ໂຮງແຮມນະຄອນສັກ ເປັນໜຶ່ງໃນໂຮງແຮມທີ່ລັດຖະບານຄັດເລືອກເປັນສູນກັກກັນຊົ່ວຄາວ ໃຫ້ແຂກ ກໍຄື ບຸກຄົນ ນັກຮຽນ-ນັກສຶກສາ ນັກທຸລະກິດ ຈາກປະເທດເພື່ອນບ້ານທີ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາ ສປປ ລາວ ເຊິ່ງໂຮງແຮມດັ່ງກ່າວໄດ້ປະຕິບັດຕາມຄຳສັ່ງ ຄຳແນະນຳ ກໍຄື ມາດຕະການການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ຕໍ່ບັນດາແຂກທີ່ເຂົ້າມາໃຊ້ບໍລິການ.…
Category: ຂ່າວໜ້າໜຶ່ງ
“ພັນທະລັງ” ຫວັງຂຶ້ນເປັນມື 1 ດອກປີກໄກ່ລາວ
ທ້າວ ພັນທະລັງ ອຸໄທທານີ ນັກກີລາດອກປີກໄກ່ທີມຊາດລາວ ທັງເປັນ ມື 1 ຂອງສປປ ລາວ ປະເພດຄູ່ປະສົມ ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ໃນໄລຍະການປ້ອງກັນການແຜ່ລະບາດເຊື້ອພະຍາດ ໂຄວິດ-19 ນ້ອງບໍ່ໄດ້ຢຸດພັກໃນການເຝິກຊ້ອມກີລາດອກປີກໄກ່…
IMF ຢືນຢັນ ເສດຖະກິດໂລກເຂົ້າສູ່ພາວະຖົດຖອຍແລ້ວ ຈາກພິດ COVID-19
ທ່ານນາງ ຄຣິສຕາຣິນາ ກໍເກຍວາ ກໍາມະການຜູ້ຈັດການໃຫຍ່ກອງທຶນການເງິນລະຫວ່າງປະເທດ (IMF) ເປີເຜີຍເມື່ອວັນທີ 27 ມີນາຜ່ານມາວ່າ ເສດຖະກິດໂລກໄດ້ເຂົ້າສູ່ພາວະຖົດຖອຍເປັນທີ່ຮຽບຮ້ອຍແລ້ວ ອັນເປັນຜົນຈາກການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (COVID-19) ພ້ອມທັງຮຽກຮ້ອງໃຫ້ທຸກປະເທດໃນທົ່ວໂລກອັດສີດງົບຊຸກຍູ້ເສດຖະກິດຢ່າງມະໂຫລານ ເພື່ອປ້ອງກັນການລົ້ມລະລາຍຂອງພາກທຸລະກິດ ແລະ ການຜິດຊໍາລະໜີ້ໃນປະເທດຕະຫຼາດເກີດໃໝ່. …
ຫາລືເພື່ອສະໜອງແຫຼ່ງທຶນ ຊຸກຍູ້ຜູ້ທີ່ຮັບຜົນກະທົບຈາກພະຍາດໂຄວິດ
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຮ່ວມທະນາຄານທຸລະກິດ ເພື່ອສະໜອງແຫຼ່ງທຶນຊຸກຍູ້ຜູ້ທີ່ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 26 ພຶດສະພາ 2020 ທີ່ ທຫລ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ…
ຫວຽດນາມ ຊ່ວຍເຫຼືອສານຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ
ໃນວັນທີ 22 ພຶດສະພາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຊື່ງກ່າວມອບໂດຍແມ່ນທ່ານ ຮອງສາດສະດາຈານ ປະລິນຍາເອກ ເຈີ່ນຕ່ວນແອງ…
ຂ່າວດີ 45 ວັນບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ມີ 2 ກໍລະນີເດີມ ຫາຍດີອອກໂຮງໝໍ
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນປະຈຳວັນທີວັນທີ 27 ພຶດສະພາ 2020 ຢູ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ…
ETL-STB ຮ່ວມມືດ້ານທຸລະກິດໂທລະຄົມ
ພິທີເຊັນສັນຍາການຮ່ວມມືໃຫ້ບໍລິການ ການຊຳລະຄ່າບໍລິການຕ່າງໆຂອງບໍລິສັດ ອີທີແອລ (ETL) ຈັດຂຶ້ນວັນທີ 27 ພຶດສະພາ 2020 ຢູ່ສຳນັກງານໃຫຍ່ທະນາຄານ ເອສທີ (STB) ລະຫວ່າງທ່ານ ຮວງສູຢຸນ ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ…
ສະເຫຼີມສະຫຼອງວັນສິ່ງແວດລ້ອມ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ
ທ່ານ ແອ໋ງພອນ ແພງສຸວັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 26 ພຶດສະພາ 2020 ວ່າ: ລັດຖະບານ ສປປ ລາວ…
ຄ່າເສຍຫາຍ ກັບ ຄ່າປ່ວຍການ
ຫຼາຍຄົນກໍຄືຊິຮູ້ດີ ບໍ່ວ່າໃຜກໍຕາມຫາກໄດ້ມີການກະທຳ ໄດ້ມີການເຄື່ອນໄຫວບໍ່ວ່າຈະດ້ວຍການໃຊ້ຄຳເວົ້າທີ່ຫຍາບຄາຍ ການປ້ອຍດ່າທີ່ຮຸນແຮງ ການເຕະ ການຕີ ຫລື ທຸບມ້າງວັດຖຸອຸປະກອນ ເຄື່ອງໃຊ້ຂອງສອຍ ລົດລາພາຫະນະ ສິ່ງກໍ່ສ້າງຂອງບຸກຄົນອື່ນໂດຍບໍ່ຖືກຕ້ອງ ການເຮັດໃຫ້ຜູ້ອືນເສຍຊີວິດຈະໂດຍເຈດຕະນາ ຫຼື ດ້ວຍຄວາມບໍ່ລະມັດລະວັງກໍຕາມ ສິ່ງເກີດຂຶ້ນຍ້ອນການກະທຳຂອງບຸກຄົນນີ້ຕໍ່ບຸກຄົນອື່ນນັ້ນ…