ເບິ່ງຄືນໃໝ່ ບັນຫາດື່ມສິ່ງມຶນເມົາແລ້ວບໍ່ຂັບຂີ່

ປັດ­ຈຸ­ບັນ ການ​ເກີດ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ​ຫົນ­ທາງ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ມີ​ໃຫ້​ເຫັນ​ຢູ່​ທຸກ​ວັນ ຖ້າ​ຫຼາຍ​ທ່ານ​ໄດ້​ຕິດ­ຕາມ​ສື່​ສັງ­ຄົມ​ອອນ​ລາຍ ໂດຍ​ສະ­ເພາະ​ແມ່ນ Facebook ກໍ​ຄົງ​ຈະ​ຮູ້​ກັນ​ດີ ທີ່​ມີ​ຫຼາຍ​ເພ​ຈ​ຂອງ​ສື່​ທາງ​ການ ເພ​ຈ​ສ່ວນ​ຕົວ ຫຼາຍ​ແອັກ​ເຄົ້າ​ສ່ວນ​ຕົວ​ໄດ້​ໂພ​ສ ກໍ­ລະ­ນີ​ເກີດ​ອຸ­ບັດ­ເຫດ​ລົງ ເຊິ່ງ​ເຫັນ​ໄດ້​ວ່າ​ຕົວ​ເລກ​ການ​ເກີດ​ອຸ­ບັດ­ເຫດ​ຍັງ​ສູງ ສ່ວນ​ສາ­ເຫດ​ກໍ​ເກີດ​ຈາກ​ການ​ບໍ່​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ ແລະ ໃນ​ນັ້ນ ກໍ​ມີ​ການ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່ ທີ່​ໄດ້​ກາຍ­ເປັນ​ອີກ​ປັດ​ໄຈ​ຂອງ​ການ​ເກີດ​ອຸ­ບັດ­ເຫດ.

ການ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່​ໃນ​ປັດ­ຈຸ­ບັນ ຖື​ວ່າ​ມີ​ຫຼາຍ​ສົມ­ຄວນ ແຕ່​ກໍ​ບໍ່​ສາ­ມາດ​ສະ­ຫຼຸບ​ໄດ້​ດ້ວຍ​ຕາ​ເປົ່າ ນອກ­ຈາກ​ຜ່ານ​ເຄື່ອງ​ເປົ່າ​ກວດ​ຫາ​ທາດ​ເຫຼົ້າ ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ເນື່ອງ​ຈາ​ກວ່າ​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ຄື​ປັດ­ຈຸ­ບັນ ຜູ້​ຂັບ​ຂີ່​ບາງ​ກຸ່ມ​ຄົນ​ຍັງ​ຖື​ເບົາ​ຕໍ່​ບັນ­ຫາ​ດັ່ງ­ກ່າວ ຫຼາຍ​ຄົນ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຍັງ​ຂັບ​ຂີ່ ທັງໆ​ທີ່​ຮູ້​ຢູ່​ແລ້ວ​ວ່າ­ການ​ກະ­ທຳ​ດັ່ງ­ກ່າວ ແມ່ນ​ຜິດ​ຕໍ່​ກົດ​ລະ­ບຽບ​ການ​ສັນ­ຈອນ.

ເພື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ໃນ​ທ້າຍ​ປີ 2018 ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ອອກ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 1323/ຈ​ນວ ວ່າ​ດ້ວຍ​ມາດ​ຕະ­ການ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ແລະ ການ​ຮັກ­ສາ​ຄວາມ​ປອດ​ໄພ​ຕາມ​ຖະ­ໜົນ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ໄດ້​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ມາ​ຈົນ​ເຖິງ​ປັດ­ຈຸ­ບັນ ແລະ ມີ​ຜູ້​ຂັບ​ຂີ່​ຫຼາຍໆ​ຄົນ​ທີ່​ເຮັດ​ໄດ້ ໃນ​ທາງ​ກົງ­ກັນ­ຂ້າມ ກໍ​ຍັງ​ມີ​ຫຼາຍ​ຄົນ​ທີ່​ຍັງ​ຖື​ເບົາ.

ໃນ​ມາດ­ຕາ 13 ຂໍ້ 3 ຂອງ​ຂໍ້​ຕົກ­ລົງ​ສະ­ບັບ​ດັ່ງ­ກ່າວ​ລະ­ບຸ​ວ່າ: ເມື່ອ​ກວດ​ພົບ​ທາດ​ເຫຼົ້າ ແລະ ສິ່ງ​ມຶນ­ເມົາ​ໃນ​ຮ່າງ­ກາຍ​ຂອງ​ຜູ້​ຂັບ​ຍານ­ພາ­ຫະ­ນະ ເກີນ​ປະ­ລິ­ມານ​ທີ່​ກຳ­ນົດ​ໄວ້​ໃນ​ມາດ­ຕາ 20 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ທາງ­ບົກ ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ຕໍ່​ຜູ້​ຂັບ​ຂີ່​ດັ່ງ­ນີ້:

ຄັ້ງ​ທີ 1: ຂຽນ​ໃບ­ຮັບ​ສາ­ລະ­ພາບ​ລະ­ເມີດ​ກົດ​ຈະ­ລາ­ຈອນ ກັກ​ໃບ​ຂັບ​ຂີ່ 1 ເດືອນ ແລະ ປັບ​ໃໝ​ຕ່ຳ​ສຸດ​ຕາມ​ມາດ­ຕາ 5 ຂອງ​ດຳ­ລັດ​ເລກ​ທີ 188 ແລະ ຕາມ​ມາດ­ຕາ 2 ຂອງ​ມະ­ຕິ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 4 ຂອງ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ I ສະ­ບັບ ເລກ​ທີ 028/ສປ ນວ ລົງ​ວັນ​ທີ 06 ກັນ­ຍາ 2018.

ຄັ້ງ​ທີ 2: ຂຽນ​ໃບ­ຮັບ​ສາ­ລະ­ພາບ​ລະ­ເມີດ​ກົດ​ຈະ­ລາ­ຈອນ ກັກ​ໃບ​ຂັບ​ຂີ່ 3 ເດືອນ ແລະ ປັບ​ໃໝ 10 ເທົ່າ ຕາມ​ມາດ­ຕາ 5 ຂອງ​ດຳ­ລັດ​ເລກ​ທີ 188/ນຍ.

ຄັ້ງ​ທີ 3: ຂຽນ​ໃບ­ຮັບ​ສາ­ລະ­ພາບ​ລະ­ເມີດ​ກົດ​ຈະ­ລາ­ຈອນ ກັກ​ໃບ​ຂັບ​ຂີ່ 6 ເດືອນ​ຫາ 1 ປີ ແລະ ປັບ​ໃໝ 20 ເທົ່າ ຕາມ​ມາດ­ຕາ 5 ຂອງ​ດຳ­ລັດ​ເລກ​ທີ 188/ນຍ.

ຄັ້ງ​ທີ 4: ຂຽນ​ໃບ­ຮັບ​ສາ­ລະ­ພາບ​ລະ­ເມີດ​ກົດ​ຈະ­ລາ­ຈອນ ຢຶດ​ໃບ​ຂັບ​ຂີ່ 1 ປີ ຈຶ່ງ​ອະ­ນຸ­ຍາດ​ໃຫ້​ໄປ​ເສັງ​ເອົາ​ໃບ​ຂັບ​ຂີ່​ຄືນ­ໃໝ່ ແລະ ປັບ​ໃໝ 20 ເທົ່າ ຕາມ​ມາດ­ຕາ 5 ຂອງ​ດຳ­ລັດ​ເລກ​ທີ 188/ນຍ.

ກໍ­ລະ­ນີ​ຜູ້​ຂັບ​ຂີ່​ຍານ­ພາ­ຫະ­ນະ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ແລະ ເສບ​ສິ່ງ​ມຶນ­ເມົາ ເປັນ­ຕົ້ນ​ເຫດ​ພາ­ໃຫ້​ເກີດ​ອຸ­ບັດ­ເຫດ ແມ່ນ​ໃຫ້​ນຳ​ໃຊ້​ມາດ​ຕະ­ການ​ສູງ​ສຸດ ແລະ ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ສຳ­ລັບ​ໃນ​ດຳ­ລັດ 188/ນຍ ມາດ­ຕາ 5 ໄດ້​ລະ­ບຸ​ໄວ້​ວ່າ ຜູ້​ຂັບ​ຂີ່​ໃດ​ທີ່​ມີ​ທາດ​ມຶນ­ເມົາ ຫຼື​ທາດ​ເຫຼົ້າ​ຢູ່​ໃນ​ຮ່າງ­ກາຍ​ເກີນ 0,80 (g /I BrAC = 8mg/100ml) ກຣາມ/ລິດ ຫາກ​ໄດ້​ຂັບ​ຂີ່​ລົດ ຈະ​ຖືກ​ປັບ​ໃໝ​ຕາມ​ປະ­ເພດ​ລົດ ດັ່ງ­ນີ້: ລົດ­ຖີບ 10.000 ກີບ ລົດ­ຈັກ-ລົດ 3 ລໍ້​ຕິດ​ເຄືອງ​ຈັກ-ລົດ​ໄຖ​ນາ​ເດີນ​ຕາມ 50.000 ກີບ ລົດ​ເບົາ-ເກັງ-ກະ­ບະ-ຈິບ-ຕູ້ 100.000 ກີບ ລົດ​ໂດຍ­ສານ 4 ລໍ້ 250.000 ກີບ ລົດ​ບັນ­ທຸກ 6 ລໍ້​ຂຶ້ນ​ໄປ 500.000 ກີບ ແລະ ລົດ­ເມ​ໂດຍ­ສານ 1 ລ້ານ​ກີບ.

ຢ່າງ­ໃດ​ກໍ​ຕາມ ເມື່ອ​ການ​ດື່ມ​ສິ່ງ​ມຶນ­ເມົາ​ເປັນ​ອີກ​ປັດ​ໄຈ​ຂອງ​ການ​ເກີດ​ອຸ­ບັດ­ເຫດ ຈຳ­ເປັນ​ຕ້ອງ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ບັນ­ດາ​ນັກ​ຂັບ​ຂີ່​ທີ່​ມັກ​ດື່ມ ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ ໂດຍ​ສະ­ເພາະ ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ບໍ່​ຂັບ​ຂີ່​ເດັດ­ຂາດ ເພື່ອ​ຫຼຸດ­ຜ່ອນ​ຕົວ​ເລກ​ການ​ເກີດ​ອຸ­ບັດ­ເຫດ ເຊິ່ງ​ຈະ​ສູນ​ເສຍ​ທັງ​ສັບ​ສິນ​ສ່ວນ​ຕົວ ສ່ວນ​ລວມ ເສຍ​ເວ­ລາ ແລະ ຊີ­ວິດ​ອັນ​ມີ­ຄ່າ​ຂອງ​ຄົນ​ເຮົາ.

error: Content is protected !!