ເປິດຕົວ Facebook Shops ຊ່ວຍໃຫ້ຜູ້ຄ້າຂາຍຜ່ານລະບົບອອນລາຍໄດ້ງ່າຍ ແລະ ມີປະສິດທິພາບຫຼາຍຂຶ້ນ

ຜ່ານ​ມາ Facebook ມີ​ແທັບ​ທີ່​ເອີ້ນ​ວ່າ Facebook Marketplace ຢູ່​ແລ້ວ ແຕ່​ອາດ​ຈະ​ຍັງ​ບໍ່​ຈິງ​ຈັງ​ຫຼາຍ​ພໍ​ເທົ່າ­ໃດ ຈົນ​ວັນ​ນີ້ Facebook ໄດ້​ເປີດ​ຕົວ​ຖານ Facebook Shops ຊຸກ­ຍູ້​ການ​ຊື້​ຂາຍ​ອອນ​ລາຍ​ຜ່ານ Facebook ຫຼາຍ​ຍິ່ງ​ຂຶ້ນ.

Facebook Shops ຊ່ວຍ​ໃຫ້​ຜູ້​ທີ່​ຕ້ອງ­ການ​ຄ້າ­ຂາຍ ສາ­ມາດ​ຕັ້ງ​ທຸ­ລະ​ກິດ​ຂຶ້ນ​ມາ​ໄດ້​ງ່າຍໆ ດ້ວຍ​ການ​ຕັ້ງ​ຮ້ານ​ຄ້າ​ອອນ​ລາຍ ທີ່​ຊ່ວຍ​ໃຫ້​ລູກ​ຄ້າ​ສາ­ມາດ​ເຂົ້າ​ເຖິງ​ໄດ້ ທັງ​ຜ່ານ Facebook ແລະ Instagram ໂດຍ​ການ​ສ້າງ​ຮ້ານ​ຄ້າ​ຂອງ​ຕົວ​ເອງ​ນັ້ນ ສາ­ມາດ​ເຮັດ​ໄດ້​ງ່າຍໆ ສາ­ມາດ​ເລືອກ​ກຸ່ມ​ຜະ­ລິດ​ຕະ​ພັນ​ຈາກ​ແຄດ​ຕາ​ລັອກ​ທີ່​ມີ ສາ­ມາດ​ປັບ​ແຕ່ງ​ສີ­ສັນ ຫຼື ຮູບ​ຮ່າງ​ຕ່າງໆ​ໃຫ້​ເຂົ້າ​ກັບ​ຍີ່­ຫໍ້​ຂອງ​ເຮົາ​ເອງ ໂດຍ Facebook ມີ​ຮູບ​ແບບ​ຕ່າງໆ​ໃຫ້​ເລືອກ​ໃຊ້ ໂດຍ​ບໍ່​ເສຍ​ເງິນ​ດ້ວຍ​ໃນ​ຕອນ​ນີ້.

ບໍ່​ພຽງ​ແຕ່ Facebook Shops ເທົ່າ​ນັ້ນ ບໍ­ລິ­ສັດ​ຍັງ​ເປີດ​ຕົວ Instagram Shops ພື້ນ​ທີ່​ເຮັດ​ທຸ­ລະ​ກິດ​ເທິງ Instagram ໂດຍ​ຈະ​ເລີ່ມ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ໄລ­ຍະ​ລະ­ດູ​ຮ້ອນ (ຂອງ​ສະ­ຫະ­ລັດ ມິ­ຖຸ­ນາ-ສິງ­ຫາ) ໃນ​ປີ​ນີ້ ຜູ້​ໃຊ້​ງານ​ສາ­ມາດ​ຄົ້ນ​ຫາ​ສິນ­ຄ້າ​ທີ່​ຕ້ອງ­ການ​ໄດ້​ຜ່ານ Instagram Explorer ສາ­ມາດ​ເລືອກ​ເບິ່ງ​ໄດ້​ໂດຍ​ແບ່ງ​ຕາມ​ຍີ່­ຫໍ້ ຜູ້​ຂາຍ ຫຼື ໝວດ​ໝູ່ ເຊັ່ນ ໝວດ​ໝູ່​ຄວາມ​ງາມ ເປັນ­ຕົ້ນ.

ນອກ­ຈາກ​ນີ້ ຜູ້​ຂາຍ​ຍັງ​ສາ­ມາດ Live ຂາຍ­ເຄື່ອງ (ເຊິ່ງ​ຄວາມ​ຈິງ​ແລ້ວ ຕອນ​ນີ້​ກໍ​ມີ​ຢູ່​ແລ້ວ) ໂດຍ​ທີ່​ຜູ້​ຂາຍ​ສາ­ມາດ​ຕິດ​ແທັກ ແຄດ​ຕາ​ລັອກ​ຂອງ​ສິນ­ຄ້າ ຫຼື ຕິດ​ຊື່​ຮ້ານ​ໄດ້ ກ່ອນ​ທີ່​ຈະ​ເຜີຍ­ແຜ່​ອອກ​ໄປ ເຮັດ​ໃຫ້​ຄົນ​ທີ່​ເບິ່ງ​ສົດ ສາ­ມາດ​ເຂົ້າ​ໄປ​ຊື້​ເຄື່ອງ​ຜ່ານ​ແທັກ​ທີ່​ຕິດ​ເອົາ​ໄວ້​ໄດ້​ງ່າຍ​ຂຶ້ນ ເຊິ່ງ Facebook ຈະ​ເປິດ​ໃຫ້​ໃຊ້​ງານ​ໃນ​ອີກ​ບໍ່​ເທົ່າ­ໃດ​ເດືອນ​ຕໍ່​ຈາກ​ນີ້.

ດ້ານ​ຜູ້​ຊື້ ສາ­ມາດ​ຕິດ­ຕໍ່​ຮ້ານ​ຄ້າ​ໄດ້​ຫຼາຍ​ຊ່ອງ​ທາງ ຜ່ານ WhatsApp, Messenger ລວມ​ເຖິງ Instagram Direct ເພື່ອ​ສອບ​ຖາມ​ລາຍ​ລະ­ອຽດ​ຂອງ​ສິນ­ຄ້າ ແລະ ໃນ​ອະ­ນາ­ຄົດ ສາ­ມາດ​ເຮັດ​ການ​ຊື້​ຜ່ານ​ຊ່ອງ​ທາງ​ແຊດ​ໄດ້​ເລີຍ​ອີກ​ດ້ວຍ.

error: Content is protected !!