ແອັບມືຖືໃນຈີນ ຊ່ວຍຕິດຕາມການລະບາດຂອງ COVID-19

ປະ­ຊາ­ຊົນ​ໃນ​ປະ­ເທດ​ຈີນ ໃຊ້​ແອັບ​ໂທລະ­ສັບ​ມື​ຖື​ໃນ​ການ​ຕິດ­ຕາມ ແລະ ຊ່ວຍ​ຖ່ວງ​ການ​ແຜ່​ກະ­ຈາຍ​ຂອງ​ໂຄ​ໂຣ​ນາ​ໄວ​ຣັສ ຫຼື COVID-19 ບາງ​ແອັບ​ພລິ​ເຄ​ຊັ່ນ ໃຫ້​ຂໍ້​ມູນ​ຫຼ້າ​ສຸດ​ກ່ຽວ​ກັບ​ສະ­ຖາ­ນະ​ການ​ການ​ຕິດ­ເຊື້ອ​ໄວ​ຣັສ ຫຼື ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຕິດ­ເຊື້ອ.

ລັດ­ຖະ­ບານ​ຈີນ ເຮັດ​ວຽກ​ຮ່ວມ​ກັບ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ທີ່​ໃຫຍ່​ທີ່​ສຸດ​ສອງ​ແຫ່ງ​ຂອງ​ປະ­ເທດ ໃນ​ການ​ຕິດ­ຕາມ​ພະ­ຍາດ​ນີ້​ຄື Alibaba Group ແລະ Tencent Holdings ສ້າງ​ລະ­ບົບ​ບັນ­ທຶກ​ສຸ­ຂະ­ພາບ​ຂອງ​ບຸກ­ຄົນ ຕະ­ຫຼອດ​ຈົນ​ລະ­ບຸ​ພາ­ຫະ​ຂອງ​ພະ­ຍາດ​ໂດຍ​ການ​ໃຊ້​ສີ.

ເມື່ອ​ໄວໆ​ນີ້ Alipay ແອັບ​ພລິ​ເຄ​ຊັ່ນ​ໃຫ້​ບໍ­ລິ­ການ​ຊຳ­ລະ​ເງິນ​ຂອງ​ອາ­ລີ​ບາ​ບາ ເປີດ​ຕົວ​ລະ­ບົບ​ທີ່​ໃຊ້​ລະ­ຫັດ QR ທີ່​ເປັນ​ສີ​ສະ­ແດງ​ເຖິງ​ສຸ­ຂະ­ພາບ​ຂອງ​ຜູ້​ຄົນ​ໃນ​ເມືອງ​ຫາງ​ໂຈວ ໂດຍ​ຜູ້​ໃຊ້​ສາ­ມາດ​ໃຊ້​ແອັບ​ນີ້​ລາຍ​ງານ​ໝາຍ​ເລກ​ປະ­ຈຳ​ຕົວ​ທີ່​ເປັນ​ທາງ​ການ ແລະ ຄົ້ນ​ຫາ​ຂໍ້​ມູນ

ຜູ້​ໃຊ້​ທຸກ​ຄົນ​ຈະ​ຕ້ອງ​ໃຫ້​ຂໍ້​ມູນ​ເລື່ອງ​ການ​ເດີນ­ທາງ​ນອກ​ເມືອງ​ຄັ້ງ​ຫຼ້າ​ສຸດ ລວມ​ເຖິງ​ໃຫ້​ຂໍ້​ມູນ​ຫາກ​ມີ​ອາ­ການ​ຂອງ​ພະ­ຍາດ​ໄຂ້­ຫວັດ­ໃຫຍ່ ເຊັ່ນ ຕົວ­ຮ້ອນ ຫຼື ມີ​ອາ­ການ​ໄອ​ຮຸນ​ແຮງ ຫຼັງ​ຈາກ​ທີ່​ຕອບ​ແບບ​ສອບ​ຖາມ​ສຳ­ເລັດ​ແລ້ວ ຜູ້​ໃຊ້​ຈະ​ໄດ້​ຮັບ​ຂໍ້­ຄວາມ​ທາງ​ໂທລະ­ສັບ​ມື​ຖື​ທີ່​ມີ​ລະ­ຫັດ QR ທີ່​ໃຊ້​ສີ​ໃນ​ການ​ລະ­ບຸ​ສະ­ພາບ​ຮ່າງ­ກາຍ​ຕາມ​ທີ່​ຕອບ​ແບບ​ສອບ​ຖາມ​ໄປ.

ຜູ້​ໃຊ້​ທີ່​ມີ​ລະ­ຫັດ​ສີ­ແດງ ຈະ​ຖືກ​ບອກ​ໃຫ້​ກັກ​ບໍ­ລິ­ເວນ​ຕົວ​ເອງ​ເປັນ​ເວ­ລາ 14 ວັນ ແລະ ລາຍ​ງານ​ສະ­ພາບ​ຂອງ​ຕົນ​ຢ່າງ​ຕໍ່​ເນື່ອງ ໂດຍ​ໃຊ້​ແອັບ​ສົ່ງ​ຂໍ້­ຄວາມ DingTalk ຂອງ​ອາ­ລີ​ບາ​ບາ ສ່ວນ​ຜູ້​ໃຊ້​ທີ່​ມີ​ລະ­ຫັດ​ສີ­ເຫຼືອງ ຈະ​ຖືກ​ບອກ​ໃຫ້​ແຍກ​ຕົວ​ເອງ​ເປັນ​ເວ­ລາ 7 ວັນ ໃນ​ຂະ­ນະ​ທີ່​ຜູ້​ທີ່​ມີ​ລະ­ຫັດ​ສີ­ຂຽວ ສາ­ມາດ​ເດີນ­ທາງ​ໄດ້​ຢ່າງ​ອິດ­ສະ­ຫຼະ.

ສື່​ຂອງ​ລັດ­ຖະ­ບານ​ຈີນ​ກ່າວ​ວ່າ ລະ­ບົບ​ຂອງ​ອາ­ລີ​ບາ​ບາ​ນີ້ ຈະ​ຖືກ​ຕິດ​ຕັ້ງ​ຕາມ​ສະ­ຖາ­ນີ​ລົດ­ໄຟ​ຖະ­ໜົນ​ສາຍ​ຫຼັກ ແລະ ຈຸດ​ກວດ​ສອບ​ການ​ເດີນ­ທາງ​ອື່ນໆ​ດ້ວຍ ແລະ ລັດ­ຖະ­ບານ​ຈີນ ກຳ­ລັງ​ເລັ່ງ​ເຮັດ​ວຽກ​ເພື່ອ​ຂະ­ຫຍາຍ​ລະ­ບົບ​ນີ້​ໄປ​ທົ່ວ​ປະ­ເທດ.

ສ່ວນ Tencent ຊຶ່ງ​ເປັນ​ຜູ້​ດຳ­ເນີນ​ງານ WeChat ແອັບ​ສົ່ງ​ຂໍ້­ຄວາມ​ຍອດ​ນິ­ຍົມ​ຂອງ​ຈີນ ໄດ້​ເປີດ​ຕົວ​ລະ­ບົບ​ຕິດ­ຕາມ​ດ້ວຍ​ລະ­ຫັດ QR ທີ່​ຄ້າຍ­ຄື​ກັນ​ນີ້ ໂດຍ​ໄດ້​ຮັບ​ຄວາມ​ຊ່ວຍ­ເຫຼືອ​ຈາກ​ສະ­ພາ​ພັດ­ທະ­ນາ ແລະ ປະ­ຕິ​ຮູບ​ແຫ່ງ​ຊາດ​ຂອງ​ຈີນ (China’s National Development and Reform Council).

ປັດ­ຈຸ­ບັນ​ນີ້ ມີ​ລະ­ບົບ​ນີ້​ໃຊ້​ກັນ​ແລ້ວ​ທີ່​ເມືອງ​ເສິນ​ເຈິ້ນ ແລະ ຄາດ​ວ່າ​ຈະ​ນຳ­ໄປ​ໃຊ້​ໃນ​ສ່ວນ​ອື່ນໆ​ຂອງ​ມົນ­ທົນ​ກວາງ­ຕຸ້ງ​ໄວໆ​ນີ້.

ອີກ​ໜຶ່ງ​ໃນ​ແອັບ​ພລິ​ເຄ​ຊັ່ນ​ທີ່​ພັດ­ທະ­ນາ​ໂດຍ WeChat ໃຊ້​ໃນ​ການ​ລະ­ບຸ​ສະ­ຖານ­ທີ່​ໃນ​ເມືອງ​ເສິນ​ເຈິ້ນ ແລະ ກວາງ​ໂຈວ ຊຶ່ງ​ມີ​ການ​ຢືນ­ຢັນ​ວ່າ​ພົບ​ຜູ້​ຕິດ­ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ ຜູ້​ໃຊ້​ແອັບ​ພລິ​ເຄ​ຊັ່ນ​ຄົນ​ໜຶ່ງ​ບອກ​ວ່າ ແຜນ­ທີ່​ດັ່ງ­ກ່າວ​ຊ່ວຍ​ໃຫ້​ສະ­ບາຍ​ໃຈ ເພາະ​ຢ່າງ​ໜ້ອຍ​ກໍ​ສາ­ມາດ​ຊ່ວຍ​ໃຫ້​ຫຼີກ​ລ່ຽງ​ພື້ນ​ທີ່​ທີ່​ມີ​ການ​ແຜ່​ລະ­ບາດ​ໄດ້.

error: Content is protected !!