ພຶດສະພານີ້ ທົ່ວນະຄອນຫຼວງວຽງຈັນ ມີການເສຍຊີວິດຈາກອຸບັດເຫດຫຼາຍກວ່າ 10 ຄົນ

ທ່ານ ພັນ​ໂທ ເພັງ​ສະ­ຫວັນ ທຳ​ມະ​ບູນ ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ລັດ­ຖະ­ບານ ​ໄດ້​ຜ່ອນ­ຜັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ໂດຍ​ອະ­ນຸ­ຍາດ​ໃຫ້​ມີ​ການ​ສັນ­ຈອນ​ໄປ​ມາ​ພາຍ​ໃນ​ແຂວງ ເລີ່ມ​ແຕ່​ວັນ​ທີ 4 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ການ​ສັນ­ຈອນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ ກໍ​ເລີ່ມ​ໜາ​ແໜ້ນ​ຂຶ້ນ ຍ້ອນ​ບັນ­ດາ​ສຳ­ນັກ­ງານ-ອົງ­ການ​ເລີ່ມ​ເຮັດ​ວຽກ​ປົກ­ກະ­ຕິ ເຊິ່ງ​ພະ­ນັກ­ງານ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນກັບ​ມາ​ເຂົ້າ​ການ​ປົກ­ກະ­ຕິ ລວມ​ທັງ​ບໍ­ລິ­ສັດ ຫ້າງ​ຮ້ານ​ຕ່າງໆ ກໍ​ເລີ່ມ​ເປີດ​ໃຫ້​ບໍ­ລິ­ການ ຈຶ່ງ​ເຮັດ​ໃຫ້​ມີ​ພາ­ຫະ­ນະ​ສັນ­ຈອນ​ໄປ-ມາ​ຕາມ​ເສັ້ນ­ທາງ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ຖ້າ​ທຽບ­ໃສ່​ສະ­ພາບ​ການ​ສັນ­ຈອນ​ໃນ​ໄລ­ຍະ​ຄຸມ​ເຂັ້ມ​ການ​ນຳ​ໃຊ້​ມາດ​ຕະ­ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19.

ປັດ­ຈຸ­ບັນ ສະ­ພາບ​ການ​ສັນ­ຈອນ​ຢູ່​ຕາມ​ເສັ້ນ­ທາງ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຫັນ​ວ່າ​ຍັງ​ປົກ­ກະ­ຕິ​ດີ ພາ­ຫະ­ນະ​ຍັງ​ບໍ່​ແອ​ອັດ​ເທົ່າ​ທີ່​ຄວນ ຂະ­ນະ​ທີ່​ວັນ​ທີ 1 ມິ­ຖຸ­ນາ 2020 ນີ້ ເປັນ​ມື້​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ແລະ ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ໂຮງ­ຮຽນ ແຫ່ງ​ຕ່າງໆ​ກໍ​ຈະ​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ຫຼັງ​ຢຸດ​ມາ​ໄດ້ 2 ເດືອນ ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ບໍ່​ໄດ້​ລົດ​ລະ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ວິ­ຊາ​ສະ­ເພາະ ເພື່ອ​ເຮັດ​ໃຫ້​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ​ສັນ­ຈອນ​ໄປ​ມາ​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ປອດ​ໄພ ໂດຍ​ສຸມ​ໃສ່​ເຮັດ​ວຽກ​ງານ​ໂຄ­ສະ­ນາ ເຊີນ­ຊວນ​ໃຫ້​ມວນ​ຊົນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ ບັນ­ຈຸ​ກຳ­ລັງ​ລົງ​ປະ­ຈຳ​ຢູ່​ຕາມ​ເສັ້ນ­ທາງ ປ້ອມ​ຍາມ ເພື່ອ​ເຝົ້າ​ຕິດ­ຕາມ​ລະ­ບາຍ​ການ​ສັນ­ຈອນ ຈັດ​ລະ­ບຽບ​ສາຍ​ທາງ ຕິດ­ຕາມ​ກວດ­ກາ​ການ​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ​ຂອງ​ນັກ​ຂັບ​ຂີ່ ແລະ ປະ­ຈຳ­ການ​ຄອຍ​ເຫດ​ຕະ­ຫຼອດ 24 ຊົ່ວ­ໂມງ.

ສຳ­ລັບ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ໃນ​ເດືອນ​ພຶດ­ສະ­ພາ 2020 ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ຫຼາຍ​ກວ່າ 70 ກໍ­ລະ­ນີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ 10 ກວ່າ​ຄົນ ເຊິ່ງ​ສາ­ເຫດ​ທີ່​ພາ­ໃຫ້​ເກີດ​ອຸ­ບັດ­ເຫດ​ແມ່ນ​ລ່ວງ​ໄຟ​ອຳ­ນາດ ແລ່ນ​ລົດ​ໄວ​ເກີນ​ກຳ­ນົດ ແຊງ​ບໍ່​ຮັບ­ປະ­ກັນ ປ່ຽນ​ທິດ​ທາງ​ລົດ​ກະ­ທັນ­ຫັນ ແລະ ເມົາ​ແລ້ວ​ຂັບ​ຂີ່​ພາ­ຫະ­ນະ.

# ຂ່າວ & ພາບ: ຊີ​ລິ​ການ​ດາ

error: Content is protected !!