ປີທີ່ຜ່ານມາ ບໍລິສັດໃນສະຫະລັດ ສັ່ງຊື້ຫຸ່ນຍົນໜ້ອຍລົງ

ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ບໍ­ລິ­ສັດ​ຕ່າງໆ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໃຊ້​ຫຸ່ນ​ຍົນ​ໃນ​ບ່ອນ​ເຮັດ​ວຽກ​ກັນ​ໜ້ອຍ​ລົງ​ໃນ​ໄລ­ຍະ​ປີ 2019 ເມື່ອ​ທຽບ​ກັບ​ປີ​ກ່ອນ​ໜ້າ​ນັ້ນ ຊຶ່ງ​ນັບ​ວ່າ​ເປັນ​ການ​ຫຼຸດ​ລົງ​ຄັ້ງ​ທຳ​ອິດ​ຂອງ​ການ​ສັ່ງ​ຊື້​ຫຸ່ນ​ຍົນ​ຕັ້ງ­ແຕ່​ປີ 2015.

ການ​ສັ່ງ​ຊື້​ຫຸ່ນ​ຍົນ​ເມື່ອ​ປີ​ທີ່​ຜ່ານ​ມາ​ຫຼຸດ​ລົງ ຢູ່​ທີ່​ລະ­ດັບ 23.758 ເຄື່ອງ ຊຶ່ງ​ຫຼຸດ​ລົງ​ຈາກ​ປີ​ກ່ອນ​ໜ້າ​ນັ້ນ​ເຖິງ 16% ຂໍ້​ມູນ​ດັ່ງ­ກ່າວ ມາ​ຈາກ​ສະ­ມາ­ຄົມ Advancing Automation ຊຶ່ງ​ເປັນ​ກຸ່ມ​ອຸດ­ສາ­ຫະ­ກຳ​ໃນ​ເມືອງ​ແອນ​ຮາ​ເບີ ລັດ​ມິ​ຊິ​ແກນ.

ນອກ­ຈາກ​ນີ້ ການ​ສັ່ງ​ຊື້​ຫຸ່ນ​ຍົນ​ໃນ​ເມັກ​ຊິກ ເມື່ອ​ປີ​ທີ່​ຜ່ານ​ມາ​ກໍ​ຫຼຸດ​ລົງ 25% ເປັນ 3.263 ເຄື່ອງ ສ່ວນ​ການ​ສັ່ງ​ຊື້​ໃນ​ກາ​ນາ​ດາ ກໍ​ໃກ້​ຄຽງ​ກັນ​ຢູ່​ທີ່​ລະ­ດັບ​ປະ­ມານ 3.000 ເຄື່ອງ.

ເປົ້າ​ໝາຍ​ສຳ­ຄັນ​ຂອງ​ການ​ບໍ­ລິ­ຫານ​ງານ​ຂອງ​ລັດ­ຖະ­ບານ​ປະ­ທາ­ນາ­ທິ­ບໍ­ດີ ໂດນັລ ທຣຳ ຄື​ການ​ໃຫ້​ບັນ­ດາ​ບໍ­ລິ­ສັດ​ຜູ້​ຜະ­ລິດ​ກັບ​ມາ​ສ້າງ​ງານ​ໃນ​ສະ­ຫະ­ລັດ ໂດຍ​ຫຸ່ນ​ຍົນ​ຮຸ່ນ​ໃໝ່ໆ ເຮັດ​ໃຫ້​ບໍ­ລິ­ສັດ​ຕ່າງໆ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ສາ­ມາດ​ແຂ່ງ­ຂັນ​ກັບ​ແຮງ​ງານ​ຕົ້ນ​ທຶນ​ຕ່ຳ​ໃນ​ປະ­ເທດ​ຈີນ ແລະ ປະ­ເທດ​ອື່ນໆ​ໄດ້.

ຢ່າງ­ໃດ​ກໍ​ຕາມ ຜູ້​ຊ່ຽວ­ຊານ​ບາງ​ຄົນ​ເຊື່ອ​ວ່າ ເວ­ລາ​ນີ້ ມີ​ການ​ອ່ອນ​ຕົວ​ລົງ​ໃນ​ດ້ານ​ການ​ຜະ­ລິດ​ທີ່​ຕ້ອງ​ໃຊ້​ຫຸ່ນ​ຍົນ.

error: Content is protected !!