ພຽງແຕ່ລ້າງມືເລື້ອຍໆ ກໍສາມາດຫຼຸດຜ່ອນຄວາມສ່ຽງຕິດພະຍາດຕ່າງໆ

    ທ່ານ​ຮູ້​ຫຼື​ບໍ່​ວ່າ “ມື” ຂອງ​ເຮົາ​ນັ້ນ ເປັນ​ແຫຼ່ງ​ນຳ​ເຊື້ອ​ພະ­ຍາດ​ຫຼວງ­ຫຼາຍ ສາ­ມາດ​ຕິດ­ຕໍ່​ຜ່ານ​ການ​ສຳ­ຜັດ ເຊິ່ງ​ມີ​ຕົວ­ຢ່າງ​ພະ­ຍາດ​ທີ່​ພົບ​ໄດ້​ເລື້ອຍໆ ບໍ່​ວ່າ​ຈະ​ເປັນ​ພະ­ຍາດ​ຕິດ­ເຊື້ອ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ ເຊັ່ນ: ຫວັດ​ໄຂ້­ຫວັດ­ໃຫຍ່ ວັນ­ນະ​ໂຣກ ພະ­ຍາດ​ຕິດ­ເຊື້ອ​ທາງ​ເດີນ​ອາ­ຫານ ເຊັ່ນ: ອາ­ຈົມ​ເຮ່ຍ ພະ­ຍາດ​ຕັບ​ອັກ­ເສບ​ຊະ­ນິດ A ອະ­ຫິ​ວາ ແລະ ເຊື້ອ​ພະ­ຍາດ​ຊະ­ນິດ​ຕ່າງໆ ເຊິ່ງ​ຕິດ­ຕໍ່​ໄດ້​ຈາກ​ການ​ທີ່​ມື​ປົນ​ເປື້ອນ​ເຊື້ອ​ເຫຼົ່າ​ນີ້ ແລ້ວ​ຢິບ​ຈັບ​ອາ­ຫານ​ຮັບ​ປະ­ທານ​ເຂົ້າ​ໄປ ພະ­ຍາດ​ຕິດ­ຕໍ່​ຈາກ​ການ​ສຳ­ຜັດ​ໂດຍ​ກົງ ເຊັ່ນ: ພະ­ຍາດ​ມື ຕີນ ປາກ ຕາ­ແດງ ແຜ​ອັກ­ເສບ​ທີ່​ຜິວ­ໜັງ ຂີ້­ຫິດ ເຫົາ ຫຼື ພະ­ຍາດ​ທີ່​ຕິດ­ຕໍ່​ໄດ້​ຫຼາຍ​ທາງ ເຊັ່ນ: ພະ­ຍາດ​ອີ​ສຸກ​ອີ​ໃສ ອາດ​ຕິດ­ຕໍ່​ໄດ້​ຈາກ​ການ​ຫາຍ­ໃຈ ແລະ ການ​ສຳ­ຜັດ ເປັນ­ຕົ້ນ.

   ນີ້​ຄື​ເຫດ­ຜົນ​ດີໆ ທີ່​ສາ­ມາດ​ອະ­ທິ­ບາຍ​ໄດ້​ວ່າ ເປັນ​ຫຍັງ​ເຮົາ​ຕ້ອງ​ລ້າງ​ມື​ໃຫ້​ເປັນ​ນິ­ໄສ

  1. ເພາະ​ການ​ລ້າງ​ມື​ທີ່​ຖືກ​ວິ­ທີ ມີ​ປະ­ສິດ­ທິ­ພາບ​ທຽບ​ເທົ່າ​ກັບ​ການ​ສັກ​ວັກ​ຊີນ.
  2. ການ​ລ້າງ​ມື​ດ້ວຍ​ນ້ຳ ແລະ ສະ­ບູ ສາ­ມາດ​ຫຼຸດ​ຈຳ­ນວນ​ການ​ເສຍ​ຊີ­ວິດ​ຈາກ​ພະ­ຍາດ​ຖອກ­ທ້ອງ​ໄດ້​ເຖິງ 50%.
  3. ເພາະ​ເທິງ​ມື​ຂອງ​ເຮົາ​ສາ­ມາດ​ມີ​ແບກ​ທີ​ເຣຍ ເກາະ​ໄດ້​ເຖິງ 3.000 ຊະ­ນິດ.
  4. ເນື່ອງ​ຈາກ​ແບກ​ທີ​ເຣຍ​ສາ­ມາດ​ຢູ່​ໄດ້​ເຖິງ 3 ຊົ່ວ­ໂມງ ແລະ ແບກ​ທີ​ເຣຍ​ຕົວ​ດຽວ ສາ­ມາດ​ແບ່ງ​ຕົວ​ໄດ້​ເຖິງ 4.000.000 ຕົວ ໃນ 8 ຊົ່ວ­ໂມງ.
  5. ເທິງ​ສະ​ມາ​ທ​ໂຟນ ສາ­ມາດ​ພົບ​ແບກ​ທີ​ເຣຍ​ຫຼາຍ​ກວ່າ 30.000 ໂຕ.
  6. ໂຕະ​ເຮັດ​ວຽກ ຫຼື ແປ້ນ​ພິມ​ຄອມ​ພິວ​ເຕີ ສາ­ມາດ​ພົບ​ແບກ​ທີ​ເຣຍ​ໄດ້​ຫຼາຍ​ກວ່າ​ໃນ​ຫ້ອງ​ນ້ຳ.
  7. ໂດຍ​ການ​ສຶກ​ສາ​ຂອງ​ປະ­ເທດ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ພົບ​ວ່າ­ການ​ລ້າງ​ມື​ຢ່າງ​ຖືກ​ວິ­ທີ​ເປັນ​ເວ­ລາ 20 ວິ­ນາ­ທີ ສາ­ມາດ​ຫຼຸດ​ເຊື້ອ​ພະ­ຍາດ​ໄດ້​ເຖິງ 90%.

ເວ­ລາ​ໃດ​ແດ່ ທີ່​ຄວນ​ລ້າງ​ມື ?

  • ກ່ອນ​ຮັບ​ປະ­ທານ​ອາ­ຫານ.
  • ກ່ອນ ແລະ ຫຼັງ​ດູ​ແລ​ຜູ້​ປ່ວຍ.
  • ກ່ອນ ແລະ ຫຼັງ​ການ​ປົວ​ບາດ­ແຜ.
  • ຫຼັງ​ຈາກ​ເຂົ້າ​ຫ້ອງ​ນ້ຳ.
  • ກ່ອນ ໃນ​ລະ­ຫວ່າງ ແລະ ຫຼັງ​ກຽມ​ເຮັດ​ອາ­ຫານ.
  • ຫຼັງ​ຈາກ​ການ​ປ່ຽນ​ຜ້າ­ອ້ອມ​ເດັກ­ນ້ອຍ ຜູ້​ປ່ວຍ ແລະ ຜູ້​ສູງ​ອາ­ຍຸ.
  • ພາຍ­ຫຼັງ​ການ​ຈາມ ໄອ ຫຼື ສັ່ງ​ນ້ຳ​ມູກ.
  • ພາຍ­ຫຼັງ​ການ​ສຳ­ຜັດ​ຂີ້​ເຫຍື້ອ.
  • ພາຍ­ຫຼັງ​ສຳ­ຜັດ ໃຫ້​ອາ­ຫານ ຫຼື​ການ​ເກັບ​ມູນ​ສັດ ຂັ້ນ​ຕອນ​ລ້າງ​ມື​ແບບ​ງ່າຍໆ ໃຫ້​ສະ­ອາດ ຖືກ​ຫຼັກ​ອະ­ນາ­ໄມ.
  • ເລີ່ມ​ຈາກ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ.
  • ໃຊ້​ສະ­ບູ​ໃນ​ປະ­ລິ­ມານ​ທີ່​ພຽງ­ພໍ​ຕໍ່​ການ​ລ້າງ​ມື​ໃນ​ແຕ່​ລະ​ຄັ້ງ.
  • ຈາກ​ນັ້ນ ໃຊ້​ຝາ​ມື​ທັງ​ສອງ​ຂ້າງ​ຖູ​ກັນ ໂດຍ​ສະ­ຫຼັບ​ກັນ​ຖູ.
  • ຖູ​ຫຼັງ​ມື ໂດຍ​ສອດ​ນິ້ວ​ເຂົ້າ​ໄປ​ຖູ​ງ່າມ​ນິ້ວ ເຮັດ​ສະ­ຫຼັບ​ກັນ​ກັບ​ມື​ອີກ​ຂ້າງ.
  • ຖູ​ຝ່າ­ມື​ດ້ວຍ​ການ​ໄຂວ່​ນິ້ວ​ມື​ທັງ​ສອງ​ຂ້າງ​ເຂົ້າ​ດ້ວຍ​ກັນ ຄ້າຍ​ທ່າ​ປະ­ສານ​ມື.
  • ຖູ​ຫຼັງ​ນິ້ວ​ມື​ທັງ​ສອງ​ຂ້າງ.
  • ໃຊ້​ມື​ເບື້ອງ​ຊ້າຍ​ຈັບ​ນິ້ວ​ໂປ້​ເບື້ອງ​ຂວາ​ແລ້ວ​ໝູນ​ໄປ​ມາ​ສະ­ຫຼັບ​ເບື້ອງ ເຮັດ​ຊ້ຳ​ແບບ​ດຽວ​ກັນ.
  • ຖູ​ປາຍ​ນິ້ວ​ເຂົ້າ​ກັບ​ຝາ​ມື ໝູນ​ເປັນ​ວົງ​ກົມ.
  • ຖູ​ຂໍ້­ມື.
  • ລ້າງ​ສະ​ບູ່​ອອກ​ດ້ວຍ​ນ້ຳ​ສະ­ອາດ.
  • ເຊັດ​ມື​ໃຫ້​ແຫ້ງ.

ຊາວບ້ານ – ນໍາສະເໜີ

error: Content is protected !!