ສະຖານເອກອັກຄະລັດຖະທູດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາບາງປະເພດໃຫ້ແກ່ພົນລະເມືອງລາວ

    ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາພໍ່ແມ່ ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ ໂດຍອີງຕາມຈົດໝາຍແຈ້ງຈາກສະຖານເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ສະບັບເລກທີ 20-334/CONS ລົງວັນທີ 6 ເມສາ 2020 ຊາບວ່າ: ເລີ່ມແຕ່ວັນທີ 01 ເມສາ 2020 ເປັນຕົ້ນມາ ສະຖານເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວິຊາ (Visa) ເຂົ້າ ສະຫະລັດອາເມຣິກາ ໃຫ້ແກ່ພົນລະເມືອງລາວທີ່ມີຈຸດປະສົງເດີນທາງໄປ ສະຫະລັດອາເມຣິກາແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ ຢ້ຽມຢາມ ໄປເຂົ້າຮ່ວມຝຶກອົບຮົມ ໄປສຶກສາຮໍ່າຮຽນ ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ ເດີນທາງຜ່ານ ໄປຫາຄູ່ໝັ້ນ ໄປຫາຜົວ ຫຼື ເມຍ ເອົາລູກໄປຢູ່ນຳພໍ່ແມ່ທີ່ອາເມຣິກາ ແລະ ອື່ນໆ (ຍົກເວັ້ນບຸກຄົນທີ່ຈະໄປວຽກທາງການໃນຂອບເຄືອຂ່າຍ ຂອງອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ເຊິ່ງຍັງຈະໄດ້ຮັບການສືບຕໍ່ພິຈາລະນາ).

    ການງົດອອກວີຊາປະເພດທີ່ກ່າວມານັ້ນໃຫ້ແກ່ພົນລະເມືອງລາວຂອງ ສະຖານທູດສະຫະລັດ ອາເມຣິກາ ເປັນການສືບຕໍ່ປະຕິບັດມາດຕະການດ້ານວີຊາຂອງ ລັດຖະບານສະຫະລັດ ອາເມຣິກາ ທີ່ບັງຄັບໃຊ້ຕໍ່ ສປປ ລາວເຮົາ ດ້ວຍເຫດຜົນທີ່ວ່າ ລັດຖະບານ ສປປ ລາວ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານສະຫະລັດ ອາເມຣິກາ ໃນການຮັບເອົາຈຳນວນຄົນທີ່ກະທຳຜິດກົດໝາຍຢູ່ສະຫະລັດ ອາເມຣິກາ ເຊິ່ງອ້າງວ່າເປັນພົນລະເມືອງລາວ ແລະ ຕ້ອງການສົ່ງກັບມາ ສປປ ລາວ.

    ດັ່ງນັ້ນ ຈຶ່ງຂໍແຈ້ງມາຍັງພໍ່ແມ່ ພີ່ນ້ອງແລະ ປະຊາຊົນລາວທຸກທົ່ວໜ້າຮັບຊາບ ແລະ ໂຈະການຍື່ນຄຳຮ້ອງຂໍສຳພາດຢູ່ສະຖານເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມຣິກາ ທີ່ນະຄອນຫຼວງວຽງຈັນ ຈົນກວ່າຈະໄດ້ຮັບແຈ້ງການສະບັບໃໝ່.

    ນະຄອນຫຼວງວຽງຈັນ, ວັນທີ 19 ມິຖຸນາ 2020​ ກົມກົງສຸນ

error: Content is protected !!