ເລີ່ມເຂົ້າລະດູຝົນ ຜູ້ຂັບຂີ່ລົດໃຫຍ່ຄວນກຽມພ້ອມຫຼາຍປັດໄຈ

ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ​ຢ່າງ​ເຕັມ­ຕົວ ເຮົາ​ບໍ່​ຮູ້​ວ່າ​ຝົນ​ຈະ​ຕົກ​ມາ​ເມື່ອ​ໃດ ເຊິ່ງ​ມື້­ນີ້​ພວກ​ເຮົາ​ຂໍ​ນຳ​ສະ­ເໜີ​ການ​ຂັບ​ຂີ່​ລົດ​ລຸຍ​ນ້ຳ​ຖ້ວມ ລະ­ດູ­ຝົນ​ເປັນ​ອີກ​ສາ­ເຫດ​ເຮັດ​ໃຫ້​ເກີດ​ອຸ­ບັດ­ເຫດ​ຕາມ​ເສັ້ນ­ທາງ ເພາະ​ນ້ຳ​ຝົນ​ທີ່​ຕົກ­ລົງ​ມາ ເຮັດ​ໃຫ້​ທາງ​ມື່ນ ອັນ​ເປັນ​ເຫດ​ເຮັດ​ໃຫ້​ໄລ­ຍະ​ໃນ​ການ​ເບຣກ​ລົດ​ຍາວ​ຂຶ້ນ​ກວ່າ​ປົກ­ກະ­ຕິ ທັງ​ຍັງ​ຫຼຸດ​ທັດ­ສະ­ນະ​ໃນ​ການ​ເບິ່ງ​ເຫັນ​ຂອງ​ຜູ້​ຂັບ​ລົດ ສາ­ເຫດ​ເຫຼົ່າ​ນີ້​ເປັນ​ປັດ​ໄຈ​ພາຍ​ນອກ​ທີ່​ຫຼາຍໆ​ທ່ານ​ຂັບ​ລົດ​ຄວບ​ຄຸມ​ບໍ່​ໄດ້ ແຕ່​ຕ້ອງ​ເພີ່ມ​ຄວາມ​ລະ­ມັດ­ລະ­ວັງ​ໃຫ້​ຫຼາຍ​ຂຶ້ນ ທີ່​ສຳ­ຄັນ​ແມ່ນ​ຕ້ອງ​ປັບ​ວິ­ທີ​ການ​ຂັບ​ລົດ ໃຫ້​ສອດ­ຄ່ອງ​ກັບ​ສະ­ພາບ​ໃນ​ແຕ່​ລະ​ໄລ­ຍະ ສະ­ນັ້ນ ຈຶ່ງ​ຂໍ​ແນະ­ນຳ​ວິ­ທີ​ປະ­ຕິ­ບັດ​ໃນ​ການ​ຂັບ​ຂີ່​ລົດ​ໃນ​ໄລ­ຍະ​ລະ­ດູ­ຝົນ ຫຼື ຂັບ​ລົດ​ຜ່ານ​ນ້ຳ​ຖ້ວມ​ຢ່າງ​ປອດ​ໄພ ຄື: ກວດ​ສອບ​ຄວາມ​ພ້ອມ​ຂອງ​ລົດ ເປັນ­ຕົ້ນ​ແມ່ນ​ລະ­ບົບ​ໄຟ​ເຍື່ອງ​ທາງ ແລະ ໄຟ​ສັນ­ຍານ​ຕ່າງໆ ກວດ­ເບິ່ງ​ຢາງ​ປັດ​ນ້ຳ​ຝົນ ລະ­ດັບ​ນ້ຳ​ລ້າງ​ແວ່ນ​ລົດ ກວດ​ເຊັກ​ລະ­ບົບ​ເບຣກ​ລົດ ສະ­ພາບ​ຢາງ​ຕີນ­ລົດ ລົມ​ຢາງ​ລົດ (ລົມ​ຢາງ​ທີ່​ອ່ອນ​ເກີນ​ໄປ ພາ­ໃຫ້​ປະ­ສິດ­ທິ­ພາບ​ໃນ​ການ​ຮີດ​ນ້ຳ​ໄດ້​ໜ້ອຍ​ລົງ ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄດ້​ງ່າຍ) ເມື່ອ​ຝົນ­ຕົກ​ແຮງ​ໃຫ້​ເປີດ​ໄຟ​ໜ້າ ແລະ ໄຟ​ຕັດ​ໝອກ (ຖ້າ​ມີ) ບໍ່​ຄວນ​ເປີດ​ໄຟ​ສຸກ​ເສີນ.

ໃນ​ໄລ­ຍະ 5 ນາ­ທີ​ທຳ​ອິດ​ທີ່​ຝົນ­ຕົກ​ໃໝ່ໆ ໃຫ້​ເພີ່ມ​ຄວາມ​ລະ­ມັດ­ລະ­ວັງ​ເປັນ​ພິ­ເສດ ເພາະ​ເສັ້ນ­ທາງ​ຈະ​ມື່ນ ເນື່ອງ​ຈາກ​ດິນ​ມີ​ການ​ສະ​ສົມ​ຄວາມ​ຮ້ອນ ຖ້າ​ເກີດ​ມີ​ຝົນ­ຕົກ ຈະ​ເຮັດ​ໃຫ້​ຄວາມ​ຮ້ອນ​ກັບ​ເຢັນ​ມາ​ກະ­ທົບ​ໃສ່​ກັນ ຈະ​ພາ­ໃຫ້​ໜ້າ​ຢາງ​ປູ​ທາງ​ມື່ນ ໃນ​ໄລ­ຍະ 5 ນາ­ທີ​ທຳ​ອິດ ໃຊ້​ຄວາມ​ໄວ​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​ເສັ້ນ­ທາງ ແລະ ວິ­ໄສ​ທັດ​ໃນ​ການ​ເບິ່ງ​ເຫັນ ຈົ່ງ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຂັບ​ລົດ​ຕາມ​ຫຼັງ​ລົດ​ຄັນ​ທາງ​ໜ້າ​ໃຫ້​ຫຼາຍ​ກວ່າ​ປົກ­ກະ­ຕິ 2 ເທົ່າ ຫຼີກ​ລ່ຽງ​ການ​ເບຣກ​ລົດ​ຢ່າງ​ກະ­ທັນ­ຫັນ ແລະ ການ​ໃຊ້​ເບຣກ​ໂດຍ​ບໍ່​ຈຳ­ເປັນ.

ເພີ່ມ​ການ​ສັງ­ເກດ​ການ​ຈຸດ​ທີ່​ມີ​ນ້ຳ​ຫົ້ງ​ເສັ້ນ­ທາງ ຫຼຸດ​ຄວາມ​ໄວ ເມື່ອ​ຂັບ​ຜ່ານ​ຈຸດ​ທີ່​ນ້ຳ​ຫົ້ງ ເພາະຈະ​ເກີດ​ການ​ເຫີນ​ນ້ຳ​ເຮັດ​ໃຫ້​ລົດ​ມື່ນ (ເຈືອກ) ໄດ້​ຖ້າ​ຂັບ​ມາ​ດ້ວຍ​ຄວາມ​ໄວ​ສູງ ໃນ​ກໍ­ລະ­ນີ​ຂັບ​ໄປ​ໃນ​ເສັ້ນ­ທາງ​ນ້ຳ​ຖ້ວມ​ຂັງ ຫຼື ນ້ຳ​ໄຫຼ​ແຮງ ໃຫ້​ສັງ­ເກດ​ລະ­ດັບ​ຄວາມ​ເລິກ​ຂອງ​ນ້ຳ​ຈາກ​ລົດ​ຄັນ​ທາງ​ໜ້າ ຫຼື ຂອບ​ທາງ​ເພື່ອ​ປະ​ເມີນ​ສະ­ຖາ­ນະ​ການ​ຂະ­ນະ​ທີ່​ຂັບ​ລົດ​ຜ່ານ​ນ້ຳ​ຖ້ວມ​ຂັງ​ຄວນ​ປິດ​ແອ ແລະ ໃຊ້​ເກຍ​ຕ່ຳ ຫຼື ເກຍ 1 ເພື່ອ​ບໍ່​ໃຫ້​ຮອບ​ເຄື່ອງ​ຈັກ​ຕ່ຳ​ເກີນ​ໄປ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ຈັກ​ມອດ​ກາງ​ນ້ຳ ນ້ຳ​ອາດ​ຈະ​ໄຫຼ​ເຂົ້າ​ທໍ່​ຄວັນ​ໄດ້.

ຫຼັງ​ຈາກ​ທີ່​ຜ່ານ​ຈຸດ​ນ້ຳ​ຖ້ວມ​ຂັງ ແລ້ວ​ໃຫ້​ຢຽບ​ເບຣກ​ເລື້ອຍໆ ເພື່ອ​ຮີດ​ນ້ຳ​ໃຫ້​ຝາ​ເບຣກ​ແຫ້ງ ປ້ອງ​ກັນ​ອາ­ການ​ເບຣກ​ມື່ນ ແຕ່​ຖ້າ​ຕ້ອງ​ຈອດ​ລົດ​ເປັນ​ເວ­ລາ​ດົນ​ນານ ຄວນ​ຫຼີກ​ລ່ຽງ​ການ​ໃຊ້​ເບຣກ​ມື​ຈອດ​ລົດ ເພື່ອ​ປ້ອງ​ອາ­ການ​ເບຣກ​ຕິດ ຖ້າ​ຝົນ­ຕົກ​ແຮງ​ຈົນ​ບໍ່​ສາ­ມາດ​ເບິ່ງ​ເຫັນ​ທາງ​ຂ້າງ​ໜ້າ​ໃນ​ໄລ­ຍະ 10 ແມັດ ຄວນ​ຫາ​ບ່ອນ​ຈອດ​ລົດ​ທີ່​ປອດ​ໄພ ຖ້າ​ຝົນ​ເຊົາ​ຕົກ ຫຼື ຕົກ​ໃນ​ປະ­ລິ­ມານ​ເບິ່ງ​ເຫັນ ຈຶ່ງ​ເດີນ­ທາງ​ຕໍ່​ຕ້ອງ​ໄດ້​ກວດ​ສອບ​ສະ­ພາບ​ເສັ້ນ­ທາງ​ທີ່​ຈະ​ໄປ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ນີ້​ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ຖືກ​ນ້ຳ​ຖ້ວມ​ໄຫຼ​ຜ່ານ​ເສັ້ນ­ທາງ ເສັ້ນ­ທາງ​ທ່າ​ງ່ອນ ບ້ານ​ເກິນ ຖືກ​ນ້ຳ​ຖ້ວມ ຖ້າ​ບໍ່​ມີ​ວຽກ​ຈຳ­ເປັນ​ກໍ​ຄວນ​ຫຼີກ​ລ່ຽງ​ການ​ສັນ­ຈອນ​ໄປ​ມາ​ຕາມ​ເສັ້ນ­ທາງ​ດັ່ງ­ກ່າວ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ.

error: Content is protected !!