ອະນາຄົດຂອງພວກລູກຫຼານຄືອະນາຄົດຂອງຊາດ

    ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ປະຈໍາປີ 2020 ຫົວຂໍ້ “ອະນາຄົດຂອງພວກລູກຫຼານຄືອະນາຄົດຂອງຊາດ” ໄດ້ຂຶ້ນວັນທີ 1 ມິຖຸນາ 2020 ທີ່ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ-ເຍົາວະຊົນ (ບ້ານດົງໝາກຄາຍ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ພ້ອມດ້ວຍບັນດາລັດຖະມົນຕີ ທູຕານຸທູດ ແລະ ສະມາຊິກຊາວໜຸ່ມ-ເຍົາວະຊົນ.

    ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ເພື່ອຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ນະໂຍບາຍຂອງລັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ SDG ແລະ ແຜນງານຂອງຊາວໜຸ່ມລາວທົ່ວປະເທດກ່ຽວກັບຊາວໜຸ່ມ-ເຍົາວະຊົນ ອະນຸຊົນ ເດັກນ້ອຍ ແລະ ການສ້າງສິ່ງແວດລ້ອມທີ່ດີເຂົ້າສູ່ກິດຈະກໍາຕົວຈິງ ສ້າງໂອກາດ ແລະ ເປັນເວທີທີ່ມີຊີວິດຊີວາໃຫ້ແກ່ຜູ້ໃຫຍ່ໄດ້ມີໂອກາດພົບປະສົນທະນາ ແລກປ່ຽນບົດຮຽນການດຳລົງຊີວິດ ແລະ ສ້າງແນວຄວາມຄິດທີ່ຖືກຕ້ອງໃຫ້ແກ່ເດັກນ້ອຍໃນວັນນີ້ ເພື່ອໃຫ້ເປັນພົນລະເມືອງດີມີຄຸນນະພາບ ເພາະວ່າເດັກນ້ອຍໃນວັນນີ້ ກໍຄືຜູ້ໃຫຍ່ໃນວັນໜ້າ ເມື່ອເຫັນໄດ້ຄວາມສໍາຄັນດັ່ງກ່າວ ລັດຖະ ບານຈຶ່ງໄດ້ຕົກລົງເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນຈັດກິດຈະກຳສະເຫຼີມສະຫຼອງວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນໃຫ້ເປັນຂະບວນຟົດຟື້ນ ເຊິ່ງປີນີ້ແມ່ນໄດ້ຄົບຮອບ 41 ປີ (1/06/1979-1/06/2020) ເພື່ອແນໃສ່ການປູກຈິດສຳນຶກໃຫ້ປວງຊົນລາວທັງຊາດ ເຫັນໄດ້ຄວາມສຳຄັນຂອງເດັກນ້ອຍ ເຍົາວະຊົນ-ອະນຸຊົນລາວບັນດາເຜົ່າ ແລະ ຕົ້ນໄມ້ ເພື່ອສ້າງສິ່ງແວດລ້ອມທີ່ດີໃນຕໍ່ໜ້າ.

    ຄຽງຄູ່ກັນນີ້ ຕະຫຼອດໄລຍະຜ່ານມາ ສຊປລ ໃນຖານະເປັນແກນນໍາຂອງການຈັດຕັ້ງ ແລະ ຕົວແທນຂອງຄົນຮຸ່ນໜຸ່ມທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍມາຮອດປັດຈຸບັນກໍໄດ້ຄົບຮອບ 65 ປີ ເຊິ່ງບໍ່ວ່າຍາມໃດ ກໍໄດ້ຮັບການສຶກສາອົບຮົມ ໃກ້ຊິດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກຈາກພັກ ແລະ ລັດຖະບານຕະຫຼອດມາ ໂດຍສະເພາະ ໄດ້ມີແນວທາງ ມີນິຕິກຳບ່ອນອີງ ແລະ ການລົງທຶນໃສ່ວຽກງານຊາວໜຸ່ມ-ເຍົາວະຊົນ ກໍຄືນະໂຍບາຍລວມຕ່າງໆທີ່ໄດ້ຊຸກຍູ້ສົ່ງເສີມວຽກງານຊາວໜຸ່ມຢ່າງມີຜົນສໍາເລັດ ໂດຍທັງໝົດນັ້ນໄດ້ເຮັດໃຫ້ເຍົາວະຊົນ ແລະ ເດັກນ້ອຍໄດ້ກາຍເປັນຄົນຮູ້ຜູ້ດີ ມີຄຸນສົມບັດສິນທຳປະຕິວັດ ມີຄວາມຮູ້ຄວາມສາມາດມາດ ໄປພ້ອມໆກັບການຂະຫຍາຍຕົວຂອງຍຸກສະໄໝສັງຄົມປັດຈຸບັນອີກດ້ວຍ.

    ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຕໍ່ພິທີວ່າ: ລັດຖະບານ ຍາມໃດກໍຖືວ່າຊາວໜຸ່ມ-ເຍົາວະຊົນເປັນກຳລັງແຮງຂອງການພັດທະນາ ແລະ ເປັນອະນາຄົດອັນສົດໃສຂອງປະເທດຊາດ ເຊິ່ງໄລຍະຜ່ານມາ  ລັດຖະບານກໍໄດ້ສຸມທຸກກຳລັງແຮງ ແລະ ທຶນຮອນເຂົ້າໃນການພັດທະນາຄົນຮຸ່ນໜຸ່ມ ເປັນຕົ້ນການອອກນິຕິກຳ ນະໂຍບາຍ ສ້າງກົນໄກສົ່ງເສີມໂອກາດ ແລະ ເງື່ອນໄຂໃຫ້ລູກຫຼານໄດ້ເຂົ້າເຖິງການພັດທະນາແຫຼ່ງຂໍ້ມູນຂ່າສານອັນເປັນປະໂຫຍດ ໃຫ້ການສຶກສາອົບຮົມ ສົ່ງເສີມວຽກເຮັດງານທຳ ແລະ ອື່ນໆໃຫ້ມີສ່ວນຮ່ວມໃນການພັດທະນາຢ່າງເປັນປົກກະຕິ. ລັດຖະບານ ຂໍຖືໂອກາດນີ້ຮຽກຮ້ອງມາຍັງອົງການຈັດຕັ້ງທຸກພາກສ່ວນຈົ່ງເພີ່ມທະວີເຊື່ອມສານວຽກງານຊາວໜຸ່ມ-ເຍົາວະຊົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ເພີ່ມທະວີຄວາມໃກ້ຊິດ ເອົາໃຈໃສ່ເບິ່ງແຍງ ແລະ ລົງທຶນໃສ່ວຽກງານຊາວໜຸ່ມ-ເຍົາວະຊົນໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນກວ່າເກົ່າ ເພາະວ່າອະນາຄົດຂອງພວກລູກຫຼານເຮົາກໍຄືອະນາຄົດຂອງຊາດ ແລະ ປະຊາຄົມໂລກ ພ້ອມນີ້ ກໍເຊື່ອໝັ້ນຢ່າງໜັກແໜ້ນວ່າ ສູນກາງຊາວໜຸ່ມ ໃນຖານະອົງການມະຫາພາກ ຈະສືບຕໍ່ລົງເລີກຫັນນະໂນບາຍລວມ ເປັນແຜນໂຄງການກິດຈະກຳຕົວຈິງໃຫ້ແທດເໝາະກັບຄວາມຕ້ອງການຂອງຄົນຮຸ່ນໜຸ່ມ ໃຫ້ສົມກັບຄໍາວ່າ ຊາວໜຸ່ມເປັນຜູ້ສືບທອດພາລະກິດ ແລະ ເຍົາວະຊົນ-ອະນຸຊົນຄືໜໍ່ແໜງຂອງຊາດ. ຂໍອວຍພອນໃຫ້ເຍົາວະຊົນ-ອະນຸຊົນຜູ້ໜຸ່ມນ້ອຍ ຈົ່ງເອົາໃຈໃສ່ສຶກສາຮໍ່າຮຽນ ເຝີກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາໃຫ້ຈະເລີນກ້າວໜ້າ. ນອກນີ້ໃນງານຍັງໄດ້ມີການແຂ່ງຂັນຮ້ອງເພງ ສະແດງບົດຟ້ອມ ແລະ ຊົມການວາງສະແດງຜົນງານຂອງຊາວໜຸ່ມເຍົາວະຊົນຈາກພາກສ່ວນຕ່າງໆ ເພື່ອເຮັດໃຫ້ການສ້າງຂະບວນການດັ່ງກ່າວມີຄວາມເບີກບານມ່ວນຊືີ່ນ ແລະ ຟົດຟື້ນ.

# ຂ່າວ & ພາບ: ລັດເວລາ

error: Content is protected !!