ເມືອງໄຊເສດຖາ ກຽມພ້ອມແກ້ໄຂສະພາບການສັນຈອນ ໄລຍະເປີດຮຽນຄືນ

ເປັນ​ທີ່​ຮູ້​ນຳ​ກັນ​ດີ​ວ່າ ໃນ​ໄລ­ຍະ 2 ເດືອນ​ຜ່ານ​ມາ ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ວາງ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັບ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ COVID-19 ເຮັດ​ໃຫ້​ສະ­ພາບ​ການ​ສັນ­ຈອນ​ໃນ​ໄລ­ຍະ​ດັ່ງ­ກ່າວ ມີ​ຍານ­ພາ­ຫະ­ນະ​ຫຼຸດ​ລົງ ໂດຍ​ສະ­ເພາະ ໃນ​ຍາມ​ວິ­ການ​ບໍ່​ມີ​ຮອດ​ພາ­ຫະ­ນະ​ທ່ຽວ​ທາງ​ເລີຍ​ກໍ​ວ່າ​ໄດ້ ແຕ່​ປັດ­ຈຸ­ບັນ ລັດ­ຖະ­ບານ​ໄດ້​ວາງ​ມາດ​ຕະ­ການ​ຜ່ອນ­ຜັນ ເພື່ອ​ໃຫ້​ບັນ­ດາ​ສຳ­ນັກ­ງານ ອົງ­ການ ຫົວ­ໜ່ວຍ​ທຸ­ລະ​ກິດ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ອື່ນໆ ໄດ້​ເປີດ​ຄືນ­ໃໝ່ ເຊິ່ງ​ຈະ​ເຮັດ​ໃຫ້​ຍວດ​ຍານ­ພາ­ຫະ­ນະ​ເພີ່ມ​ຂຶ້ນ ໂດຍ​ສະ­ເພາະ​ແມ່ນ​ເວ­ລາ​ຮີບ​ດ່ວນ ເນື່ອງ​ຈາກ​ວ່າ­ການ​ສັນ­ຈອນ​ໃນ​ເວ­ລາ​ນີ້ ກໍ​ຈະ​ກັບ​ຄືນ​ສະ­ພາບ​ປົກ­ກະ­ຕິ​ເລີຍ​ກໍ​ວ່າ​ໄດ້.

ເພື່ອ​ຮອງ​ຮັບ​ກັບ​ສະ­ພາບ​ການ ດັ່ງ­ກ່າວ ກໍ​ຄື​ເພື່ອ​ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ກັບ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ໃນ​ໄລ­ຍະ​ເປີດ​ຮຽນ​ຄືນ­ໃໝ່ ຫຼາຍໆ​ເມືອງ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກຽມ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ສະ­ພາບ​ການ​ສັນ­ຈອນ​ທີ່​ຈະ​ເກີດ​ຂຶ້ນ ໃນ​ນັ້ນ ໄຊ​ເສດ​ຖາ ກໍ​ເປັນ​ອີກ​ເມືອງ​ໜຶ່ງ​ທີ່​ໄດ້​ກຽມ​ຄວາມ​ພ້ອມ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້­ການ​ສັນ­ຈອນ​ໃນ​ໄລ­ຍະ​ເປີດ​ຮຽນ​ຄືນ.

ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ນັກ​ຂ່າວ ປກສ ນວ ວ່າ: ທ່ານ ພັຕ ກັນ​ສະ­ແຫວງ ສີ​ວົງ​ສັກ ຮອງ​ຫົວ­ໜ້າ​ກອງ­ຮ້ອຍ​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ​ໃນ​ອາ­ທິດ​ຜ່ານ​ມາ ໂດຍ​ທ່ານ​ໄດ້​ເວົ້າ​ເຖິງ​ໃນ​ໄລ­ຍະ​ເປີດ​ໂຮງ­ຮຽນ​ຄືນ ພາຍ­ຫຼັງ​ທີ່​ໄດ້​ປິດ​ໂຮງ­ຮຽນ​ແຕ່​ຕົ້ນ​ເດືອນ​ເມ­ສາ ເປັນ­ຕົ້ນ​ມາ ແລະ ໄດ້​ເປີດ​ຮຽນ​ຄືນ­ໃໝ່​ໃນ​ວັນ​ທີ 2 ມິ­ຖຸ­ນາ​ນີ້ ຈະ­ລາ­ຈອນ ປກສ ເມືອງ​ໄຊ​ເສດ​ຖາ ແມ່ນ​ມີ​ຄວາມ​ກຽມ­ພ້ອມ​ປະ­ຕິ­ບັດ​ໜ້າ­ທີ່ ເພື່ອ​ແກ້​ໄຂ​ສະ­ພາບ​ການ​ສັນ­ຈອນ​ແອ​ອັດ ພາຍ​ໃນ​ເມືອງ​ເປັນ­ຕົ້ນ​ແມ່ນ: ສຸມ​ກຳ­ລັງ​ລົງ​ປະ­ຈຳ​ຈຸດ​ປ້ອມ 3 ແຍກ 4 ແລະ ບັນ­ດາ​ໂຮງ­ຮຽນ ຂອບ​ເຂດ​ທີ່​ມີ​ຄວາມ​ແອ​ອັດ​ສັບ­ສົນ ເປັນ­ຕົ້ນ​ແມ່ນ​ວົງ­ວຽນ​ສະ­ໜາມ​ມ້າ ໄຟ​ແດງ​ທາດ­ຫຼວງ ແລະ ເສັ້ນ­ທາງ 23 ສິງ­ຫາ ພ້ອມ​ນັ້ນ ຈະ​ສຸມ​ໃສ່​ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ແຄມ​ທາງ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ສັນ­ຈອນ​ໄປ-ມາ.

ສຳ­ລັບ​ສະ­ພາບ​ການ​ສັນ­ຈອນ​ຢູ່​ເມືອງ​ໄຊ​ເສດ​ຖາ ໃນ​ໄລ­ຍະ 1 ເດືອນ​ຜ່ານ​ມາ​ແມ່ນ​ບໍ່​ມີ​ຄວາມ​ແອ​ອັດ​ສັບ­ສົນ​ຫຼາຍ​ປານ­ໃດ ເນື່ອງ​ຈາ​ກວ່າ​ເປັນ​ໄລ­ຍະ​ຜ່ອນ­ຜັນ ການ​ເຝົ້າ​ລະ­ວັງ​ຄວບ​ຄຸມ​ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຊິ່ງ​ບັນ­ດາ​ໂຮງ­ຮຽນ ໄດ້​ພັກ​ການ​ຮຽນ-ການ​ສອນ​ຊົ່ວ­ຄາວ ແລະ ໄລ­ຍະ​ນີ້ ສະ­ພາບ​ອຸ­ບັດ​ຕິ​ເຫດ​ເກີດ​ຂຶ້ນ​ຮ້າຍ​ແຮງ​ແມ່ນ​ບໍ່​ມີ ມີ​ແຕ່​ເກີດ​ຂຶ້ນ​ເລັກ​ນ້ອຍ ແລະ ຄູ່​ກໍ­ລະ­ນີ​ກໍ​ໄດ້​ມີ​ການ​ໄກ່​ເກ່ຍ​ກັນ​ເອງ.

ທ່ານ​ຮອງ​ຫົວ­ໜ້າ​ກອງ­ຮ້ອຍ​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ເມືອງ​ໄຊ​ເສດ​ຖາ ຍັງ​ໄດ້​ຮຽກ­ຮ້ອງ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ຈົ່ງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ ເປັນ­ຕົ້ນ​ແມ່ນ ບໍ່​ໃຫ້​ຈອດ​ລົດ​ຊະ­ຊາຍ​ຕາມ​ແຄມ​ທາງ ບໍ່​ຈອດ​ຕາມ​ປ້າຍ​ຫ້າມ ບໍ່​ລ່ວງ​ໄຟ​ອຳ­ນາດ ບໍ່​ຢຽບ​ເສັ້ນ­ທາງ​ມ້າ​ລາຍ ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ​ທີ່​ຂັບ​ຂີ່​ລົດ­ຈັກ ແລະ ອື່ນໆ.

error: Content is protected !!