ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າໄລຍະການລະບາດຂອງໂຄວິດ

    ໃນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການລັດວິສາຫະກິດໄຟຟ້າລາວ ໄດ້ຖະແຫຼງຂ່າວກ່ຽວກັບການຊີ້ນຳຂອງກອງປະຊຸມລັດຖະ ບານ ຕໍ່ກັບການປັບປຸງໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020-2025  ແລະ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

    ທ່ານ ຈະເລີນ ເຢຍປາວເຮີ ໄດ້ຖະແຫຼງວ່າ: ພາຍຫຼັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ລາຄາດຽວມານີ້ ກໍໄດ້ມີຫາງສຽງສັງຄົມ ທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ ດ້ວຍຄວາມເປັນຫ່ວງເປັນໄຍຂອງສູນກາງພັກ ລັດຖະບານ ແລະ ສະພາແຫ່ງຊາດ ລັດຖະບານຈຶ່ງໄດ້ນຳເອົາບັນຫາດັ່ງກ່າວມາພິຈາລະນາກວດກາຄືນໃໝ່ ໃນກອງປະຊຸມລັດຖະບານຄັ້ງວັນທີ 17 ມິຖຸ ນາ 2020  ກອງປະຊຸມລັດຖະບານ ກໍໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນທີ່ສ້າງສັນ ແລະ ເປັນປະໂຫຍດຂອງສັງຄົມ ພິຈາລະນາ ກວດກາຄືນ ແລະ ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ມີການຄົ້ນຄວ້າ ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ນີ້ຕື່ມໃຫ້ສອດຄ່ອງໃຫ້ປະຕິບັດນະໂຍບາຍ ຫຼຸດອັດຕາລາຄາໄຟຟ້າສຳລັບກຸ່ມ ເປັນຕົ້ນແມ່ນຜູ້ໃຊ້ໄຟແຕ່ 151-461 ກິໂລວັດໂມງຕໍ່ເດືອນ ດ້ວຍລະດັບແຕກຕ່າງກັນ ລາຍລະອຽດແມ່ນໃຫ້ໄຟຟ້າລາວເປັນຜູ້ຄິດໄລ່ຕົວຈິງ ສ່ວນກຸ່ມອື່ນໃຫ້ປະຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫຼຸດຢູ່ແລ້ວ ນະໂຍບາຍດັ່ງກ່າວ

ໃຫ້ປະຕິບັດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (ເດືອນເມສາ ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາລັດວິສາຫະກິດໄຟຟ້າໄລ່ລຽງຄືນ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າປັບປຸງສິ່ງທີ່ບໍ່ສອດຄ່ອງ ແລະ ປະເມີນການປະຕິບັດລາຄາໄຟຟ້າໃໝ່ ຕາມແຈ້ງການສະບັບເລກທີ 394/ຫສນຍ ລົງວັນທີ 19 ມີນາ 2020 ແລ້ວລາຍງານລັດຖະບານພິຈາລະນາໃຫ້ປະຕິບັດນະໂຍບາຍຫຼຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດ-ໝໍ ທີ່ເຮັດວຽກປິ່ນປົວ ແລະ ໃກ້ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຕາມການຄົ້ນຄວ້າ ແລະ

ສະເໜີຂອງກະຊວງສາທາລະນະສຸກ ໂດຍຈິດໃຈຂອງກອງປະຊຸມ ຢາກໃຫ້ຄິດໄລ່ເປັນເງິນສົດ ແລະ ມອບໃຫ້ກະຊວງສາທາລະນະສຸກເປັນຜູ້ມອບໃຫ້ແກ່ແພດ-ໝໍດັ່ງກ່າວ ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນຳລັດວິສາຫະກິດໄຟຟ້າລາວ ລົງກວດກາ ແລະ ຊຸກຍູ້ບັນດາໜ່ວຍງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຍົກສູງຄວາມຮັບຜິດຊອບໃນປະຕິບັດໜ້າທີ່ວຽກງານຢ່າງເຂັ້ມງວດ ບໍລິສຸດສັດຊື່ ໂປ່ງໃສ ພ້ອມນັ້ນ ກໍຕ້ອງເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ທີ່ລະເມີດລະບຽບການ ບໍ່ໂປ່ງໃສ ໃຫ້ທັນເວລາ ຜູ້ຊົມໃຊ້ໄຟຟ້າທຸກຄົນທຸກຄົວເຮືອນ ກໍຕ້ອງຕື່ນຕົວເຄົາລົບລະບຽບ ກົດໝາຍ ປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ເຂົ້າຮ່ວມຕິດຕາມກວດກາ ການເຄື່ອນໄຫວປະຕິບັດ ໜ້າທີ່ຂອງພະນັກງານໄຟຟ້າລາວ ຖ້າຫາກເຫັນວ່າມີປາກົດການບໍ່ໂປ່ງໃສ ລະເມີດລະບຽບ-ກົດໝາຍ ກໍໃຫ້ນຳສະເໜີສ່ອງແສງແບບສ້າງສັນໃຫ້ອົງການກ່ຽວຂ້ອງ ຂັ້ນເທິງພິຈາລະນາແກ້ໄຂຢ່າງທັນການ.

 

error: Content is protected !!