ສັງກາ ລັນທຸມເຫຼືອງ ສືບທອດເຮັດກອງເພນ-ໂປງຈຳໜ່າຍສ້າງລາຍຮັບຫຼາຍກວ່າ 100 ລ້ານກີບຕໍ່ປີ

      ບ້ານ ຫົວຂົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ້ານໜຶ່ງທີ່ຫຼາຍຄອບຄົວໄດ້ອະນຸຮັກສືບທອດການເຮັດກອງເພນຈາກພໍ່ແມ່ ນຳມາເຮັດກອງເພນຂາຍ ສ້າງລາຍຮັບມາເປັນເວລາ 10 ກວ່າປີແລ້ວ ເຊິ່ງບ້ານແຫ່ງນີ້ອາດເວົ້າໄດ້ວ່າເປັນບ້ານແຫ່ງດຽວໃນນະຄອນຫຼວງວຽງຈັນທີ່ເຮັດອາຊີບນີ້ ເຮັດໃຫ້ເວລາທີ່ເດີນທາງຜ່ານກາຍໄປທາງນັ້ນ ກໍຈະເຫັນການຂາຍກອງເພນຕັ້ງລຽນລຽບຕາມແຄມທາງຂອງບ້ານ ສວຍງາມອັນເປັນເອກກະລັກພົ້ນເດັ່ນດຶງດູດສາຍຕາ.

    ທ່ານ ສັງກາ ລັນທຸມເຫຼືອງ ຊ່າງເຮັດກອງເພນ ບ້ານຫົວຂົວ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ:ຂ້າພະເຈົ້າໄດ້ເຮັດອາຊີບນີ້ມາໄດ້ 10 ກວ່າປີແລ້ວ ໂດຍສືບທອດມາແຕ່ພໍ່ແມ່ ຈົນກາຍເປັນວຽກທີ່ສ້າງລາຍຮັບໃຫ້ກັບຄອບຄົວໄດ້ເຖິງ 100 ລ້ານກວ່າກີບຕໍ່ປີ ຈາກການຂາຍກອງປີລະ 10 ໜ່ວຍ ມູນຄ່າຂາຍໜ່ວຍລະ 5 – 10 ລ້ານກີບ.

    ສຳລັບວິທີການເຮັດກອງແຕ່ລະໜ່ວຍ ແມ່ນເລີ່ມຈາກນຳເອົາໄມ້ລຳໃຫຍ່ທີ່ເປັນໄມ້ລຳດຽວຈາກຫົວໄຮ່ປາຍນາຂອງພໍ່ແມ່ປະຊາຊົນນຳມາຕັດເທົ່າທີ່ຂະໜາດຕ້ອງການ ແລ້ວນຳມາຫຼອມເຮັດຄວາມມົນ ແລ້ວເຈາະໃຫ້ເປັນຜົ້ງທາງໃນ ເອົາໜັງຄວາຍໃສ່ເຮັດເປັນໜ້າກອງ ຖ້າເປັນກອງໃຫຍ່ແມ່ນຈະນຳໃຊ້ໜັງຄວາຍ 28 ກິໂລ ຈາກນັ້ນກໍຖັກສາຍສະລິງທາສີປະໄວ້ 2 ມື້ຖືວ່າສຳເລັດ ສ່ວນຈຸດພິເສດ ການທີ່ຈະເຮັດໃຫ້ກອງດັງດີນັ້ນ ແມ່ນຕ້ອງເນັ້ນໃນຂັ້ນຕອນການເຈາະຜົ້ງໄມ້ທາງໃນຄວັດໃຫ້ເປັນໂກນ ແລະ ຟັ້ນລີ້ນໃຫ້ສົມດຸນກັນ ແລະ ໄມ້ທີ່ນຳມາເຮັດຕ້ອງເປັນໄມ້ແຄນ ໄມ້ດູ່ ຈຶ່ງຈະເຮັດໃຫ້ກອງເພນມີສຽງດັງແຮງ ແຕ່ເນື່ອງຈາກໄມ້ຊະນິດດັ່ງກ່າວຫາຍາກ ປັດຈຸບັນຈຶ່ງໄດ້ນຳເອົາໄມ້ຜົ້ງ ແລະ ໄມ້ບາກມາເຮັດແທນ ສ່ວນອຸປະກອນໃນການເຮັດກອງປະກອບມີ ສິ່ວ ສ່ຽມ ຄ້ອນຕີ ແລະ ຂວັນ ເຊິ່ງກອງທຸກໜ່ວຍແມ່ນເຮັດດ້ວຍມືທັງໝົດ.

    ກອງໜ່ວຍໜຶ່ງທີ່ມີຂະໜາດໃຫຍ່ໜ້າກວ້າງ 1,50 ແມັດ ຈະໄດ້ເວລາເຮັດ 2 ອາທິດຈຶ່ງສຳເລັດ ຈຳໜ່າຍໃນລາຄາ 18 ລ້ານກີບ ແລະ ກອງໜ່ວຍນ້ອຍກໍຈະມີລາຄາຫຼຸດກັນລົງມາ ເຊິ່ງລາຄາຂາຍແມ່ນອີງຕາມຂະໜາດກອງ ນອກຈາກຂາຍກອງເພນແລ້ວ ຍັງໄດ້ເຮັດໂປງ ຫຼື ກະລໍຂາຍນຳອີກ ເຊີ່ງກະລໍໃຊ້ໄວ້ສຳລັບທັ່ງຢູ່ໃນວັດ ໃນເວລາທີ່ພະສົງຈະອອກບິນບາດໃນຕອນເຊົ້າ ແລະ ສູດມົນໃນຕອນແລງ ໂປງ ຫຼື ກະລໍ ເຮັດດ້ວຍໄມ້ແຕ້ ໄມ້ຫາດ ເຊິ່ງໜ່ວຍໜຶ່ງຈະໃຊ້ເວລາ 1 ອາທິດຈຶ່ງສຳເລັດ ຈຳໜ່າຍໃນລາຄາ 1  ານ ຫາ 4 ລ້ານກີບ ສຳລັບທ່ານໃດທີ່ຕ້ອງການຊື້ກອງເພນ ແລະ ໂປງ ກໍສາມາດໄປເບີ່ງໄດ້ທີ່ບ້ານຫົວຂົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!