ຖ້າເວົ້າເຖິງເຊື້ອພະຍາດແລ້ວ ເຮົາພົບໄດ້ໃນທຸກໆສະຖານທີ່ ແຕ່ໃນຫ້ອງນ້ຳມີເຊື້ອພະຍາດຮ້າຍແຝງຕົວຢູ່ເປັນຈຳນວນຫຼາຍ ວັນນີ້ຈະບອກເຄັດລັບ ເພື່ອທຸກຄົນຈະໄດ້ປ້ອງກັນຕົນເອງ.
ເຊື້ອພະຍາດທີ່ຢູ່ໃນຫ້ອງນ້ຳສ່ວນໃຫຍ່ ເກີດຈາກການປົນເປື້ອນຂອງສິ່ງປະຕິກູນ ເຊັ່ນ: ອຸດຈາລະຮ່ວມກັບຄວາມຊຸ່ມ ສົ່ງຜົນໃຫ້ເຊື້ອພະຍາດສາມາດອາໄສຢູ່ໃນຫ້ອງນ້ຳໄດ້ເປັນເວລາດົນນານ ເນື່ອງຈາກເຊື້ອແບກທີເຣຍ ແລະ ໄວຣັສກໍ່ພະຍາດຕ່າງໆມີຂະໜາດນ້ອຍຫຼາຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ດັ່ງນັ້ນ ການປະເມີນຄວາມສະອາດຂອງຫ້ອງນ້ຳ ໂດຍການສັງເກດຄາບສົກກະປົກ ຈຶ່ງບໍ່ສາມາດຢືນຢັນຄວາມປອດໄພໄດ້ຮ້ອຍເປີເຊັນ.

ເມື່ອເຂົ້າຫ້ອງນ້ຳ ຫາກມືໄປສຳຜັດຖືກພື້ນຜິວ ຫຼື ສຸຂະພັນທີ່ມີເຊື້ອພະຍາດແຝງຢູ່ແລ້ວ ບໍ່ໄດ້ທຳຄວາມສະອາດມື ຫຼັງຈາກນັ້ນຢິບອາຫານມາຮັບປະທານ ຈະເຮັດໃຫ້ເກີດການຕິດເຊື້ອຕາມມາໄດ້ ເຊັ່ນ: ການຕິດເຊື້ອຊາລໂມເນລລ່າ ເຊິ່ງມັກຈະພົບປົນເປື້ອນໃນອຸດຈາລະໄດ້ເລື້ອຍໆ ຫາກໄດ້ຮັບເຊື້ອນີ້ເຂົ້າໄປ ອາດເຮັດໃຫ້ມີອາການໄຂ້ ແລະ ເຈັບທ້ອງ ໃນກໍລະນີຜູ້ປ່ວຍພູມຕ້ານທານຕ່ຳ ອາດເຮັດໃຫ້ຕິດເຊື້ອໃນກະແສເລືອດ ແລະ ເສຍຊີວິດໄດ້.
ນອກຈາກພະຍາດຕິດຕໍ່ທາງເດີນອາຫານແລ້ວ ເຊື້ອລາທີ່ຢູ່ໃນຫ້ອງນ້ຳນັ້ນອາດເຮັດໃຫ້ຜູ້ປ່ວຍເປັນພະຍາດພູມແພ້ ຫຼື ຫອບຫືດ ແຕ່ສຳລັບຜູ້ທີ່ມີພູມຕ້ານທານຕ່ຳແລ້ວ ເຊື້ອລາດັ່ງກ່າວ ອາດເຮັດໃຫ້ເກີດປອດອັກເສບຮຸນແຮງ ແລະ ຝີໃນສະໝອງໄດ້ ດັ່ງນັ້ນ ຜູ້ປ່ວຍທີ່ມີພູມຕ້ານທານຕ່ຳທຸກຄົນ ຄວນປຶກສາແພດກ່ຽວກັບການເຮັດຄວາມສະອາດຫ້ອງນ້ຳດ້ວຍສະເໝີ.
ເຊິ່ງຫ້ອງນ້ຳທີ່ດີ ຕ້ອງມີການເຮັດຄວາມສະອາດຢ່າງສະໝ່ຳສະເໝີ ແລະ ຖືກວິທີ ບໍ່ຄວນມີກິ່ນເໝັນ ຫຼື ມີຄາບສົກກະປົກປາກົດໃຫ້ເຫັນ ສຳລັບຜະລິດຕະພັນເຮັດຄວາມສະອາດຫ້ອງນ້ຳໂດຍທົ່ວໄປນັ້ນ ມັກຈະມີສ່ວນປະສົມຂອງກົດ ເຊິ່ງອາດຂ້າເຊື້ອພະຍາດໄດ້ບໍ່ດີເທົ່າທີ່ຄວນ ດັ່ງນັ້ນ ຄວນເຮັດຄວາມສະອາດຫົວ ແລະ ສາຍສີດນ້ຳ ຊຳລະຖານຮອງນັ່ງ ແລະ ບ່ອນຈັບປະຕູ ລວມເຖິງໃຊ້ຜະລິດຕະພັນລ້າງຫ້ອງນ້ຳທີ່ອອກລິດທຳລາຍເຊື້ອໄດ້ດີ ເຊັ່ນ: ຜະລິດຕະພັນທີ່ມີສ່ວນປະກອບຂອງສານໂຊດຽມໄຮໂປຄລໍໄຣ ເປັນຕົ້ນ ແລະ ນອກເໜືອຈາກການເຮັດຄວາມສະອາດຫ້ອງນ້ຳເປັນປະຈຳແລ້ວ ການລ້າງມືຢ່າງຖືກວິທີຫຼັງການໃຊ້ຫ້ອງນ້ຳ ຈະຊ່ວຍປ້ອງກັນບໍ່ໃຫ້ເຮົາຕິດເຊື້ອພະຍາດໄດ້ອີກທາງໜຶ່ງດ້ວຍ.
ໂດຍ: ຊາວບ້ານ-ນຳສະເໜີ