ນັກວິໄຈປະສົບຄວາມສຳເລັດ ກັບເຕັກໂນໂລຊີຄວບຄຸມເຄື່ອງມືດ້ວຍຄື້ນສະໝອງ

ໃນ​ຍຸກ​ທີ່​ການ​ກ້າວ​ກະ­ໂດດ​ທາງ​ວິ­ທະ­ຍາ­ສາດ​ເກີດ​ຂຶ້ນ​ໄດ້​ວ່ອງ­ໄວ​ນີ້ ນັກ​ວິ­ໄຈ​ທີມ​ໜຶ່ງ​ປະ­ສົບ​ຄວາມ​ສຳ­ເລັດ​ໃນ​ການ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ ພ້ອມ​ອຸ­ປະ­ກອນ​ທີ່​ສາ­ມາດ​ອ່ານ​ຄື້ນ​ສະ­ໝອງ ເພື່ອ​ສັ່ງ​ເຄື່ອງ­ມື​ຕ່າງໆ​ໃຫ້​ເຮັດ​ວຽກ​ໄດ້.

ນັກ​ວິ­ໄຈ​ຈາກ​ບໍ­ລິ­ສັດ​ທີ່​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ສະ​ຖາ​ບັນ Harvard Innovation Lab ຄື​ທີມ​ທີ່​ສາ­ມາດ​ຄິດ​ຄົ້ນ ແລະ ປະ­ດິດ​ອຸ­ປະ­ກອນ​ທີ່​ເຊື່ອມ​ຕໍ່​ຄື້ນ​ສະ­ໝອງ​ຂອງ​ມະ­ນຸດ ເຂົ້າ​ກັບ​ເຄື່ອງ­ມື​ເອ​ເລັກ​ໂຕຣ​ນິກ​ໄດ້​ກ່ອນ​ໃຜ.

ຕົວ­ຢ່າງ​ສິ່ງ​ປະ­ດິດ​ທີ່​ທີມ​ນຳ​ສະ­ເໜີ​ອອກ​ມາ​ມີ ເຊັ່ນ​ຂອງ​ຫຼິ້ນ​ລົດ​ແຂ່ງ​ທີ່​ຜູ້​ຫຼິ້ນ​ບໍ່​ຕ້ອງ​ໃຊ້​ມື​ຈັບ​ຄັນ​ບັງ­ຄັບ ຫຼື​ອຸ­ປະ­ກອນ​ອື່ນ​ໃດ ນອກ­ຈາກ​ສວມ​ທີ່​ຮັດ​ຫົວ ຊຶ່ງ​ຜະ­ລິດ​ໂດຍ​ບໍ­ລິ­ສັດ BrainCo ແລະ ມີ​ຕົວ​ເຊັນ​ເຊີ ມີ​ສ່ວນ​ປະ­ກອບ​ຂອງ​ວັດ​ສະ​ດຸ​ໄຮ​ໂດຣ​ເຈນ ຫຼື​ໂພ​ລິ​ເມີ​ຊະ­ນິດ​ໜຶ່ງ ເຮັດ​ໃຫ້​ສາ­ມາດ​ອ່ານ​ຄື້ນ​ໄຟ­ຟ້າ​ສະ­ໝອງ​ຂອງ​ຜູ້​ສວມ​ໃສ່​ໄດ້.

ທ່ານ ແມັກ ນິວ​ລອນ ປະ­ທານ ບໍ­ລິ­ສັດ BrainCo ກ່າວ​ວ່າ ອຸ­ປະ­ກອນ​ນີ້​ເຮັດ​ໜ້າ­ທີ່​ປະ​ເມີນ​ຄວາມ​ມີ​ສະ­ມາ­ທິ​ຂອງ​ຜູ້​ຫຼິ້ນ ເພື່ອ​ຊ່ວຍ​ໃຫ້​ຄົນໆ​ນັ້ນ​ສາ­ມາດ​ຮຽນ​ຮູ້​ການ​ຕັ້ງ​ສະ­ມາ­ທິ ຫຼື​ຜ່ອນ­ຄາຍ.

ທ່ານ ນິວ​ລອນ ບອກ​ວ່າ ເມື່ອ​ຜູ້​ໃຊ້​ງານ​ອຸ­ປະ­ກອນ​ນີ້​ມີ​ສະ­ມາ­ທິ ຄື້ນ​ສະ­ໝອງ​ກໍ​ຈະ​ມີ​ຮູບ​ແບບ ແບບ​ໜຶ່ງ ແລະ ຍິ່ງ​ມີ​ຄວາມ​ສະ­ຫງົບ​ນຶ້ງ ແລະ ຜ່ອນ­ຄາຍ​ຄື້ນ​ສະ­ໝອງ​ກໍ​ຈະ​ປ່ຽນ​ຮູບ​ແບບ​ໄປ​ເປັນ​ອີກ​ແບບ ທີມ​ງານ​ຈຶ່ງ​ຄຳ­ນວນ​ຄວາມ​ແຕກ​ຕ່າງ​ຂອງ​ຮູບ​ແບບ​ຄື້ນ​ສະ­ໝອງ​ດັ່ງ­ກ່າວ ແລ້ວ​ແປງ​ເປັນ​ຄ່າ​ຕົວ​ເລກ​ຕັ້ງ­ແຕ່ 0 ເຖິງ 100 ຊຶ່ງ​ໝາຍ​ເຖິງ​ຄວາມ​ຜ່ອນ­ຄາຍ​ເຕັມ­ທີ່ ໄປ​ຈົນ​ເຖິງ​ການ​ມີ​ສະ­ມາ­ທິ​ຂັ້ນ​ສູງ​ສຸດ ຊຶ່ງ​ເປັນ​ຄ່າ​ທີ່​ຊ່ວຍ​ສົ່ງ​ພະ­ລັງ​ຂັບ​ເຄື່ອນ​ລົດ​ແຂ່ງ​ໃຫ້​ເຂົ້າ​ເສັ້ນ​ໄຊ​ເປັນ​ທີ 1 ໄດ້​ສຳ­ເລັດ.

ນອກ­ຈາກ​ນີ້ ນັກ​ວິ­ໄຈ​ຍັງ​ອອກ​ແບບ​ອຸ­ປະ­ກອນ​ຈັບ ແລະ ອ່ານ​ຄ່າ​ຄື້ນ​ສັນ­ຍານ​ໄຟ­ຟ້າ​ຈາກ​ກ້າມ­ຊີ້ນ ຊຶ່ງ​ຢູ່​ໃນ​ຮູບ​ແບບ​ຂອງ​ອຸ­ປະ­ກອນ​ແຂນ/ຂາ​ທຽມ ທີ່​ມີ​ສ່ວນ​ປະ­ກອບ​ເປັນ​ໜ່ວຍ​ປະ­ມວນ​ຜົນ ແລະ ຕົວ​ເຊັນ​ເຊີ.

ລາຍ​ງານ​ຂ່າວ​ບອກ​ວ່າ ການ​ທົດ​ສອບ​ອຸ­ປະ­ກອນ​ແຂນ​ທຽມ​ກັບ​ຜູ້​ຮ່ວມ​ທົດ​ລອງ ຊຶ່ງ​ເປັນ​ຊາຍ​ຊາວ​ຈີນ ທີ່​ປະ­ສົບ​ອຸ­ບັດ­ເຫດ​ແຂນ​ຂາດ ເຮັດ​ໃຫ້​ຜູ້­ກ່ຽວ​ສາ­ມາດ​ຈັບ​ປາກ­ກາ​ຂຽນ​ຕົວ​ໜັງ­ສື​ຈີນ​ໄດ້​ເໝືອນ​ຄົນ​ປົກ­ກະ­ຕິ ພຽງ​ໃຊ້​ສະ­ໝອງ​ບັງ­ຄັບ​ນິ້ວ​ທຽມ​ໃຫ້ເຄື່ອນເທົ່າ​ນັ້ນ.

ທ່ານ ນິວ​ລອນ ແຫ່ງ​ບໍ­ລິ­ສັດ BrainCo ບອກ​ວ່າ ເຕັກ​ໂນ​ໂລ​ຊີ​ລະ­ບົບ​ເຊື່ອມ​ຕໍ່​ສຳ­ລັບ​ຄອມ​ພິວ​ເຕີ ຫຼື Interface ທີ່​ພັດ­ທະ­ນາ​ອອກ​ມາ​ສຳ­ເລັດ​ນີ້ ສະ­ແດງ​ໃຫ້​ເຫັນ​ເຖິງ​ທິດ​ທາງ​ການ​ມີ​ປະ­ຕິ​ສຳ­ພັນ​ກັນ​ລະ­ຫວ່າງ​ມະ­ນຸດ ແລະ ຈັກ​ກົນ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ໃນ​ອະ­ນາ­ຄົດ.

ທ່ານ ນິວ​ລອນ ບອກ​ວ່າ ເມື່ອ​ບໍ່​ເທົ່າ­ໃດ​ທົດ​ສະ​ວັດ​ກ່ອນ ມະ­ນຸດ​ເຮົາ​ເລີ່ມ​ຄວບ​ຄຸມ​ເຕັກ​ໂນ​ໂລ​ຊີ​ດ້ວຍ​ການ​ໃຊ້​ມື ເຊັ່ນ ການ​ໃຊ້​ນິ້ວ​ເປິດ-ປິດ​ສະ​ວິດ​ໄຟ ຕໍ່​ມາ​ກໍ​ເປັນ​ເຕັກ​ໂນ​ໂລ​ຊີ​ສຳ­ຜັດ ໜ້າ​ຈໍ​ຢ່າງ​ກໍ­ລະ­ນີ​ໂທລະ­ສັບ​ໄອ​ໂຟນ ແລະ ປັດ­ຈຸ­ບັນ ຄົນ​ເຮົາ​ເລີ່ມ​ຄຸ້ນ​ເຄີຍ​ກັບ​ການ​ໃຊ້​ສຽງ​ສັ່ງ​ງານ​ແລ້ວ ດັ່ງ­ນັ້ນ ໃນ​ອະ­ນາ­ຄົດ​ຄົງ​ບໍ່​ແມ່ນ​ເລື່ອງ​ໜ້າ​ແປກ ທີ່​ຈະ​ເຫັນ​ການ​ໃຊ້​ສະ­ໝອງ​ສັ່ງ​ງານ​ເຄື່ອງ​ຈັກ.

ໄດ້​ຍິນ​ກັນ​ເຊັ່ນ​ນີ້​ແລ້ວ ອີກ​ບໍ່​ດົນ ເຮົາ​ຄົງ​ຈະ​ເຫັນ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ຮຸ່ນ​ໃໝ່ໆ ທີ່​ໃຫ້​ຜູ້​ບໍ­ລິ­ໂພກ​ໃຊ້​ພຽງ​ຄວາມ​ຄິດ ເພື່ອ​ເຮັດ​ໃຫ້​ຊີ­ວິດ​ສະ­ດວກ​ສະ­ບາຍ​ຍິ່ງ​ຂຶ້ນ​ໄປ​ອີກ.

error: Content is protected !!