ຜ່ານມາ 50 ວັນ ການຕິດເຊື້ອໂຄວິດ-19 ຢູ່ລາວຍັງ +0

    ວັນທີ 1 ມິຖຸນາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ວັນທີ 31 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດທັງໝົດ 252 ຄົນ ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 44 ຄົນ ແຮງງານຈີນທີ່ເຂົ້າມາລາວ 45 ຄົນ ແຮງງານໄທເຂົ້າມາລາວ 129 ຄົນ ກໍລະນີສົງໄສ 34 ຄົນ ເຊິ່ງຜົນກວດບໍ່ພົບເຊື້ອໃໝ່ ນັບຕັ້ງແຕ່ເດືອນມັງກອນຮອດ ວັນທີ 31 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.180 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (50 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່) ການຕິດຕາມຜູ້ຈຳກັດບໍລິເວນຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆທົ່ວປະເທດ ປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 70 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 2.336 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍມິດຕະພາບ 3 ຄົນ ຍິງ 2 ຄົນ ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຈົນກ່ວາບໍ່ພົບເຊື້ອຈຶ່ງພິຈາລະນາໃຫ້ອອກໂຮງໝໍ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!