບັນ­ຫາ​ທີ່​ເກີດ​ຂຶ້ນ​ປັດ­ຈຸ­ບັນ​ນີ້ ຈະ​ເຮັດ​ໃຫ້​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ໝົດ​ໄປ​ໃນ​ໄວ​ໄວ​ນີ້​ກໍ​ເປັນ​ໄປ​ໄດ້​ຍາກ ເຊິ່ງ​ປັດ­ຈຸ­ບັນ​ທຸກ​ພາກ­ສ່ວນ​ແມ່ນ​ກຳ­ລັງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕອບ​ຕ້ານ​ກັບ​ພະ­ຍາດ​ດັ່ງ­ກ່າວ​ບໍ່​ໃຫ້​ແຜ່​ລະ­ບາດ​ເປັນ​ວົງ​ກວ້າງ.
  8. ພະ­ຍາ­ຍາມ​ປັບ­ປຸງ​ທັດ­ສະ­ນະ​ມະ­ນຸດ​ສຳ­ພັນ​ໃຫ້​ດີ​ຂຶ້ນ​ແຕ່​ລະ​ວັນ ສິ່ງ​ສຳ­ຄັນ​ແມ່ນ​ບໍ່​ໃຫ້​ໝົກ​ໝົ້ນ​ຢູ່​ນຳ​ແຕ່​ວຽກ​ໜ້າ​ດຽວ ກໍ​ຈະ​ເຮັດ​ໃຫ້​ຊີ­ວິດ​ປະ­ຈຳ​ວັນ​ພວກ​ເຮົາ​ດີ​ຂຶ້ນ ແລະ ຫຼຸດ­ຜ່ອນ​ຄວາມ​ຕຶງ​ຄຽດ​ໄດ້.
error: Content is protected !!