ຫັນອາຊີບເຮັດນາ ມາປູກພືດຜັກກະສິກຳອິນຊີ ສ້າງລາຍຮັບໄດ້ຕະຫຼອດປີ

ປັດ­ຈຸ­ບັນ ກະ­ສິ­ກຳ​ອິນ​ຊີ ບໍ່​ວ່າ​ຈະ​ເປັນ​ພືດ ຜັກ ໝາກ​ໄມ້​ຊະ­ນິດ​ຕ່າງໆ ກຳ­ລັງ​ເປັນ​ທີ່​ຕ້ອງ­ການ​ຂອງ​ຜູ້​ບໍ­ລິ­ໂພກ ເນື່ອງ​ຈາ​ກວ່າ​ໄດ້​ສົ່ງ​ຜົນ​ດີ​ຕໍ່​ຜູ້​ຜະ­ລິດ ຜູ້​ບໍ­ລິ­ໂພກ ແລະ ສິ່ງ­ແວ­ດລ້ອມ ເຮັດ​ໃຫ້​ເສດ­ຖະ­ກິດ​ຂອງ​ຄອບ­ຄົວ​ດີ​ຂື້ນ ປະ­ຢັດ​ຕົ້ນ​ທຶນ ກະ­ສິ­ກຳ​ອິນ​ຊີ ເປັນ​ການ​ຜະ­ລິດ​ທີ່​ບໍ່​ນຳ​ໃຊ້​ສານ​ເຄ​ມີ​ທຸກ​ຢ່າງ ໃຊ້​ນ້ຳ​ໝັກ​ຊີ­ວະ​ພາບ ໃຊ້​ຝຸ່ນ​ບົ່ມ​ເພື່ອ​ປັບ­ປຸງ​ດິນ​ໃຫ້​ດິນ​ງາມ…

ນວ ກຽມພ້ອມວຽກງານຕ້ານແລ້ງ-ຕ້ານຖ້ວມ ເພື່ອຮັບປະກັນການຜະລິດລະດູຝົນ

ເພື່ອ​ຮັບ­ປະ­ກັນ​ໃຫ້­ການ​ການ​ຜະ­ລິດ​ລະ­ດູ­ຝົນ ໂດຍ​ສະ­ເພາະ​ການ​ຜະ­ລິດ​ເຂົ້າ­ນາ​ປີ 2020 ບັນ­ລຸ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້ ຂະ­ແໜງ­ການ​ກ່ຽວ­ຂ້ອງ ກໍ​ໄດ້​ກະ­ກຽມ​ຄວາມ​ພ້ອມ​ທຸກ​ດ້ານ ເພື່ອ​ຕ້ານ​ແລ້ງ-ຕ້ານ​ຖ້ວມ​ແຕ່​ຫົວ­ທີ ໃນ​ນີ້ ຂະ­ແໜງ​ຊົນ­ລະ­ປະ­ທານ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ສຸມ​ໃສ່​ການ​ກະ­ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ໃນ​ການ​ຕ້ານ​ແລ້ງ-ຕ້ານ​ຖ້ວມ​ໃນ​ລະ­ດູ­ຝົນ​ປີ​ນີ້…

ເລັ່ງເກັບກຳຂໍ້ມູນ ເພື່ອຊ່ວຍເຫຼືອແຮງງານລາວ ໃຫ້ມີວຽກເຮັດງານທຳ

ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ນະ­ຄອນ­ຫຼວງ​ວຽງ​ຈັນ (ຮສສ ນວ) ໃຫ້​ສຳ­ພາດ​ວັນ​ທີ 12 ພຶດ­ສະ­ພາ 2020 ວ່າ: ໂດຍ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ເລກ​ທີ 06/ນຍ…

ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ສະ­ຫາຍ ພົນ​ເອກ ສີ​ສະ­ຫວາດ ແກ້ວ​ບຸນ​ພັນ ເກີດ​ເມື່ອ​ວັນ​ທີ 01 ພຶດ­ສະ­ພາ ປີ 1928 ທີ່​ບ້ານ​ຫ້ວຍ​ກະ​ລືມ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ, ເປັນ​ບຸດ​ຂອງ ທ່ານ ບຸນ​ຊູ ແລະ…

ຝຣັ່ງ ອະນຸມັດເງິນ 19,4 ຕື້ກີບ ສ້າງຄວາມເຂັ້ມແຂງໃຫ້ຫ້ອງວິເຄາະ ໃນອາຊີຕາເວັນອອກສຽງໃຕ້

ວັນ​ທີ 11 ພຶດ­ສະ­ພາ 2020 ອົງ­ການ​ຝຣັ່ງ​ເພື່ອ​ການ​ພັດ­ທະ­ນາ (AFD) ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ 2 ລ້ານ​ເອີ​ໂຣ ຫຼື​ປະ­ມານ 19,4 ຕື້​ກີບ ເພື່ອ​ນຳ​ໃຊ້​ໃນ​ໂຄງ­ການ ECOMORE II ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ສະ​ຖາ​ບັນ…

ປົກປັກຮັກສາສະຖານບູຮານໃຫ້ມີຄວາມສວຍງາມ ກຽມພ້ອມເປີດບໍລິການຄືນໃໝ່

ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ COVID-19 ເຮັດ​ໃຫ້​ຫຼາຍ​ປະ­ເທດ ລວມ​ທັງ ສປປ ລາວ ໄດ້​ຮັບ​ຜົນ​ກະ­ທົບ​ໃນ​ຫຼາຍ​ຂະ­ແໜງ ການ ສະ­ເພາະ​ຂະ­ແໜງ​ການ­ທ່ອງ­ທ່ຽວ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ​ນັບ​ມື້​ຫຼຸດ​ລົງ ແລະ ບໍ່​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ເລີຍ ເນື່ອງ​ຈາກ​ຫຼາຍ​ປະ­ເທດ​ກໍ​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຊັ່ນ​ກັນ ເຮັດ​ໃຫ້​ລັດ­ຖະ­ບານ​ໄດ້​ປິດ​ທຸກ​ເສັ້ນ­ທາງ​ການ​ສັນ­ຈອນ​ໄປ-ມາ…

ຄົບໜຶ່ງເດືອນພໍດີ ລາວບໍ່ມີກໍລະນີຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ຣັດ­ຕະ­ນະ​ໄຊ ເພັດ​ສຸ­ວັນ ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ COVID-19 ໄດ້​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ສະ­ພາບ​ການ​ເຝົ້າ​ລະ­ວັງ ​ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ວັນ​ທີ 12 ພຶດ­ສະ­ພາ 2020 ນີ້​ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ…

ພ້ອມກັນປະຕິບັດຫຼັກການ 5ປ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ

ນັບ​ແຕ່​ທ້າຍ​ເດືອນ​ທັນ­ວາ 2019 ເຖິງ​ປັດ­ຈຸ­ບັນ ຈຳ­ນວນ​ຄົນ​ເຈັບ​ສະ​ສົມ​ໄຂ້­ຍຸງ​ລາຍ (ໄຂ້­ເລືອດ­ອອກ) ແມ່ນ​ນັບ​ມື້​ເພີ່ມ​ຂຶ້ນ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ ຍິ່ງ​ມີ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ­ບາດ​ຂອງ​ໄຂ້­ຍຸງ​ລາຍ​ສູງ​ຂຶ້ນ ເພື່ອ​ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ແລະ ຫຼຸດ­ຜ່ອນ​ຈຳ­ນວນ​ຄົນ​ເຈັບ​ທີ່​ຈະ​ເກີດ​ຂຶ້ນ​ໃໝ່ ທຸກ​ຄົນ​ຄວນ​ຫັນ​ມາ​ເອົາ­ໃຈ­ໃສ່​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ແຕ່​ຫົວ­ທີ ໂດຍ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຫຼັກ­ການ 5ປ…

ໂຄງການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ

ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 (COVID-19) ໄດ້​ສົ່ງ​ຜົນ​ກະ­ທົບ​ໄປ​ທຸກ​ຂົງ­ເຂດ​ວຽກ​ງານ ໃນ​ນີ້​ສະ­ເພາະ​ໂຄງ­ການ​ປັບ­ປຸງ​ເສັ້ນ​ຈະ­ລາ­ຈອນ​ຫຼາຍ​ຖະ­ໜົນ​ສາຍ​ຫຼັກ​ຢູ່​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ເພື່ອ​ຕ້ອນ­ຮັບ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກ-ຂອງ​ຊາດ ທັງ​ເປັນ​ການ​ສ້າງ​ຄວາມ​ຮັບ­ປະ­ກັນ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ປອດ​ໄພ ທີ່​ຈະ​ສຳ­ເລັດ​ໃນ​ກາງ​ເດືອນ​ພຶດ­ສະ­ພາ ໄດ້​ເລື່ອນ​ໃຫ້​ສຳ­ເລັດ​ໃນ​ທ້າຍ​ເດືອນ. ທ່ານ ສີ​ວອນ ຊັບ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ…

error: Content is protected !!