ເລີ່ມສຶກສາຄວາມເປັນໄປໄດ້ ໂຄງການລ້ຽງງົວພັນຊີ້ນ-ພັນນົມ ຮູບແບບກະສິກຳທັນສະໄໝ

ບໍ­ລິ­ສັດ ໂອ​ເຊຍ​ໂນ ຈຳ­ກັດ ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ລັດ­ຖະ­ບານ​ລາວ ກໍ​ຄື​ແຂວງ​ຊຽງ​ຂວາງ ໃຫ້​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ລ້ຽງ​ງົວ​ພັນ​ຊີ້ນ ແລະ ງົວ​ພັນ​ນົມ ຮູບ​ແບບ​ກະ­ສິ­ກຳ​ທັນ​ສະ­ໄໝ ຢູ່​ບ້ານ​ລາດ​ງ່ອນ ແລະ ບ້ານ​ນາ​ຄູນ ເມືອງ​ແປກ ແຂວງ​ຊຽງ​ຂວາງ ໃນ​ເນື້ອ­ທີ່ 150 ເຮັກ­ຕາ ເພື່ອ​ຈຳ­ໜ່າຍ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ­ປະ­ເທດ ໂດຍ​ຈະ​ໃຊ້​ງົບ­ປະ­ມານ​ໃນ​ການ​ລົງ­ທຶນ​ເບື້ອງ​ຕົ້ນ 5 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 44,96 ຕື້​ກີບ ແລະ ຄາດ​ວ່າ​ຈະ​ໃຊ້​ເວ­ລາ​ໃນ​ການ​ສຶກ​ສາ ສຳ​ຫຼວດ 12 ເດືອນ.

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ໃນ​ການ​ສຶກ​ສາ ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 29 ພຶດ­ສະ­ພາ 2020 ຢູ່​ແຂວງ​ຊຽງ​ຂວາງ ລະ­ຫວ່າງ​ທ່ານ ບົວ​ເງິນ ຫຸມ​ໄຊ​ຍະ​ພົມ ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ແຂວງ​ຊຽງ​ຂວາງ ແລະ ທ່ານ ຄອນ​ຄຳ ອິນ​ທະ​ວົງ ປະ­ທານ​ບໍ­ລິ­ສັດ ໂອ​ເຊຍ​ໂນ ຈຳ­ກັດ ມີ​ທ່ານ ບຸນ​ຕົ້ນ ໄຊ​ຍະ​ພອນ ເຈົ້າ­ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ທ່ານ​ເຈົ້າ­ເມືອງ​ແປກ ບັນ­ດາ​ພະ​ແນກການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂອ­ກາດ​ການ​ລົງ​ນາມ​ບົດ​ບັນ­ທຶກ​ຄັ້ງ​ນີ້ ບໍ­ລິ­ສັດ ໂອ​ເຊຍ​ໂນ ຈຳ­ກັດ ຍັງ​ໄດ້​ມອບ​ລົດ​ກະ­ບະ REVO ມູນ​ຄ່າ 450 ລ້ານ​ກີບ ໃຫ້​ອົງ­ການ​ກາ­ແດງ​ແຂວງ​ຊຽງ​ຂວາງ ເພື່ອ​ຊຸກ­ຍູ້​ການ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ອົງ­ການ​ດັ່ງ­ກ່າວ ຕື່ມ​ອີກ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!