ມູນນິທິເຊມາອຸນ ສະໜັບສະໜູນປະຊາຊົນ 3 ບ້ານເມືອງປາກງື່ມຜະລິດກະສິກໍາເພື່ອເພີ່ມລາຍຮັບ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄງການ ປະຈໍາປີ 2019 ໃນ 6 ເດືອນຕົ້ນປີ  ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງມູນນິທິເຊມາອຸນ ປະຈໍາລາວ ຈັດຂຶ້ນວັນທີ 19 ມິຖຸນາ 2020 ທີ່ບ້ານທ່າເດື່ອສິງຫອມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ໂຊ ຈຸນ ຮີຢອງ ຜູ້ບໍລິຫານໂຄງການ ຫ້ອງການມູນນິທິເຊມາອູນ ປະຈໍາລາວ ມີທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານ ກອງມີ ສີສະໜຸດ ຮອງເຈົ້າເມືອງປາກງື່ມ ຕະຫຼອດຮອດຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ສະມາຊິກກຸ່ມກະສິກໍາບ້ານຕົວແບບ.

    ທ່ານ  ຊາຍຄໍາຫຼ້າ ມານລີຍາ ຜູ້ຈັດການໂຄງການມູນນິທິເຊມາອຸນ ປະຈໍາລາວ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານໂຄງການປະຈໍາປີ 2019 ຂອງ 6 ເດືອນຕົ້ນປີ  ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງມູນນິທິດັ່ງກ່າວວ່າ: ໂຄງການໄດ້ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງໂຄງການມູນນິທິເຊມາອູນ ປະຈໍາລາວ ແລະ ພະແນກກະສິກໍາ ແລະ ປ່າໄມ້ ນວ ໃນປີ 2019 ແລະ ໄດ້ຈັດກອງປະຊຸມປຶກສາລະຫວ່າງໂຄງການດັ່ງກ່າວ ກັບຫ້ອງການປະສິກໍາ ແລະ ປ່າໄມ້ເມືອງ ແລະ ບ້ານເປົ້າໝາຍ 3 ບ້ານໃນການສ້າງກິດຈະກໍາສ້າງລາຍຮັບເສີມ ການຈັດຕັ້ງຄະນະບໍລິຫານຈັດການກຸ່ມຜະລິດກະສິກໍາບ້ານຕົວແບບເຊມາອຸນ ແລະ ການສ້າງຕັ້ງກົດລະບຽບກຸ່ມ  ໄດ້ມີການສົ່ງອາສາສະໝັກເກົາຫຼີ 6 ທ່ານ ມາປະຈໍາການຢູ່ 3 ບ້ານ ແລະ ໄດ້ເປີດນໍາໃຊ້ໂຮງອົບເຂົ້າເປືອກ ປັບປຸງສະພາບແວດລ້ອມການດໍາລົງຊີວິດຂອງປະຊາຊົນຢູ່ບ້ານທ່າເດື່ອສິງຫອມ  ບ້ານດອນວັງໂພ ແລະ ບ້ານໜາກຮຽວ ເຊິ່ງແຕ່ລະບ້ານ ມູນນິທິໄດ້ໃຫ້ການສະໜັບສະໜູນວັດຖຸອຸປະກອນ ແລະ ປະຊາຊົນປະກອບສ່ວນເປັນແຮງງານປູທາງຄອນກຣີດເຊື່ອມຫາຫ້ອງການປົກຄອງບ້ານ ແລະ ທາງຊອຍພາຍໃນບ້ານຈໍານວນໜຶ່ງ ພ້ອມນັ້ນ ໄດ້ບູລະນະໂຮງຮຽນປະຖົມ-ລ້ຽງເດັກໃຫ້ມີຄວາມສວຍງາມ ແໜ້ນໜາດີ ນອກນັ້ນ ມູນນິທິຍັງໄດ້ໃຫ້ທຶນສະໜັບສະໜູນສ້າງເຮືອນຮົ່ມສໍາລັບປູກພືດຜັກປອດສານພິດ ເພີ່ມລາຍຮັບໃຫ້ແກ່ສະມາຊິກມູນນິທິເຊມາອຸນ ຢູ່ບ້ານທ່າເດື່ອສິງຫອມ 7 ຫຼັງ ມີຂະໜາດ 6×24 ແມັດ ບ້ານດອນວັງໂພ 6 ຫຼັງ ຂະໜາດ 14×19 ແມັດ ແລະ ບ້ານໝາກຮຽວ ພ້ອມທັງຈັດເຝິກອົບຮົມວິທີປູກເຫັດນາງລົມ ເຫັດຂາວ ພ້ອມສ້າງໂຮງປູກເຫັດ 2 ຫຼັງ ແລະ ວັດຖຸອຸປະກອນໃນການບົ່ມເຊື້ອຕ່າງໆ ແລະ ສະໜັບສະໜູນທຶນຊື້ເຄື່ອງຈັກດໍານາ-ຢອດເຂົ້າໃຫ້ບ້ານທ່າເດືjອສິງຫອມ ບ້ານດອນວັງໂພ ບ້ານລະ 2 ເຄື່ອງ.

    ສໍາລັບຜົນການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ 2020 ໄດ້ມອບແຕະເພາະກ້າ ເພື່ອນໍາໃຊ້ເຂົ້າໃນເຄື່ອງຈັກປູກເຂົ້າ 1.000 ແຕະ ໃຫ້ບ້ານດອນວັງໂພ ແລະ 1.500 ແຕະ ໃຫ້ບ້ານທ່າເດື່ອສິງຫອມ ໄດ້ຮ່ວມມືກັບສູນເຂົ້ານາພອກ ຈັດເຝິກອົບຮົມກ່ຽວກັບເຕັກນິກການປູກເຂົ້າດ້ວຍການນໍາໃຊ້ເຄື່ອງຈັກ ໃຫ້ຜູ້ຊ່ຽວຊານຈາກສູນເຂົ້ານາພອກ ເປັນທີ່ປຶກສາການເຮັດນາທົດລອງ ແລະ ໃຫ້ຄໍາແນະນໍາແກ່ຊາວບ້ານ ໃນການປູກເຂົ້າໂດຍໃຊ້ເຄື່ອງຈັກຢູ່ 3 ບ້ານເປົ້າໝາຍ ພ້ອມນັ້ນ ຍັງໄດ້ໃຫ້ທຶນສະໜັບສະໜູນບຸກເບີກເນື້ອທີ່ 10 ໄລ່ ວັດຖຸອຸປະກອນຕ່າງໆໃນການເຮັດລະບົບນໍ້າຝຸ່ນ ປຸ໋ຍ ແລະ ອື່ນໆ ອົງການ IBS ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນ ສະໜອງຕົ້ນໜໍ່ໄມ້ຝຣັ່ງທີ່ໃຫຍ່ແລ້ວ ເບ້ຍແກ່ນ ເຕັກນິກວິທີການດູແລຮັກສາ ກ້າເບ້ຍໄມ້ ແລະ ຊອກຕະຫຼາດຮອງຮັບຫຼັງຈາກການເກັບກ່ຽວ ແລະ ສະໜັບສະໜູນເຄື່ອງອັດກ້ອນເຫັດຈໍານວນ 1 ເຄື່ອງ ແລະ ເຄື່ອງປະສົມຝຸ່ນ 1 ເຄື່ອງໃຫ້ແກ່ກຸ່ມຜະລິດກະສິກໍາຕົວແບບບ້ານໝາກຮຽວ ເພື່ອໃຫ້ເຂົາເຈົ້າສາມາດເພີ່ມກໍາລັງການຜະລິດໄດ້ຫຼາຍຂຶ້ນ.

    ສໍາລັບທິດທາງ 6 ເດືອນທ້າຍປີ 2020 ສືບຕໍ່ປັບປຸງສະພາບແວດລ້ອມການດໍາລົງຊີວິດຂອງປະຊາຊົນ ສືບຕໍ່ແຜນການເພີ່ມສະມັດຖະພາບໃນການຜະລິດເຂົ້າຂອງຊາວນາ ສືບຕໍ່ໃຫ້ການຊ່ວຍເຫຼືອສວນປູກໝໍ່ໄມ້ຝຣັ່ງ ແລະ ສືບຕໍ່ສ້າງບ້ານເປົ້າໝາຍເພີ່ມ.

    ໃນວັນດຽວກັນ ແຂກທີ່ເຂົ້າຮ່ວມກອງປະຊຸມທັງໝົດໄດ້ເຄື່ອນໄຫວຕົວຈິງເບິ່ງຂະບວນການຜະລິດຂອງສະມາຊິກໂຄງການເປັນຕົ້ນ ໂຮງອົບເຂົ້າ ແລະ ສາງເກັບມ້ຽນເຄື່ອງ ປູກພືດຜັກເຮືອນຮົ່ມ ແລະ ເຮັດນາຢອດດ້ວຍເຄື່ອງຈັກ ບ້ານທ່າເດື່ອສິງຫອມ ໂຄງການປູກເຫັດ ແລະ ປູກໜໍ່ໄມ້ຝຣັ່ງບ້ານຫ້ວຍໝາກຮຽວ.  

# ຂ່າວ & ພາບ:  ຂັນທະວີ  

error: Content is protected !!