ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ 2020

ເນື່ອງ​ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ ວັນ​ທີ 01 ມິ­ຖຸ­ນາ ໄດ້​ໝູ­ນວຽນ​ມາ​ບັນ­ຈົບ​ຄົບ­ຮອບ​ອີກ​ວາ­ລະ​ໜຶ່ງ, ຕາງ­ໜ້າ​ໃຫ້­ການ​ນຳ​ພັກ-ລັດ ແລະ ໃນ​ນາມ​ສ່ວນ​ຕົວ ຂ້າ­ພະ­ເຈົ້າ ຂໍ​ຝາກ​ຄວາມ​ຮັກ­ແພງ ແລະ ຄວາມ​ຢ້ຽມ­ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ມາ​ຍັງ​ພວກ​ລູກໆ​ຫຼານໆ ທີ່​ເປັນ​ອາ​ນຸ​ຊົນ ແລະ ເຍົາ­ວະ​ຊົນ ໃນ​ທົ່ວ​ປະ­ເທດ ແລະ ຂໍ​ອວຍ­ພອນ ບັນ­ດາ​ລູກ​ຫຼານ ຈົ່ງ​ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ມີ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ ໃນ​ການ​ສະ­ຫຼອງ​ວັນ​ເດັກ ນ້ອຍ​ສາ­ກົນ ໃນ​ໂອ­ກາດ​ນີ້​ດ້ວຍ.

ການ​ສະ­ເຫຼີມ­ສະ­ຫຼອງ​ວັນ­ເດັກ­ນ້ອຍ​ສາ­ກົນ ໃນ​ທຸກໆ​ປີ ແມ່ນ​ປຽບ​ດັ່ງ​ບຸນ​ໃຫຍ່​ຂອງ​ເດັກ­ນ້ອຍ​ໃນ​ທົ່ວ​ໂລກ ກໍ່​ຄື​ເດັກ­ນ້ອຍ​ລາວ ແຕ່​ການ​ສະ­ເຫຼີມ­ສະ­ຫຼອງ​ປີ​ນີ້ ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ທຸກໆ​ປີ­ຜ່ານ­ມາ ຈະ​ບໍ່​ໄດ້​ມີ​ການ​ສະ­ເຫຼີມ­ສະ­ຫຼອງ​ໃຫຍ່ ແລະ ເຕົ້າ­ໂຮມ​ເດັກ ເປັນ​ຈຳ­ນວນ​ຫຼາຍ ເພື່ອ​ດຳ­ເນີນ​ກິດ­ຈະ­ກຳ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ເນື່ອງ​ຈາກ​ພວກ​ເຮົາ​ທັງ­ຫຼາຍ ຍັງ​ຢູ່​ໃນ​ໄລ­ຍະ​ແຫ່ງ​ການ​ປ້ອງ​ກັນ ຄວບ​ຄຸມ ການ​ແຜ່​ລະ­ບາດ ຂອງ​ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ (COVID-19) ທີ່​ກຳ­ລັງ​ເປັນ​ໄພ​ຄຸກ​ຄາມ ຕໍ່​ຊີ­ວິດ ກໍ​ຄື​ຕໍ່​ສຸ­ຂະ­ພາບ​ຂອງ​ຊາວ​ໂລກ ຢ່າງ​ກວ້າງ­ຂວາງ ລວມ​ທັງ ຕໍ່​ລາວ​ເຮົາ​ອີກ​ດ້ວຍ.

ນັບ​ແຕ່​ຕົ້ນ​ປີ 2020 ມາ​ນີ້ ປະ­ເທດ​ເຮົາ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19 ອັນ​ໄດ້​ສ້າງ​ຜົນ​ກະ­ທົບ​ອັນ​ໃຫຍ່​ຫຼວງ ຕໍ່​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ລວມ​ທັງ ຕໍ່​ສຸ­ຂະ­ພາບ ແລະ ການ​ຮຽນ ຂອງ​ນັກ­ຮຽນ​ລາວ​ເຮົາ ໃນ​ລະ­ບົບ​ຂອງ​ການ​ຮຽນ-ການ​ສອນ ໃນ​ທົ່ວ​ປະ­ເທດ. ຕໍ່​ສະ­ພາບ​ການ​ດັ່ງ­ກ່າວ ລັດ­ຖະ­ບານ ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ, ຄວບ​ຄຸມ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢ່າງ​ເຄັ່ງ​ຄັດ, ທີ່​ແນ­ໃສ່​ປ້ອງ​ກັນ​ສຸ­ຂະ­ພາບ ແລະ ຊີ­ວິດ​ຂອງ​ປະ­ຊາ­ຊົນ ເວົ້າ​ລວມ, ໂດຍ​ສະ­ເພາະ ປົກ​ປ້ອງ​ເດັກ­ນ້ອຍ​ລາວ​ບັນ­ດາ­ເຜົ່າ    ທີ່​ເປັນ​ອະ­ນາ­ຄົດ​ຂອງ​ປະ­ເທດ​ຊາດ. ມາ​ຮອດ​ມື້­ນີ້ ລັດ­ຖະ­ບານ​ເຫັນ​ວ່າ ການ​ຄວບ​ຄຸມ­ພະ​ຍາດ​ລະ­ບາດ COVID-19 ນັ້ນ ກໍ່​ຄ່ອຍໆ​ຜ່ອນ­ຄາຍ​ລົງ​ແດ່​ແລ້ວ, ດັ່ງ­ນັ້ນ ຈຶ່ງ​ມີ​ຄຳ​ແນະ­ນຳ​ຜ່ອນ­ຜັນ​ອອກ​ມາ​ຕື່ມ ຊຶ່ງ​ນັບ​ແຕ່​ວັນ​ທີ 2 ມີ​ຖຸ​ນາ ນີ້ ເປັນ­ຕົ້ນ​ໄປ ພວກ​ລູກ​ຫຼານ​ຈຳ­ນວນ​ຫຼາຍ ຈະ​ໄປ​ເຂົ້າ​ໂຮງ­ຮຽນ​ແລ້ວ.

ອີກ​ດ້ານ​ໜຶ່ງ ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ເດັກ​ສາ­ກົນ ວັນ​ທີ 01 ມິ­ຖຸ­ນາ ໃນ​ປີ​ນີ້ ໄດ້​ຈັດ​ຂື້ນ​ໃນ​ທ່າມ­ກາງ​ບັນ­ຍາ­ກາດ​ທີ່​ທົ່ວ​ພັກ ທົ່ວ​ລັດ ທົ່ວ​ກອງ­ທັບ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ກຳ­ລັງ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ໄລ­ຍະ​ທ້າຍ​ຂອງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ VIII (2016-2020) ຢ່າງ​ຕັ້ງ­ໜ້າ ແລະ ເປັນ​ຂະ​ບວນ​ການ​ຟົດ­ຟື້ນ. ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ການ​ສົ່ງ­ເສີມ ການ​ປົກ​ປ້ອງ​ເດັກ  ການ​ຕ້ານ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ­ນ້ອຍ ໃນ​ຊຸມ​ປີ­ຜ່ານ­ມາ​ນັ້ນ ໄດ້​ມີ​ຜົນ ສຳ­ເລັດ​ຫຼາຍ​ດ້ານ ອັນ​ພົ້ນ​ເດັ່ນ ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ ສປປ ລາວ ໃນ​ໂອ­ກາດ​ວັນ​ຄົບ­ຮອບ 30 ປີ ຂອງ​ສົນ­ທິ­ສັນ­ຍາ ວ່າ​ດ້ວຍ​ສິດ­ທິ​ເດັກ (20 ພະ­ຈິກ 1989-20 ພະ­ຈິກ 2019) ແລະ ໃນ​ເວ­ທີ​ສຳ­ຄັນ​ຕ່າງໆ ເປັນ­ຕົ້ນ ການ​ນຳ­ພາ​ຕົວ​ແທນ​ເດັກ​ລາວ ເຂົ້າ​ຮ່ວມ​ເວ­ທີ​ສະ­ພາ​ສິດ­ທິ​ມະ­ນຸດ ຂອງ​ອົງ­ການ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ທີ່​ເມືອງ ເຈນ​ນິ​ວາ ປະ­ເທດ​ສະ​ວິດ ເວ­ທີ​ຄະ­ນະ​ກຳ­ມະ­ການ​ສິດ­ທິ​ເດັກ ທີ່​ນິວ​ຢອກ ປະ­ເທດ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ເວ­ທີ​ພາກ​ພື້ນ​ອາ­ຊີ-ປາ​ຊີ​ຟິກ ແລະ ເວ­ທີ​ພາກ​ພື້ນ​ອາ​ຊຽນ ເປັນ­ຕົ້ນ. ສຳ­ລັບ​ຢູ່ ສປປ ລາວ ພວກ​ເຮົາ ແມ່ນ​ໄດ້​ຈັດ​ກອງ​ປະ­ຊຸມ​ລະ­ດັບ​ສູງ ໃນ​ໂອ­ກາດ​ວັນ​ຄົບ­ຮອບ 30 ປີ​ຂອງ​ສົນ­ທິ­ສັນ­ຍາ ວ່າ​ດ້ວຍ​ສິດ­ທິ​ເດັກ ແລະ ວັນ​ຖະ­ແຫຼງ­ການ ວ່າ​ດ້ວຍ​ສິດ­ທິ​ເດັກ ຄົບ­ຮອບ 60 ປີ ເພື່ອ​ສະ­ຫຼຸບ​ຕີ​ລາ­ຄາ​ຄືນ ໝາກ­ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສົນ­ທິ­ສັນ­ຍາ​ສິດ­ທິ​ເດັກ ຕະ­ຫຼອດ ໄລ­ຍະ 30 ປີ­ຜ່ານ­ມາ ແລະ ກຳ­ນົດ​ທິດ​ທາງ​ການ​ພັດ­ທະ­ນາ​ເດັກ­ນ້ອຍ​ລາວ ບັນ­ດາ­ເຜົ່າ ລຸ້ນ​ປີ 2030, ພ້ອມ​ດຽວ​ກັນ​ນັ້ນ, ຫຼາຍ​ພາກ­ສ່ວນ​ກໍ່​ໄດ້​ໃຫ້​ຄວາມ​ໝາຍ​ໝັ້ນ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສົນ­ທິ­ສັນ­ຍາ ວ່າ​ດ້ວຍ​ສິດ­ທິ​ເດັກ ໂດຍ​ການ​ນຳ​ໃຊ້​ກາ­ລະ​ໂອ­ກາດ ພັດ­ທະ­ນາ​ທ່າ­ແຮງ ຂອງ​ເດັກ­ນ້ອຍ​ລາວ​ບັນ­ດາ­ເຜົ່າ  ແຕ່​ນີ້​ຮອດ​ປີ 2030 ແລະ ການ​ບັນ­ລຸ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ.

ຕໍ່​ຜົນ­ສຳ­ເລັດ​ຂ້າງ​ເທິງ​ນັ້ນ, ໃນ​ນາມ​ຕາງ­ໜ້າ​ລັດ­ຖະ­ບານ, ຂ້າ­ພະ­ເຈົ້າ ຂໍ​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ ແລະ ສະ­ແດງ​ຄວາມ​ຂອບ­ໃຈ ຄະ­ນະ​ກຳ­ມາ​ທິ​ການ​ເພື່ອ​ຄວາມ​ກ້າວ­ໜ້າ​ຂອງ​ແມ່­ຍິງ ແລະ ແມ່-ເດັກ​ທຸກ​ຂັ້ນ, ອົງ​ການ­ຈັດ­ຕັ້ງ​ຂອງ​ພັກ, ລັດ ແລະ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ, ອົງ​ການ­ຈັດ­ຕັ້ງ​ສາ­ກົນ, ພາກ­ສ່ວນ​ທຸ­ລະ​ກິດ​ເອ­ກະ​ຊົນ ຕະ­ຫຼອດ​ຮອດ​ຮອດ​ພໍ່​ແມ່​ປະ­ຊາ­ຊົນ​ລາວ ລວມ​ທັງ​ເດັກ­ນ້ອຍ​ລາວ ໃນ​ທົ່ວ​ປະ­ເທດ ທີ່​ໄດ້​ສະ­ໜັບ­ສະ­ໜູນ ແລະ ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ  ຕໍ່​ວຽກ​ແມ່ ແລະ ເດັກ ທີ່​ໄດ້​ເຮັດ​ໃຫ້​ວຽກ​ງານ​ດັ່ງ­ກ່າວ ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ ແລະ ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ​ມາ.

ເຖິງ​ແມ່ນ​ວ່າ​ວຽກ​ສິດ­ທິ​ເດັກ ປົກ​ປ້ອງ​ເດັກ ແລະ ການ​ພັດ­ທະ­ນາ​ເດັກ ຈະ​ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ​ກໍ​ຕາມ ແຕ່​ພວກ​ເຮົາ ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ບັນ­ຫາ​ຄວາມ­ທຸກ​ຍາກ​ຂາດ­ເຂີນ​ຂອງ​ເດັກ­ນ້ອຍ​ບັນ­ດາ­ເຜົ່າ​ໃນ​ຫຼາຍ​ດ້ານ, ບັນ­ຫາ​ຂາດ​ໂພ­ຊະ​ນາ​ການ, ພາ­ວະ​ເດັກ​ຂາດ​ສານ​ອາ­ຫານ ອັດ­ຕາ​ການ​ເຂົ້າ​ຮຽນ​ໃນ​ພາກ​ການ​ສຶກ​ສາ­ກ່ອນ​ໄວ​ຮຽນ ແລະ ການ​ສຶກ​ສາ​ພາກ​ບັງ­ຄັບ ການ​ນຳ​ໃຊ້​ສື່່​ສັງ­ຄົມ​ອອນ​ລາຍ​ຂອງ​ເດັກ ບັນ­ຫາ​ຢາ​ເສບ​ຕິດ ບັນ­ຫາ​ການ​ຄ້າ​ມະ­ນຸດ ແລະ ບັນ­ຫາ​ອື່ນໆ ຍັງ​ເປັນ​ໄພ​ຄຸກ​ຄາມ ແລະ ຈຳ­ກັດ​ການ​ພັດ­ທະ­ນາ​ຂອງ​ເດັກ​ຂອງ​ພວກ​ເຮົາ. ນອກ­ຈາກ​ນັ້ນ ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ­ໃຈ​ໃນ​ສັງ­ຄົມ ແລະ ໃນ​ບາງ​ຊົນ­ເຜົ່າ ໂດຍ​ສະ­ເພາະ​ໃນ​ເຂດ​ທຸກ​ຍາກ, ເຂດ​ຫ່າງ​ໄກ​ສອກ­ຫຼີກ ຍັງ​ຍຶດ​ຖື​ທັດ­ສະ­ນະ​ຄະ­ຕິ​ແບບ​ຄອງ​ເດີມ ແລະ ປ່ຽນ­ແປງ​ໄປ​ທາງ​ກ້າວ­ໜ້າ​ຊ້າ, ບັນ­ຫາ​ເຫຼົ່າ​ນີ້​ຈະ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ແກ້​ໄຂ​ໃຫ້​ນັບ​ມື້​ນັບ​ຫຼຸດ​ນ້ອຍ​ຖອຍ​ລົງ.

ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ເດັກ​ສາ­ກົນ 01 ມິ­ຖຸ­ນາ ນີ້ ໃນ​ນາມ​ລັດ­ຖະ­ບານ ຂ້າ­ພະ­ເຈົ້າ ຂໍ​ຮຽກ­ຮ້ອງ​ມາ​ຍັງ ບັນ­ດາ​ອົງ­ການ​ການ­ຈັດ­ຕັ້ງ​ຂອງ​ພັກ-ລັດ ແນວ​ລາວ​ສ້າງ​ຊາດ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ຕະ­ຫຼອດ​ເຖິງ​ປະ­ຊາ­ຊົນ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຈົ່ງ​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ແລະ ເພີ່ມ​ທະ­ວີ​ອອກ­ແຮງ​ປະ­ຕິ­ບັດ​ວຽກ​ງານ​ແມ່ ແລະ ເດັກ ແລະ ແກ້​ໄຂ​ບັນ­ຫາ ສິ່ງ​ທ້າ​ທາຍ ແລະ ຂໍ້­ຄົງ­ຄ້າງ​ໃນ​ປະ­ຈຸ​ບັນ ກໍ່​ຄື​ການ​ດູ​ແລ​ເອົາ­ໃຈ­ໃສ່, ການ​ປົກ​ປ້ອງ ການ​ພັດ­ທະ­ນາ ແລະ ການ​ມີ​ສ່ວນ​ຮ່ວມ​ຮອບ­ດ້ານ ເພື່ອ​ສ້າງ​ເງື່ອນ­ໄຂ ແລະ ໂອ­ກາດ​ໃຫ້​ເດັກ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ມີ​ອະ­ນາ­ຄົດ ທີ່​ສົດ­ໃສ ກ້າວ​ເປັນ​ຜູ້​ໃຫຍ່​ທີ່​ມີ​ຄຸນ​ນະ​ພາບ​ເປັນ​ກຳ­ລັງ​ຊັບ­ພະ­ຍາ­ກອນ​ມະ­ນຸດ ທີ່​ມີ​ຄວາມ​ເຂັ້ມ­ແຂງ​ຂອງ​ຊາດ ເພື່ອ​ສືບ­ຕໍ່​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງ.

ພ້ອມ​ກັນ​ນີ້ ໃນ​ໄລ­ຍະ​ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ແລະ ການ​ເຂົ້າ​ຮຽນ​ຄືນ­ໃໝ່ ໃນ​ວັນ​ທີ 2 ມິ­ຖຸ­ນາ​ນີ້ ຂ້າ­ພະ­ເຈົ້າ  ຂໍ​ຮຽກ­ຮ້ອງ​ມາ ຍັງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ກໍ່​ຄື​ໂຮງ­ຮຽນ ສະ­ຖານ​ບັນ​ການ​ສຶກ​ສາ​ຕ່າງໆ ໃຫ້​ເອົາ­ໃຈ­ໃສ່​ຮັບ­ປະ­ກັນ​ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ ໃນ​ທຸກ​ຊັ້ນ​ຮຽນ ເພື່ອ​ທົດ​ແທນ​ໄລ­ຍະ​ປິດ​ການ​ຮຽນ-ການ​ສອນ ໃນ​ໄລ­ຍະ​ທີ່​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ ແລະ ຈັດ­ການ​ສອບ­ເສັງ ໃຫ້​ທັນ​ຕາມ​ກຳ­ນົດ​ເວ­ລາ​ເປີດ​ສົກ­ຮຽນ​ໃໝ່ ເຂັ້ມ​ງວດ​ປະ­ຕິ­ບັດ​ມາດ​ຕະ­ການ​ສຸ­ຂາ​ອະ­ນາ­ໄມ ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຮອບ­ດ້ານ ໃຫ້​ລູກ​ຫຼານ​ຂອງ​ພວກ​ເຮົາ.

ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຄູ ອາ­ຈານ ນັກ­ຮຽນ ນັກ​ສຶກ​ສາ ກໍ່​ຄື​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ຖື​ເອົາ​ໂອ­ກາດ ແລະ ເຫດ­ການ​ເກີດ​ຂຶ້ນ ຂອງ​ການ​ແຜ່​ລະ­ບາດ ຂອງ COVID-19 ນີ້ ສ້າງ​ໃຫ້​ມີ​ຄວາມ​ຊິນ​ເຄີຍ ຂອງ​ການ​ດຳ­ລົງ​ຊີ­ວິດ ຫຼື ສ້າງ​ວິ­ຖີ​ຊີ­ວິດ​ປົກ­ກະ­ຕິ ແບບ​ໃໝ່ ໃຫ້​ກາຍ­ເປັນ​ຊີ­ວິດ​ປະ­ຈຳ​ວັນ​ຕໍ່ໆ​ໄປ. ເພື່ອ​ເປັນ​ການ​ປ້ອງ​ກັນ​ຕົວ​ເອງ​ໃຫ້​ດີ, ບໍ່​ໃຫ້​ປະ­ໝາດ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຕົນ​ເອງ, ຄອບ­ຄົວ, ສັງ­ຄົມ ແລະ ປະ­ເທດ​ຊາດ, ພ້ອມ​ກັນ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ COVID-19  ຢ່າງ​ເຂັ້ມ​ງວດ ຕໍ່​ໄປ ເພື່ອ​ບໍ່​ໃຫ້​ພະ­ຍາດ​ນີ້ ມາ​ຄຸກ​ຄາມ​ຊີ­ວິດ ຂອງ​ປະ­ຊາ­ຊົນ​ເຮົາ ແລະ ເດັກ­ນ້ອຍ ທີ່​ເຮົາ​ຮັກ ແລະ ຫ່ວງ​ໄຍ.

ໃນ​ໂອ­ກາດ​ວັນ​ເດັກ​ສາ­ກົນ ວັນ​ທີ 01 ມິ­ຖຸ­ນາ ປີ​ນີ້ ຂໍ​ໃຫ້​ເດັກ​ລາວ​ທຸກ​ຄົນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຈົ່ງ​ມີ​ສຸ­ຂະ­ພາບ​ແຂງ­ແຮງ, ເປັນ​ເດັກ​ຄຳ­ຮູ້ ຂອງ​ພໍ່​ແມ່, ເປັນ​ນັກ­ຮຽນ​ດີ ຮຽນ​ເກັ່ງ​ຂອງ​ຄູ, ອາ­ຈານ ແລະ ເປັນ​ລູກ​ຫຼານ​ທີ່​ດີ​ຂອງ​ຊາດ.

error: Content is protected !!