ສັດລ້ຽງກັບການສັນຈອນ ທີ່ຫຼາຍຄົນຕ້ອງເຂົ້າໃຈ

ໃນ​ໄລ­ຍະ​ຜ່ານ​ມາ ຫຼາຍ​ທ່ານ​ກໍ​ຄົງ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ລົດ​ຕຳ​ສັດ (ຕຳ​ງົວ ໝາ ແມວ ແລະ ອື່ນໆ) ຫຼື ປະ­ສົບ​ພົບ­ພໍ້​ດ້ວຍ​ຕົນ​ເອງ ທີ່​ບາງ​ກໍ­ລະ­ນີ​ກໍ​ໄດ້​ຮັບ​ບາດ­ເຈັບ ພາ­ຫະ­ນະ​ເປ່​ເພ ສັດ​ທີ່​ຖືກ​ຕຳ​ຕາຍ ແລະ ບັນ­ຫາ​ທີ່​ຕາມ​ມາ​ນັ້ນ ບໍ່​ມີ​ໃຜ​ອອກ​ມາ​ສະ­ແດງ​ໂຕ​ເປັນ​ເຈົ້າ​ຂອງ​ສັດ ກໍ​ຄື ບໍ່​ຢາກ​ຮັບ­ຜິດ­ຊອບ​ກັບ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ ສ່ວນ​ຜູ້​ຕຳ ບາງ​ກໍ­ລະ­ນີ​ເສຍ​ທັງ​ຄ່າ​ປິ່ນ­ປົວ​ຕົນ​ເອງ ແລະ ຄ່າ​ສ້ອມ­ແປງ​ລົດ ຫຼື ອາດ​ເວົ້າ​ໄດ້​ວ່າ ທັງ​ເໜົ່າ​ທັງ​ເໝັນ​ເລີຍ​ກໍ​ວ່າ​ໄດ້ ໃນ​ຂະ­ນະ​ມີ​ບາງ​ກໍ­ລະ­ນີ​ທີ່​ຜູ້​ຂັບ​ຂີ່​ຕ້ອງ​ໄດ້​ເປັນ​ຜູ້​ຊົດ​ໃຊ້​ຄ່າ​ເສຍ​ຫາຍ ຈາກ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ.

ດັ່ງ­ນັ້ນ ໃນ​ຄຳ​ລຳ​ຈະ­ລາ­ຈອນ ໜັງ­ສື­ພິມ​ວຽງ​ຈັນ​ໃໝ່​ສະ­ບັບ​ມື້­ນີ້ ຈຶ່ງ​ຂໍ​ນຳ​ສະ­ເໜີ​ສຳ­ລັບ​ຜູ້​ທີ່​ຍັງ​ບໍ່​ທັນ​ເຂົ້າ­ໃຈ​ແຈ້ງ ຫຼື​ຂໍ​ທວນ­ຄືນ ສຳ­ລັບ​ຜູ້​ທີ່​ຮູ້​ຢູ່​ແລ້ວ ກ່ຽວ​ກັບ​ລະ­ບຽບ​ການ​ຄຸ້ມ​ຄອງ​ສັດ­ລ້ຽງ ທີ່​ລະ­ບຸ​ໃນ​ມາດ­ຕາ 11 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ທາງ­ບົກ ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ​ລົດ​ຕຳ​ສັດ­ລ້ຽງ.

ໃນ​ມາດ­ຕາ​ດັ່ງ­ກ່າວ ລະ­ບຸ​ລະ­ອຽດ​ວ່າ: ບໍ່​ອະ­ນຸ­ຍາດ​ໃຫ້​ລ້ຽງ ແລະ ປ່ອຍ​ສັດ​ທຸກ​ຊະ­ນິດ​ຕາມ​ເສັ້ນ­ທາງ​ຫຼວງ ການ​ເຄື່ອນ​ຍ້າຍ​ສັດ​ຕາມ​ເສັ້ນ­ທາງ ຕ້ອງ​ມີ​ຜູ້​ຄວບ​ຄຸມ ແລະ ຕ້ອງ​ປະ­ຕິ­ບັດ​ຕາມ​ກົດ​ຈະ­ລາ­ຈອນ.

ໃນ​ກໍ­ລະ­ນີ​ເກີດ​ອຸ­ບັດ­ເຫດ​ຍ້ອນ​ສັດ­ລ້ຽງ ເຈົ້າ​ຂອງ ຫຼື​ຜູ້​ຄອບ​ຄອງ​ສັດ ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ວ່າ​ດ້ວຍ​ຂໍ້​ຜູ້​ພັນ​ໃນ​ສັນ­ຍາ ແລະ ນອກ​ສັນ­ຍາ.

ສຳ­ລັບ​ຢູ່​ບ່ອນ​ທີ່​ມີ​ການ​ລ້ຽງ ຫຼື​ຍ້າຍ​ສັດ​ຕາມ​ເສັ້ນ­ທາງ​ຢ່າງ​ເປັນ​ປະ­ຈຳ ຕ້ອງ​ມີ​ປ້າຍ​ເຕືອນ​ໃຫ້​ລະ­ວັງ​ສັດ ເພື່ອ​ໃຫ້​ຜູ້​ຂັບ​ຂີ່​ມີ​ຄວາມ​ລະ­ມັດ­ລະ­ວັງ ໃນ​ກໍ­ລະ­ນີ​ເກີດ​ອຸ­ບັດ­ເຫດ​ໃນ​ຂອບ​ເຂດ​ທີ່​ມີ​ປ້າຍ​ເຕືອນ​ນັ້ນ ຜູ້​ຂັບ​ຂີ່​ຕ້ອງ​ຮັບ­ຜິດ­ຊອບ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ.

ນອກ​ນັ້ນ ການ​ລ້ຽງ­ສັດ ແລະ ການ​ປ່ອຍ​ສັດ­ລ້ຽງ​ຢູ່​ຕາມ​ເສັ້ນ­ທາງ ຍັງ​ຖືກ​ລະ­ບຸ​ໃນ​ມາດ­ຕາ 21 ຂອງ​ດຳ­ລັດ 188/ນຍ ວ່າ​ດ້ວຍ​ຄ່າ​ປັບ​ໃໝ ແລະ ມາດ​ຕະ­ການ​ຕ່າງໆ​ຕໍ່​ຜູ້​ລະ­ເມີດ​ລະ­ບຽບ​ກົດ­ໝາຍ ກ່ຽວ​ກັບ​ການ​ຈະ­ລາ­ຈອນ​ທາງ­ບົກ ການ​ຂົນ­ສົ່ງ​ທາງ­ບົກ ແລະ ການ​ປົກ​ປັກ​ຮັກ­ສາ​ທາງ​ຫຼວງ ເຊິ່ງ​ໃນ​ມາດ­ຕາ​ດັ່ງ­ກ່າວ​ລະ­ບຸ​ວ່າ: ຫ້າມ​ລ້ຽງ ຫຼື​ປ່ອຍ​ສັດ​ທຸກ​ຊະ­ນິດ​ຕາມ​ເສັ້ນ­ທາງ ໂດຍ​ສະ­ເພາະ​ໃນ​ເຂດ​ເທ­ສະ​ບານ​ແຂວງ ຫຼື​ເທ­ສະ​ບານ​ເມືອງ ການ​ເຄື່ອນ​ຍ້າຍ​ສັດ​ຕາມ​ເສັ້ນ­ທາງ ຕ້ອງ​ມີ​ຜູ້​ຄວບ​ຄຸມ ແລະ ປະ­ຕິ­ບັດ​ຕາມ​ກົດ​ຈະ­ລາ­ຈອນ.

ເຈົ້າ​ຂອງ​ສັດ ຫຼື​ຜູ້​ຄອບ​ຄອງ​ສັດ ຜູ້​ໃດ​ຫາກ​ໄດ້​ລະ­ເມີດ ຈະ​ຖືກ​ປັບ​ໃໝ 20.000 ກີບ​ຕໍ່​ວັນ ຕໍ່​ສັດ​ສີ່​ຕີນ​ໜຶ່ງ​ໂຕ ໃນ​ກໍ­ລະ­ນີ​ທີ່​ມີ​ສັດ­ລ້ຽງ​ຂາດ​ການ​ຮັກ­ສາ ຫຼື ຖືກ​ປ່ອຍ­ປະ​ຕາມ​ເສັ້ນ­ທາງ​ເຈົ້າ​ໜ້າ­ທີ່​ຈະ​ກັກ​ສັດ​ດັ່ງ­ກ່າວ​ໄວ້ ຈົນ​ກວ່າ​ຈະ​ມີ​ເຈົ້າ​ຂອງ​ສັດ​ມາ​ໄຖ່​ຖອນ​ເອົາ​ຄືນ ໃນ​ກໍ­ລະ­ນີ​ທີ່​ສັດ​ຫາກ​ເປັນ­ຕົ້ນ​ເຫດ​ຂອງ​ການ​ເກີດ​ອຸ­ບັດ­ເຫດ ຫຼື​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ສິ່ງ​ປະ­ກອບ​ຕ່າງໆ​ຂອງ​ເສັ້ນ­ທາງ ເຈົ້າ​ຂອງ ຫຼື​ຜູ້​ຄອບ​ຄອງ​ສັດ ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ.

ຢ່າງ­ໃດ​ກໍ​ຕາມ ເພື່ອ​ບໍ່​ໃຫ້​ເກີດ​ອຸ­ບັດ­ເຫດ​ຈາກ​ສັດ­ລ້ຽງ​ນັ້ນ ເຈົ້າ​ຂອງ ຫຼື​ຜູ້​ຄອບ​ຄອງ​ສັດ ຕ້ອງ​ໄດ້​ເອົາ­ໃຈ​ໃຫ້​ສອດ­ຄ່ອງ​ຕາມ​ລະ­ບຽບ​ການ​ສັນ­ຈອນ ສ່ວນ​ຜູ້​ຂັບ​ຂີ່​ເອງ​ກໍ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ຢ່າງ​ເຂັ້ມ​ງວດ ແລະ ໃຫ້​ເພີ່ມ​ຄວາມ​ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ຕື່ມ ຫຼີກ​ລ່ຽງ​ຜົນ​ເສຍ​ຫາຍ​ທີ່​ຈະ​ເກີດ​ຂຶ້ນ.

ໂດຍ: ເມັດ​ຝົນ

error: Content is protected !!