ລົງຊຸກຍູ້ໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ

    ໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເປັນການຮ່ວມມືລະຫວ່າງບໍ​ລິ​ສັດ ຣາ​ຊ-ລາວ ບໍ​ລິ​ການ ຈຳ​ກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ສະໜັບສະໜູນເງິນທຶນໝູນ ວຽນຈຳນວນໜຶ່ງໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ​ແລະ ມອບ​ທຶນ​ບໍ່​ມີດ​ອກ​ເບ້ຍ ດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານ ສຳລັບປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳ ໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ ເປັນໂຄງການຕໍ່ເນື່ອງ.

    ສະເພາະເງິນທຶນໝູນວຽນນີ້ ກົມພັດທະນາວິຊາຊີບສູນກາງ ຊປປລ ນຳເອົາທຶນໄປມອບຕໍ່ໃຫ້ແກ່ຊາວໜຸ່ມກູ້ຢືມໂດຍບໍ່ມີດອກເບ້ຍ ເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເສີມສ້າງພັດທະນາວິຊາຊີບພັດທະນາດ້ານສີມືແຮງງານລາວໃຫ້ມີຄຸນນະພາບ ແລະ ເງິນທຶນໝູນວຽນນັ້ນ ແມ່ນຖືກນຳໃຊ້ໝູນວຽນທຶນໃຫ້ແກ່ຊາວໜຸ່ມຜູ້ອື່ນໆທີ່ມີເງື່ອນໄຂກູ້ຢືມຕໍ່ໄປ ພາຍຫຼັງທີ່ໄດ້ເກັບກູ້ຄືນມາແລ້ວນັ້ນ. 

    ໃນວັນທີ 1 ມິຖຸນາ 2020 ທາງຄະນະຮັບຜິດຊອບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ນຳໂດຍທ່ານ ນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງ ກອນສຳພັນ ບໍ​ລິ​ສັດ ຣາ​ຊ-ລາວ ບໍ​ລິ​ການ ຈຳ​ກັດ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ຄອບຄົວຂອງທ້າວ ບຸນເພັງ ໄຊຍະສິດ ຊາວໜຸ່ມຜູ້ທີ່ໄດ້ຮັບທຶນຈາກໂຄງການ ຢູ່ບ້ານດອນ ເມືອງຫຼາ ແຂວງອຸດົມໄຊ.

    ທ້າວ ບຸນເພັງ ໄຊຍະສິດ ເປັນໜຶ່ງໃນຈຳນວນຊາວໜຸ່ມຜູ້ໄດ້ຮັບທຶນຈາກໂຄງການ ກ່າວວ່າ: ກ່ອນອື່ນ ຂອບໃຈມາຍັງ ກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ກໍຄືຄະນະນຳຊາວໜຸ່ມເມືອງຫຼາ ແລະ ບໍລິສັດ ຣາ​ຊ-ລາວ ບໍ​ລິ​ການ ຈຳ​ກັດ ທີ່ໃຫ້ໂອກາດ ໂດຍໄດ້ມອບທຶນຂອງໂຄງການມາແຕ່ 2018 ໃນຈຳນວນເງິນສີບລ້ານກີບ ເຊິ່ງໄດ້ນຳໃຊ້ທຶນດັ່ງກ່າວເປີດກິດຈະການ ສ້ອມແປງລົດຈັກຢູ່ເຮືອນຂອງຕົນ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະ ສາມາດຄືນທຶນໃຫ້ກັບທາງໂຄງການໄປແລ້ວງວດທີ 1 ໃນຈຳນວນ 3 ລ້ານກີບ ສ່ວນທີ່ເຫຼືອກໍຍັງສືບຕໍ່ດຳເນີນກິດຈະການ ແລະ ຈະທະຍອຍສົ່ງຕົ້ນທຶນໃຫ້ກັບໂຄງການໃຫ້ຄົບ ຕາມຈຳນວນ.

    ທ່ານ ຕຸ້ຍ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຫຼາ ກ່າວວ່າ: ດ້ວຍຄວາມເປັນຫວງເປັນໄຍຈາກພັກ-ລັດ ກໍຄື ສຊປລ ແລະ ເຈຕະນາລົມຂອງບໍລິສັດ ໃນການຊຸກຍູ້ສົ່ງເສີມຊາວໜຸ່ມລາວ ໃນການສ້າງວຽກເຮັດງານທຳ ພັດທະນາ ຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ ກໍຄືຊາວໜຸ່ມລາວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໄດ້ຄັດເລືອກເອົາຊາວໜຸ່ມກຸ່ມ ເປົ້າໝາຍ ໂດຍສະເພາະຄອບຄົວຂອງທ້າວ ບຸນເພັງ ໄຊຍະສິດ ຈາກທຶນຮອນດັ່ງກ່າວ ໄດ້ຊ່ວຍພັດທະນາຄຸນນະພາບຊີວິດ ຂອງລາວດີຂຶ້ນ ມີລາຍຮັບເພີ່ມ ກາຍເປັນຕົວແບບຂອງຊາວໜຸ່ມ ໃນການສ້າງຢູ່ທຳກິນ ພັດທະນາອາຊີບ ນຳໄປສູ່ການພັດ ທະນາຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ.

ຮູບການລົງຢ້ຽມຢາມ ທ້າວ ບຸນເພັງ ໄຊຍະສິດ ແຂວງອຸດົມໄຊ (ບຸນມີ) 02.03.20

error: Content is protected !!