ປັດຈຸບັນ ການເກີດອຸບັດເຫດຕາມຖະໜົນຫົນທາງໃນນະຄອນຫຼວງວຽງຈັນ ແມ່ນມີໃຫ້ເຫັນຢູ່ທຸກວັນ ຖ້າຫຼາຍທ່ານໄດ້ຕິດຕາມສື່ສັງຄົມອອນລາຍ ໂດຍສະເພາະແມ່ນ Facebook ກໍຄົງຈະຮູ້ກັນດີ ທີ່ມີຫຼາຍເພຈຂອງສື່ທາງການ ເພຈສ່ວນຕົວ ຫຼາຍແອັກເຄົ້າສ່ວນຕົວໄດ້ໂພສ ກໍລະນີເກີດອຸບັດເຫດລົງ ເຊິ່ງເຫັນໄດ້ວ່າຕົວເລກການເກີດອຸບັດເຫດຍັງສູງ ສ່ວນສາເຫດກໍເກີດຈາກການບໍ່ປະຕິບັດລະບຽບການສັນຈອນ ແລະ ໃນນັ້ນ ກໍມີການດື່ມສິ່ງມຶນເມົາແລ້ວຂັບຂີ່…
Category: ຈະລາຈອນ
ສັດລ້ຽງກັບການສັນຈອນ ທີ່ຫຼາຍຄົນຕ້ອງເຂົ້າໃຈ
ໃນໄລຍະຜ່ານມາ ຫຼາຍທ່ານກໍຄົງໄດ້ຍິນຂ່າວກ່ຽວກັບລົດຕຳສັດ (ຕຳງົວ ໝາ ແມວ ແລະ ອື່ນໆ) ຫຼື ປະສົບພົບພໍ້ດ້ວຍຕົນເອງ ທີ່ບາງກໍລະນີກໍໄດ້ຮັບບາດເຈັບ ພາຫະນະເປ່ເພ ສັດທີ່ຖືກຕຳຕາຍ ແລະ ບັນຫາທີ່ຕາມມານັ້ນ ບໍ່ມີໃຜອອກມາສະແດງໂຕເປັນເຈົ້າຂອງສັດ ກໍຄື…
ອຸບັດເຫດເດືອນພຶດສະພາ ທຽບໃສ່ເດືອນຜ່ານມາຫຼຸດລົງ
ປັດຈຸບັນ ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆໃນທົ່ວປະເທດ ສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ໃນກຸ່ມອາຊີບກຳມະກອນ ຮອງລົງມາແມ່ນພະນັກງານ ແລະ ນັກສຶກສາ ສາເຫດຫຼັກຂອງການເກີດອຸບັດເຫດຍ້ອນນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ປະໝາດ ຂາດສະຕິ ເຊັ່ນ: ເມົາແລ້ວຂັບ ຂັບຂີ່ໄວເກີນກຳນົດ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ.…
ເມືອງໄຊເສດຖາ ກຽມພ້ອມແກ້ໄຂສະພາບການສັນຈອນ ໄລຍະເປີດຮຽນຄືນ
ເປັນທີ່ຮູ້ນຳກັນດີວ່າ ໃນໄລຍະ 2 ເດືອນຜ່ານມາ ພາຍຫຼັງທີ່ລັດຖະບານໄດ້ວາງມາດຕະການໃນການປ້ອງກັບຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ເຮັດໃຫ້ສະພາບການສັນຈອນໃນໄລຍະດັ່ງກ່າວ ມີຍານພາຫະນະຫຼຸດລົງ ໂດຍສະເພາະ ໃນຍາມວິການບໍ່ມີຮອດພາຫະນະທ່ຽວທາງເລີຍກໍວ່າໄດ້ ແຕ່ປັດຈຸບັນ ລັດຖະບານໄດ້ວາງມາດຕະການຜ່ອນຜັນ ເພື່ອໃຫ້ບັນດາສຳນັກງານ ອົງການ…
ພຶດສະພານີ້ ທົ່ວນະຄອນຫຼວງວຽງຈັນ ມີການເສຍຊີວິດຈາກອຸບັດເຫດຫຼາຍກວ່າ 10 ຄົນ
ທ່ານ ພັນໂທ ເພັງສະຫວັນ ທຳມະບູນ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ລັດຖະບານ ໄດ້ຜ່ອນຜັນມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ມີການສັນຈອນໄປມາພາຍໃນແຂວງ ເລີ່ມແຕ່ວັນທີ 4 ພຶດສະພາ 2020 ເປັນຕົ້ນມາ ການສັນຈອນຢູ່ນະຄອນຫຼວງວຽງຈັນ…
ການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນພະຍາດ COVID-19
ການລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຕໍ່ຫຼາຍຂົງເຂດວຽກງານ ໃນນີ້ ສະເພາະໂຄງການປັບປຸງເສັ້ນຈະລາຈອນຖະໜົນສາຍຫຼັກ ຢູ່ຕົວເມືອງນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ທັງເປັນການສ້າງຄວາມຮັບປະກັນໃຫ້ການສັນຈອນມີຄວາມປອດໄພ ເຊິ່ງໂຄງການດັ່ງກ່າວມີຄວາມຫຼ້າຊ້າຈາກເດີມ ແລະ ຄາດວ່າຈະສຳເລັດໃນກາງເດືອນພຶດສະພານີ້. ທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກໂຍທາທິການ ແລະ…
ສຸມໃສ່ປະຕິບັດໜ້າທີ່ ສ້າງຄວາມສະດວກສະບາຍ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ເຖິງຈຳນວນພາຫະນະຍັງບໍ່ເປັນປົກກະຕິ
ໄລຍະສອງອາທິດທີ່ຜ່ານມາ ການສັນຈອນຢູ່ໃນນະຄອນຫຼວງວຽງຈັນ ເລີ່ມໜາແໜ້ນຂຶ້ນຫຼາຍກວ່າເກົ່າ ໃນບາງເສັ້ນທາງກໍມີຄວາມແອອັດ ໂດຍສະເພາະຢູ່ຕາມເຂດຊຸມຊົນ ຕະຫຼາດ ໂຮງຮຽນ ສຳນັກງານ-ອົງການຕ່າງໆ ຫຼັງຈາກທີ່ລັດຖະບານໄດ້ມີການຜ່ອນຜັນມາດຕະການປ້ອງກັນ ການແຜ່ລະບາດພະຍາດ COVID-19 ໂດຍອະນຸຍາດໃຫ້ມີການສັນຈອນໄປ-ມາຕາມສະຖານທີ່ຕ່າງໆພາຍໃນແຂວງຕົນເອງ ເລີ່ມແຕ່ວັນທີ 4 ພຶດສະພາ 2020…
ສິດ-ໜ້າທີ່ຂອງຕຳຫຼວດຈະລາຈອນ-ຕຳຫຼວດທາງຫຼວງ
ໃນໄລຍະຜ່ານມາ ກໍມີຫຼາຍໆຫາງສຽງຈາກສັງຄົມ ຕໍ່ກັບການປະຕິບັດງານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນໄປຕ່າງໆນາໆ ດັ່ງນັ້ນ ຄໍລຳຈະລາຈອນມື້ນີ້ ຂໍນຳສະເໜີ ສິດ-ໜ້າທີ່ຂອງຕຳຫຼວດຈະລາຈອນ ແລະ ຕຳຫຼວດທາງຫຼວງ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຈະລາຈອນທາງບົກ ມາໃຫ້ບັນດາເພື່ອນຜູ້ອ່ານໄດ້ຮັບຊາບ ແລະ ເຂົ້າໃຈຢ່າງຈະແຈ້ງນຳກັນ. ໃນມາດຕາ 28 ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ…
ເລີ່ມເຂົ້າລະດູຝົນ ຜູ້ຂັບຂີ່ລົດໃຫຍ່ຄວນກຽມພ້ອມຫຼາຍປັດໄຈ
ກ້າວເຂົ້າສູ່ລະດູຝົນຢ່າງເຕັມຕົວ ເຮົາບໍ່ຮູ້ວ່າຝົນຈະຕົກມາເມື່ອໃດ ເຊິ່ງມື້ນີ້ພວກເຮົາຂໍນຳສະເໜີການຂັບຂີ່ລົດລຸຍນ້ຳຖ້ວມ ລະດູຝົນເປັນອີກສາເຫດເຮັດໃຫ້ເກີດອຸບັດເຫດຕາມເສັ້ນທາງ ເພາະນ້ຳຝົນທີ່ຕົກລົງມາ ເຮັດໃຫ້ທາງມື່ນ ອັນເປັນເຫດເຮັດໃຫ້ໄລຍະໃນການເບຣກລົດຍາວຂຶ້ນກວ່າປົກກະຕິ ທັງຍັງຫຼຸດທັດສະນະໃນການເບິ່ງເຫັນຂອງຜູ້ຂັບລົດ ສາເຫດເຫຼົ່ານີ້ເປັນປັດໄຈພາຍນອກທີ່ຫຼາຍໆທ່ານຂັບລົດຄວບຄຸມບໍ່ໄດ້ ແຕ່ຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນ ທີ່ສຳຄັນແມ່ນຕ້ອງປັບວິທີການຂັບລົດ ໃຫ້ສອດຄ່ອງກັບສະພາບໃນແຕ່ລະໄລຍະ ສະນັ້ນ ຈຶ່ງຂໍແນະນຳວິທີປະຕິບັດໃນການຂັບຂີ່ລົດໃນໄລຍະລະດູຝົນ ຫຼື ຂັບລົດຜ່ານນ້ຳຖ້ວມຢ່າງປອດໄພ…