ມອບ-ຮັບອຸປະກອນຮັບໃຊ້ໃນວຽກງານໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພທາງຫຼວງ

    ພິທີມອບ-ຮັບອຸປະກອນຮັບໃຊ້ໃນວຽກງານໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພທາງຫຼວງ ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈັດຂຶ້ນວັນທີ 2 ມິຖຸນາ 2020 ທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)  ມອບໂດຍທ່ານ ບຸນຕາ ອ່ອນນາວົງ  ຫົວໜ້າກົມຂົນສົ່ງ ຮັບໂດຍຕາງໜ້າພະແນກ ຍທຂ 9 ແຂວງ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທ່ີນຳມາມອບຄັ້ງນີ້ ມີ 34 ຊຸດ ແຕ່ລະຊຸດປະກອບມີຄອມພີວເຕີໂນດບຸກ 1 ເຄື່ອງ LED 1 ເຄື່ອງ ຜ້າຈໍສາຍສະໄລ 1 ອັນ ແລະ ຕູ້ລຳໂພງ 1 ໜ່ວຍ ເຄື່ອງຈຳນວນດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອລ້າຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລ້ວມອບຕໍ່ໃຫ້ແຂວງຜົ້ງສາລີ 2 ຊຸດ ຫຼວງນໍ້າທາ 2 ຊຸດ ບໍ່ແກ້ວ 3 ຊຸດ ໄຊຍະບູລີ 3 ຊຸດ ຫຼວງພະບາງ 7 ຊຸດ ຫົວພັນ 2 ຊຸດ ຊຽງຂວາງ 2 ຊຸດ ໄຊສົມບູນ 2 ຊຸດ ແລະ ແຂວງວຽງຈັນ 11 ຊຸດ ເພື່ອນຳໃຊ້ເຂົ້າໃນການລົງໂຄສະນາເຜີແຜ່ກົດລະບຽບຈະລາຈອນ ແລະ ປູກຈິດສຳນຶກຄວາມປອດໄພທາງຫຼວງຕາມສຳນັກງານ ອົງການ ໂຮງຮຽນ ແລະ ບ້ານ ແນໃສ່ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້ກົດລະບຽບຈະລາຈອນ ເຕັກນິກການຂັບຂີ່ທີ່ປອດໄພ ຄຸນສົມບັດມາລະຍາດໃນການຂັບຂີ່ ພ້ອມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ປະກອບສ່ວນໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃນການຫຼຸດຜ່ອນການເກີດອຸບັດເຫດລົງເທື່ອລະກ້າວ.

    ໂຄງການໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພທາງຫຼວງ ສ້າງຕັ້ງຂຶ້ນປີ 2017 ໂດຍແມ່ນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນຜູ້ອະນຸມັດໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ປີ 2019 ໄດ້ສຳເລັດການມອບອຸປະກອນໃຫ້ບັນດາພະແນກ ຍທຂ ແຂວງ ແລະ ເມືອງ 65 ຊຸດ ສຳເລັດການເຝິກອົບຮົມກ່ຽວກັບການເຮັດໂຄສະນາຢູ່ 15 ແຂວງ 47 ເມືອງ ປີນີ້ສຳເລັດການມອບອຸປະກອນໃຫ້ແກ່ພະແນກ ຍທຂ ເມືອງຢູ່ພາກກາງ ແລະ ພາກໃຕ້ 29 ຊຸດ.

error: Content is protected !!