ການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນພະຍາດ COVID-19

ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ຫຼາຍ​ຂົງ­ເຂດ​ວຽກ​ງານ ໃນ​ນີ້ ສະ­ເພາະ​ໂຄງ­ການ​ປັບ­ປຸງ​ເສັ້ນ​ຈະ­ລາ­ຈອນ​ຖະ­ໜົນ​ສາຍ​ຫຼັກ ຢູ່​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຕ້ອນ­ຮັບ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກ-ຂອງ​ຊາດ ທັງ​ເປັນ​ການ​ສ້າງ​ຄວາມ​ຮັບ­ປະ­ກັນ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ປອດ​ໄພ ເຊິ່ງ​ໂຄງ­ການ​ດັ່ງ­ກ່າວ​ມີ​ຄວາມ​ຫຼ້າ​ຊ້າ​ຈາກ​ເດີມ ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ໃນ​ກາງ​ເດືອນ​ພຶດ­ສະ­ພາ​ນີ້.

ທ່ານ ສີ​ວອນ ຊັບ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ຍທຂ ນວ) ໄດ້​ໃຫ້​ຮູ້​ວ່າ: ໂຄງ­ການ​ປັບ­ປຸງ​ແຕ້ມ​ເສັ້ນ​ຈະ­ລາ­ຈອນ​ໜ້າ​ເສັ້ນ­ທາງ​ສາຍ​ຫຼັກ ໂດຍ​ນຳ​ໃຊ້​ງົບ­ປະ­ມານ​ຂອງ​ລັດ ກອງ​ທຶນ​ຄວາມ​ປອດ​ໄພ​ທາງ​ຖະ­ໜົນ​ປະ­ຈຳ​ປີ 2020 ມູນ​ຄ່າ 7,4 ຕື້​ກີບ ປະ­ຕິ­ບັດ​ຢູ່ 8 ເສັ້ນ­ທາງ ຄື: ຖະ­ໜົນ​ໄກ­ສອນ ພົມ­ວິ­ຫານ ຍາວ 10,7 ກິ­ໂລ­ແມັດ ຖະ­ໜົນ​ໜອງ​ບອນ 3,47 ກິ­ໂລ­ແມັດ ຖະ­ໜົນ​ສາມ​ແສນ​ໄທ 3,2 ກິ­ໂລ­ແມັດ ຖະ­ໜົນ​ເສດ​ຖາ​ທິ​ລາດ 2 ກິ­ໂລ­ແມັດ ຖະ­ໜົນ​ເຈົ້າ­ຟ້າ​ງຸ່ມ 2,6 ກິ­ໂລ­ແມັດ ຖະ­ໜົນ​ສຸ​ພາ­ນຸ​ວົງ 6 ກິ­ໂລ­ແມັດ ຖະ­ໜົນ​ລ້ານ​ຊ້າງ 1,2 ກິ­ໂລ­ແມັດ ແລະ ຖະ­ໜົນ​ທ່າ​ເດື່ອ 10,5 ກິ­ໂລ­ແມັດ ແລະ ສາຍ​ທາງ​ຕັດ​ເຊື່ອມ​ຕໍ່​ລະ­ຫວ່າງ​ເສັ້ນ­ທາງ​ຫາ​ກັນ ໂດຍ​ບໍ­ລິ­ສັດ ລາວ​ມາກ​ເກີ ເປັນ​ຜູ້​ຮັບ​ເໝົາ.

ມາ​ຮອດ​ເດືອນ​ເມ­ສາ 2020 ທີ່​ເປັນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໂດຍ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ເລກ​ທີ 06/ນຍ ໂຄງ­ການ​ໄດ້​ຢຸດ​ວຽກ​ຊົ່ວ­ຄາວ​ເປັນ​ເວ­ລາ 1 ເດືອນ ພາຍ­ຫຼັງ​ສະ­ພາບ​ຄ່ອຍ​ປົກ­ກະ­ຕິ ກໍ​ໄດ້​ລາຍ​ງານ​ເຖິງ​ຂັ້ນ​ເທິງ ໂດຍ​ສະ­ເພາະ ຄະ­ນະ​ສະ­ເພາະ​ກິດ​ຕ້ານ​ພະ­ຍາດ COVID-19 ໄດ້​ໃຫ້​ທິດ​ຊີ້​ນຳ​ວິ­ທີ​ປ້ອງ​ກັນ​ຕ່າງໆ ແລະ ໄດ້​ປຶກ­ສາ​ຫາ­ລື​ກັບ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ເພື່ອ​ກະ­ກຽມ​ຄືນ ແລະ ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ໃນ​ໄລ­ຍະ​ພາ­ຫະ­ນະ​ລົດ​ແລ່ນ​ຕາມ​ຖະ­ໜົນ​ຍັງ​ບໍ່​ຫຼາຍ ຈຶ່ງ​ໄດ້​ເລີ່ມ​ປະ­ຕິ­ບັດ​ມາ​ແຕ່​ຕົ້ນ​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ກຳ​ປະ­ຕິ­ບັດ​ຢູ່​ເສັ້ນ­ທາງ​ທ່າ​ເດື່ອ ເລີ່ມ​ແຕ່​ໄຟ​ອຳ­ນາດ​ທາດ​ຂາວ-ຂົວ​ມິດ­ຕະ­ພາບ ລາວ-ໄທ 1 ຕາມ​ແຜນ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ກາງ​ເດືອນ​ພຶດ­ສະ­ພາ​ນີ້ ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ພະ­ຍາດ COVID-19 ຈຶ່ງ​ແກ່­ຍາວ​ເວ­ລາ ແລະ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ໂດຍ​ພື້ນ­ຖານ​ທ້າຍ​ເດືອນ​ພຶດ­ສະ­ພາ 2020.

ນອກ­ຈາກ​ໂຄງ­ການ​ປັບ­ປຸງ​ແຕ້ມ​ເສັ້ນ­ທາງ​ແລ້ວ ຍັງ​ມີ​ໂຄງ­ການ​ຕິດ​ຕັ້ງ​ຈຸດ​ຄົນ​ຂ້າມ​ທາງ​ທີ່​ເປັນ​ຄ້າຍ­ຄື​ກັບ­ໄຟ​ອຳ­ນາດ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ຄົນ​ຂ້າມ​ທາງ​ມີ​ຄວາມ​ປອດ​ໄພ ເຊິ່ງ​ປະ­ກອບ​ມີ 6 ຈຸດ ປັດ­ຈຸ­ບັນ ສຳ­ເລັດ​ແລ້ວ 4 ຈຸດ ແລະ ຍັງ​ອີກ 2 ຈຸດ​ຈະ​ສືບ­ຕໍ່​ປະ­ຕິ­ບັດ ເຊິ່ງ​ມີ​ຢູ່​ຖະ­ໜົນ​ເຈົ້າ­ຟ້າ​ງຸ່ມ ເສັ້ນ­ທາງ​ໂພນ ຕ້ອງ-ດົງ​ໂດກ (ຕໍ່­ໜ້າ​ໂຮງ­ໝໍ 150 ຕຽງ) ຖະ­ໜົນ​ມິດ­ຕະ­ພາບ ລາວ-ໄທ (ຕໍ່­ໜ້າ​ໂຮງ­ໝໍ 103) ຖະ­ໜົນ​ເສດ​ຖາ​ທິ​ລາດ (ຕໍ່­ໜ້າ​ແພດ­ສາດ) ແລະ ຖະ­ໜົນ​ສຸ​ພາ­ນຸ​ວົງ ນອກ­ຈາກ​ຈະ​ໃຊ້​ເປັນ​ລະ­ບົບ​ໄຟ​ແລ້ວ ຍັງ​ຈະ​ເສີມ​ລະ­ບົບ​ສຽງ​ເຂົ້າ​ຕື່ມ ເພື່ອ​ສະ­ດວກ​ໃຫ້​ຄົນ​ພິ­ການ​ເປັນ­ຕົ້ນ​ຄົນ​ພິ­ການ​ທາງ​ສາຍ­ຕາ ເຊິ່ງ​ເປັນ​ໂຄງ­ການ​ທຳ​ອິດ​ຢູ່​ປະ­ເທດ​ເຮົາ.

ຂະ­ນະ​ທີ່​ໃນ​ເດືອນ​ເມ­ສາ 2020 ທົ່ວ​ປະ­ເທດ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 435 ລາຍ ມີ​ຄົນ​ເສຍ​ຊີ­ວິດ 71 ຄົນ ໂດຍ​ສະ­ເພາະ​ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ການ​ເກີດ​ອຸ­ບັດ­ເຫດ ແລະ ຄົນ​ເສຍ​ຊີ­ວິດ​ຫຼາຍ​ກວ່າ​ແຂວງ​ອື່ນ ການ​ເກີດ​ອຸ­ບັດ­ເຫດ​ແຕ່​ລະ​ຄັ້ງ​ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ 719 ຄັນ ໃນ​ນີ້ ເປ່​ເພ​ເລັກ​ໜ້ອຍ 320 ຄັນ ສົມ­ຄວນ 376 ຄັນ ໃຊ້​ການ​ບໍ່​ໄດ້ 23 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ 557 ຄົນ ບາດ­ເຈັບ​ເລັກ​ໜ້ອຍ 243 ຄົນ ສົມ­ຄວນ 227 ຄົນ ສາ­ຫັດ 87 ຄົນ ແລະ ເສຍ​ຊີ­ວິດ 71 ຄົນ ສາ­ເຫດ​ຕົ້ນ­ຕໍ​ຂອງ​ການ​ເກີດ​ອຸ­ບັດ­ເຫດ​ແມ່ນ ເມົາ​ແລ້ວ​ຂັບ ຂັບ​ຂີ່​ລົດ​ໄວ​ເກີນ​ກຳ­ນົດ ແຊງ​ບໍ່​ຮັບ­ປະ­ກັນ ແລະ ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ.

error: Content is protected !!