ໂລກປ່ຽນໄປແລ້ວ ! ເຊົາຮັບມືໄພໄຊເບີແບບເກົ່າໆ

ລາຍ​ງານ​ຂອງ Deloitte Cyber Smart ຊີ້​ແຈງ​ວ່າ ໄພ​ຄຸກ​ຄາມ​ທາງ​ໄຊ​ເບີ ອາດ​ສົ່ງ​ຜົນ​ເຮັດ​ໃຫ້​ສູນ​ເສຍ GDP ພາກ​ພື້ນ​ອາ­ຊີ-ປາ​ຊີ​ຟິກ​ເຖິງ 145 ຕື້​ໂດ​ລາ​ສະ­ຫະ­ລັດ ໃນ​ທົດ​ສະ​ວັດ​ໜ້າ.

ແຕ່​ແນວ­ທາງ​ສ່ວນ​ໃຫຍ່ ທີ່​ອົງ​ກອນ​ໃຊ້​ໃນ​ການ​ຮັກ­ສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃນ​ວັນ​ນີ້ ຍັງ​ຄົງ​ເປັນ​ແບບ​ປະ­ຕິ­ກິ­ລິ­ຍາ​ທີ່​ສຸມ​ໃສ່​ການ​ຕາມ​ຫາ​ໄພ​ຂົ່ມ­ຂູ່ ແລະ ຕ້ອງ​ເປີດ­ເຜີຍ​ຄວາມ​ເຂົ້າ­ໃຈ​ຜິດ​ດ້ານ​ຄວາມ​ປອດ​ໄພ ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ເຊື່ອມ​ໂຍງ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ກັບ​ຍຸດ​ທະ​ສາດ​ການ​ຄ້າ​ຫຼັກ ໄດ້­ແກ່:

1. ການ​ຄິດ​ວ່າ​ຖ້າ​ທ່ານ​ເຂົ້າ­ໃຈ​ທ່າ​ອ່ຽງ​ທີ່​ຈະ​ໂຈມ​ຕີ ຈະ​ຊ່ວຍ​ປົກ​ປ້ອງ​ລະ­ບົບ​ດັ່ງ­ກ່າວ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ຫຼື ແກ້​ໄຂ​ບັນ­ຫາ​ເມື່ອ​ເກີດ​ເຫດ ຖື​ວ່າ​ເປັນ​ວິ­ທີ​ການ​ທີ່​ຫຼ້າ​ສະ­ໄໝ​ແລ້ວ ອົງ​ກອນ​ຄວນ​ກວດ­ກາ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ສະ­ພາບ​ແວດ​ລ້ອມ​ທັງ​ໝົດ ໂດຍ​ການ​ກຳ­ນົດ​ແອັບ ແລະ ຂໍ້​ມູນ​ທີ່​ຕ້ອງ­ການ​ການ​ປົກ​ປ້ອງ​ຫຼາຍ​ທີ່​ສຸດ ລວມ​ທັງ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ວຽກ​ງານ​ເຫຼົ່າ­ນັ້ນ ແລະ ສຸມ​ໃສ່​ການ​ປະ­ຕິ­ບັດ​ງານ​ຂອງ​ແອັບ​ພລີ​ເຄ​ຊັ່ນ ໂດຍ​ການ​ຕິດ­ຕາມ ແລະ ເອົາ­ໃຈ­ໃສ່​ກັບ​ພຶດ­ຕິ​ກຳ​ການ​ນຳ​ໃຊ້​ທີ່​ດີ ຫຼາຍ​ກວ່າ​ການ​ນຳ​ໃຊ້​ທີ່​ບໍ່​ດີ

2. ຢຸດ​ຄິດ​ວ່າ​ມັນ​ເປັນ​ໜ້າ­ທີ່​ຕົ້ນ­ຕໍ​ຂອງ​ພະ​ແນກ​ໄອ​ທີ ໃນ​ການ​ຄຸ້ມ​ຄອງ​ລະ­ບົບ​ຄວາມ​ປອດ​ໄພ ແລະ ປົກ​ປ້ອງ​ຊັບ​ສິນ​ດິ​ຈິ​ຕອນ​ເທົ່າ​ນັ້ນ ເມື່ອ​ຂໍ້​ມູນ​ລະ­ບົບ ແລະ ການ​ນຳ​ໃຊ້​ເທົ່າ​ນັ້ນ​ກ່ຽວ­ຂ້ອງ​ກັບ​ທຸກ​ພາກ­ສ່ວນ.

3. ໃນ​ໄລ­ຍະ​ຜ່ານ​ມາ ການ​ປົກ​ປ້ອງ​ພື້ນ­ຖານ​ໂຄງ​ລ່າງ ແມ່ນ​ວິ­ທີ​ການ​ຊ່ວຍ­ເຫຼືອ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ໃຫ້​ມີ​ຄວາມ​ປອດ​ໄພ​ດີ​ທີ່​ສຸດ ແຕ່​ປັດ­ຈຸ­ບັນ ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ ບໍ່​ວ່າ​ແອັບ​ພລິ​ເຄ​ຊັນ ຈະ​ແຈກ​ຢາຍ​ຢູ່​ທົ່ວ​ທຸກ​ລະ­ບົບ​ປະ­ຕິ­ບັດ​ການ ຖ້າ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ສຸມ​ໃສ່​ແຕ່​ການ​ປ້ອງ​ກັນ​ພື້ນ­ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ ອາດ​ຈະ​ເປັນ​ຂໍ້​ຜິດ­ພາດ​ຢ່າງ​ງ່າຍ­ດາຍ.

4. ໃນ​ຍຸກ​ທີ່​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ເປັນ​ສິ່ງ​ສຳ­ຄັນ ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ຕ້ອງ​ໄດ້​ອະ­ທິ­ບາຍ​ໃຫ້​ຄະ­ນະ​ກຳ­ມະ­ການ​ປົກ­ຄອງ​ເຂົ້າ­ໃຈ ຄວາມ​ຕ້ອງ­ການ​ຂອງ​ອົງ​ກອນ ໃນ​ການ​ລົງ​ທືນ ຖ້າ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ສຳ­ລັບ​ການ​ຮັກ­ສາ​ຄວາມ​ປອດ​ໄພ ຈະ​ມີ​ໂອ­ກາດ​ທີ່ GDP ຈະ​ເຕີບ​ໂຕ​ເຖິງ 145 ຕື້​ໂດ​ລາ​ສະ­ຫະ­ລັດ ໃນ​ພາກ​ພື້ນ​ອາ­ຊີ-ປາ​ຊີ​ຟິກ​ໃນ 10 ປີ​ຂ້າງ​ໜ້າ.

5. ຢຸດ​ຄິດ​ວ່າ “ຜູ້​ໃຊ້” ແມ່ນ​ຈຸດ​ອ່ອນ​ຂອງ​ລະ­ບົບ​ຄວາມ​ປອດ​ໄພ ເນື່ອງ​ຈາ​ກວ່າ​ໄພ​ຂົ່ມ­ຂູ່​ໄດ້​ຖືກ​ພັດ­ທະ­ນາ​ຈົນ​ກວ່າ​ພວກ​ເຂົາ​ສາ­ມາດ​ໂຈມ​ຕີ ໂດຍ​ບໍ່​ໄດ້​ຄາດ​ຫວັງ ສະ­ນັ້ນ ການ​ອອກ​ແບບ​ລະ­ບົບ​ສຳ­ລັບ​ການ​ເຂົ້າ​ເຖິງ​ຂໍ້​ມູນ ຫຼື ການ​ນຳ​ໃຊ້​ສິ່ງ​ນັ້ນ ຈຳ­ເປັນ​ຕ້ອງ​ມີ​ການ​ກວດ​ສອບ​ຂໍ້​ມູນ​ປະ­ຈຳ​ຕົວ ແລະ ຮັບ­ຮອງ​ຄວາມ​ຖືກ­ຕ້ອງ​ຈຶ່ງ​ເປັນ​ສິ່ງ​ສຳ­ຄັນ.

6. ແນວ​ຄິດ​ທີ່​ວ່າ ການ​ຮັກ­ສາ​ຄວາມ​ປອດ​ໄພ ເປັນ​ອຸ­ປະ­ສັກ​ຕໍ່​ຄວາມ​ຄ່ອງ​ຕົວ​ທາງ​ທຸ­ລະ​ກິດ​ນັ້ນ​ຫຼ້າ​ສະ­ໄໝ​ແລ້ວ ເນື່ອງ​ຈາກ​ໃນ​ປັດ­ຈຸ­ບັນ ການ​ຮັກ­ສາ​ຄວາມ​ປອດ​ໄພ​ເຮັດ​ໄດ້​ງ່າຍ​ຂຶ້ນ ໄວ​ຂຶ້ນ ແລະ ມີ​ປະ­ສິດ­ທິ­ພາບ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ອົງ​ກອນ​ຕ່າງໆ​ມີ​ໂອ­ກາດ​ໃນ​ການ​ປະ­ດິດ​ສ້າງ​ນະ​ວັດ­ຕະ​ກຳ​ສະ­ເໝີ.

error: Content is protected !!