ທຄຕລ ມີຍອດຊັບສິນ/ໜີ້ສິນ 46.547 ຕື້ກວ່າກີບ

    ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2019 ຂຶ້ນວັນທີ 29 ພຶດສະພາ 2020 ຢູ່ໂຮງແຮມແລນມາກ ໂດຍເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ປະທານສະພາບໍລິຫານ ທຄຕລ ມີຕາງໜ້າຜູ້ຖືຮຸ້ນໃຫຍ່ຈາກກະຊວງການເງິນ ທະນາຄານຄູ່ຮ່ວມຍຸດທະສາດ (COFIBRED) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ເປີດໂອກາດໃຫ້ຜູ້ຖືຮຸ້ນສອບຖາມຂໍ້ສົນໃຈຕ່າງໆ ແລະ ໄດ້ອະທິບາຍຊີ້ແຈງຈາກຄະນະປະທານກອງປະຊຸມໃນແຕ່ລະບັນຫາ ຜູ້ຖືຮຸ້ນ ທຄຕລ ຍັງໄດ້ຮັບຊາບເຖິງການເຄື່ອນໄຫວທີ່ພົ້ນເດັ່ນຂອງ ທຄຕລ ໃນປີ 2019 ແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆ ເປັນຕົ້ນຮັບຮອງເອົາຜົນການດໍາເນີນທຸລະກິດ ແລະ ເງິນປັນຜົນປະຈໍາປີ 2019 ແຜນການປີ 2020 ຜູ້ກວດສອບອິດສະ ຫຼະປະຈໍາປີ 2020 ແລະ ຮັບຮອງການແຕ່ງຕັ້ງສະພາບໍລິຫານ ທຄຕລ ຜົນການດໍາເນີນທຸລະກິດປີ 2019 ອີງຕາມມາດຖານສາກົນດ້ານການລາຍງານການເງິນແບບສະເພາະກິດຈະການ ທີ່ໄດ້ຮັບການກວດສອບ ທຄຕລ ມີຍອດຊັບສິນ/ໜີ້ສິນ 46.547,2 ຕື້ກວ່າກີບ ລື່ນແຜນການປີ 8,9% ເງິນຝາກ 40.004,65 ຕື້ກວ່າກີບ ລື່ນແຜນ 12% ສິນເຊື່ອ 26.987,99 ຕື້ກີບ ລື່ນແຜນການ 4,5% ກໍາໄລຫຼັງອາກອນ 329,48 ຕື້ກວ່າກີບ ເທົ່າກັບ 75,5% ເງິນປັນຜົນໃຫ້ຜູ້ຖືຮຸ້ນ ທຄຕລ ປະຈຳປີ 2019 ຮຸ້ນລະ 813 ກີບ ສ່ວນການຈ່າຍເງິນປັນຜົນຈະໃຫ້ສໍາເລັດພາຍໃນ 10 ວັນລັດຖະການຫຼັງຈາກກອງປະຊຸມຄັ້ງນີ້.

    ສໍາລັບແຜນການປະຈໍາປີ 2020 ໄດ້ຮັບຮອງເອົາບັນດາຕົວເລກຍອດຊັບສິນ ຍອດເງິນຝາກ ຍອດເງິນກູ້ ແລະ ກຳໄລກ່ອນອາກອນຕາມທີ່ ທຄຕລ ໄດ້ສະເໜີ ສະເພາະແຜນກໍາໄລກ່ອນອາກອນໄດ້ວາງແຜນໄວ້ 357 ຕື້ກີບ ຮັບຮອງເອົາບໍລິສັດ PWC ເປັນຜູ້ກວດສອບຖານະການເງິນ ທຄຕລ ປະຈຳປີ 2020 ຮັບຮອງເອົາການຕໍ່ອາຍຸການຂອງສະພາບໍລິຫານ ທຄຕລ ຊຸດປະຈຸບັນໄປອີກ 1 ປີ ຄື: ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ປະທານສະພາບໍລິຫານ ທຄຕລ ທ່ານ ຄຳສຸກ ສູນດາລາ ບຸກຄົນອິດສະຫຼະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ທ່ານ ພຸດທະຂັນ ຂັນ ຕີ ຮອງຫົວໜ້າຄັງເງິນແຫ່ງຊາດ ທ່ານ ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍ ລິຫານທຸລະກິດ ທ່ານ ວຽງສຸກ ຈຸນທະວົງ ຮອງຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ Stephane Mangiavacca ຕາງໜ້າ COFIBRED.

# ຂ່າວ & ພາບ: ຊິລິການດາ

error: Content is protected !!