ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຜູ້ເກົ່າ ແລະ ທ່ານ ນາງ ບົວວອນ ສຸກລາແສງ ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາຫົວໜ້າພະແນກການ ແລະ ອົງການທຽບເທົ່າ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງ.

ໃນພິທີ ທ່ານ ນາງ ດຳດວນ ຈັນທະວົງ ຮອງຫົວໜ້າຈັດຕັ້ງນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ວ່າ: ອີງຕາມຂໍ້ຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກ ນະຄອນຫຼວງວຽງຈັນ ຄັ້ງທີ 87 ສະໄໝທີ VI ແລະ ອີງຕາມໜັງສືຂອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ 462/ຄຈນວ ເຈົ້າຄອງນະຄອນຫຼວງວຽງຈັນ ແຕ່ງຕັ້ງທ່ານນາງ ບົວວອນ ສຸກລາແສງ ຮອງຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ເປັນວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ເນື່ອງຈາກວ່າທ່ານ ພູວົງ ວົງຄຳຊາວ ຖືກແຕ່ງຕັ້ງເປັນຫົວໜ້າໂຄສະນາອົບຮົມນະຄອນຫຼວງວຽງຈັນ.

ໂອກາດນີ້ ທ່ານຮອງເຈົ້າຄອງ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານກ່າວວ່າ: ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນມີຄວາມສຳຄັນ ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານການນຳຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ອົງການປົກຄອງ ໄດ້ສ້າງພະນັກງານໄປຕາມແຜນກຳນົດຂອງການສ້າງແຜນພະນັກງານນຳພາ ພ້ອມນັ້ນ ໄດ້ເນັ້ນໜັກໃຫ້ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນໃຫ້ດີຂຶ້ນກວ່າເກົ່າ ສະເພາະການເປັນເສນາທິການ ອຳນວຍຄວາມສະດວກ ສະໜອງຂໍ້ມູນຕ່າງໆໃຫ້ແກ່ການລົງເຄື່ອນໄຫວວຽກງານຂອງການນຳນະຄອນຫຼວງວຽງຈັນ ເພື່ອໃຫ້ເຮັດໃຫ້ການປະຕິບັດໜ້າທີ່ສຳເລັດຕາມເປົ້າໝາຍ.

# ຂ່າວ & ພາບ: ຂັນທະວີ