ຮ່ອງແກ ມີອ່າງລ້ຽງປາຫາງນົກຍູງຫຼາຍກວ່າ 300 ອ່າງ

ປັດ­ຈຸ­ບັນ ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ​ແຕ່​ລະ​ບ້ານ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ພ້ອມ​ກັນ​ເອົາ­ໃຈ­ໃສ່​ເພີ່ມ​ທະ­ວີ​ການ​ເຝົ້າ​ລະ­ວັງ​ພະ­ຍາດ​ຕາມ​ລະ­ດູ​ການ ໂດຍ​ສະ­ເພາະ​ພະ­ຍາດ​ໄຂ້­ຍຸງ​ລາຍ ເຊິ່ງ​ບ້ານ​ຮ່ອງ​ແກ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ບ້ານ​ໜຶ່ງ​ທີ່​ໄດ້​ເອົາ­ໃຈ­ໃສ່​ແນະ­ນຳ ເນັ້ນ​ໜັກ​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ຮັກ­ສາ​ຄວາມ​ສະ­ອາດ ປະ­ຕິ­ບັດ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ພ້ອມ​ທັງ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ເຂົາ­ເຈົ້າ​ລ້ຽງ​ປາ​ຫາງ​ນົກ​ຍູງ ເພື່ອ​ກິນ​ໜອນ​ນ້ຳ​ຍຸງ​ລາຍ.

ທ່ານ ສິງ​ສຸ​ພົມ ໂຄດ​ປັນ­ຍາ ນາຍ­ບ້ານ​ຮ່ອງ​ແກ ໃຫ້​ສຳ­ພາດ​ວັນ​ທີ 18 ມິ­ຖຸ­ນາ 2020 ທີ່​ຫ້ອງ­ການ​ປົກ­ຄອງ​ບ້ານ​ຮ່ອງ​ແກ​ວ່າ: ບ້ານ​ຮ່ອງ​ແກ​ມີ 624 ຫຼັງ­ຄາ​ເຮືອນ 428 ຄອບ­ຄົວ ແບ່ງ​ອອກ​ເປັນ 40 ໜ່ວຍ ມີ​ພົນ­ລະ­ເມືອງ​ທັງ​ໝົດ 2.340 ຄົນ ຍິງ 1.241 ຄົນ ເຊິ່ງ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ໄດ້​ຊົມ­ໃຊ້​ນ້ຳ​ປະ­ປາ ດື່ມ­ນ້ຳ​ສະ­ອາດ ແລະ ມີ​ວິດ­ຖ່າຍ​ຖາ­ວອນ ພ້ອມ​ນັ້ນ ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ອາ­ສາ​ສະ​ໜັກ​ບ້ານ (ອສບ) 17 ທ່ານ ຍິງ 12 ທ່ານ ໄດ້​ເພີ່ມ​ທະ­ວີ​ການ​ເຝົ້າ​ລະ­ວັງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ເປັນ​ປົກ­ກະ­ຕິ ນັບ​ແຕ່​ປີ 2019 ເປັນ­ຕົ້ນ​ມາ​ຮອດ​ປັດ­ຈຸ­ບັນ ບ້ານ​ຮ່ອງ​ແກ ຍັງ​ບໍ່​ທັນ​ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ ແຕ່​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ອສບ ບໍ່​ໄດ້​ຫຼຸດ​ລະ​ໃນ​ການ​ເອົາ­ໃຈ­ໃສ່​ໃນ​ການ​ເຝົ້າ​ລະ­ວັງ​ພະ­ຍາດ​ດັ່ງ­ກ່າວ ໂດຍ​ໄດ້​ມີ​ການ​ແບ່ງ​ທີມ​ລົງ​ໄປ​ສຳ​ຫຼວດ ພ້ອມ​ທັງ​ແນະ­ນຳ​ໃຫ້​ແຕ່​ລະ​ຄົວ​ເຮືອນ ເອົາ­ໃຈ­ໃສ່​ຮັກ­ສາ​ຄວາມ​ສະ­ອາດ ເປັນ­ຕົ້ນ ປັດ­ກວາດ ຕັດ​ຫຍ້າ​ທີ່​ຮົກ­ເຮື້ອ ຂວ້ຳ​ກະ­ໂປະ​ກະ​ປ໋ອງ​ບໍ່​ໃຫ້​ນ້ຳ​ອັ່ງ​ຂັງ ກວດ­ກາ​ພາ­ຊະ­ນະ​ຖາດ​ຮອງ​ຕີນ​ຕູ້​ພາຍ​ໃນ​ເຮືອນ​ໃຫ້​ສະ​ໝ່ຳ​ສະ­ເໜີ ໜັ່ນ​ປ່ຽນ​ນ້ຳ​ຕະ­ຫຼອດ​ເວ­ລາ ແລະ ອະ­ນາ­ໄມ​ບໍ­ລິ­ເວນ​ຮົ້ວ​ດ້ານ​ໃນ ແລະ ດ້ານ​ນອກ​ຂອງ​ເດີ່ນ​ເຮືອນ​ໃຫ້​ມີ​ຄວາມ​ສະ­ອາດ ໄປ​ຄຽງ​ຄູ່​ກັນ​ນັ້ນ ໄດ້​ແນະ­ນຳ​ໃຫ້​ແຕ່​ລະ​ຄົວ​ເຮືອນ​ລ້ຽງ​ປາ​ຫາງ​ນົກ​ຍູງ​ໃສ່​ອ່າງ ເຊິ່ງ​ທົ່ວ​ບ້ານ​ມີ​ອ່າງ​ປາ​ຫາງ​ນົກ​ຍູງ​ທັງ​ໝົດ 368 ອ່າງ ໃນ​ນີ້ ຢູ່​ຫ້ອງ­ການ​ປົກ­ຄອງ​ບ້ານ​ມີ 5 ອ່າງ ໂດຍ​ໄດ້​ເປັນ​ທະ­ນາ­ຄານ​ປາ​ຫາງ​ນົກ​ຍູງ ໃຫ້​ກັບ​ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ໄດ້​ເອົາ​ໄປ​ລ້ຽງ ນອກ​ນັ້ນ ຍັງ​ມີ​ຄອບ­ຄົວ​ແບບ­ຢ່າງ​ສາ­ທາ­ລະ­ນະ​ສຸກ​ຂັ້ນ​ຕົ້ນ 416 ຄອບ­ຄົວ.

error: Content is protected !!