ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ

    ວັນທີ 18 ມິຖຸນາ 2020 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນ ໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ  ສປ ຈີນ ມີບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດຈາກ 26 ປະເທດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ພ້ອມດຽວກັນນີ້ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກໍຄືບົດຮຽນທີ່ດີໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ ແລກປ່ຽນຄໍາຄິດເຫັນກ່ຽວກັບມາດຕະການໃນການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດການຄ້າ-ການລົງທຶນ ການເຊື່ອມຈອ ແລະ ການໄປມາຫາສູ່ກັນ ລວມທັງການສະໜັບສະໜູນບັນດາໂຄງການທີ່ີຢູ່ພາຍໃຕ້ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ເພື່ອຮັບປະກັນເຮັດໃຫ້ເສດຖະກິດກັບຄືນສູ່ສະພາບປົກກະຕິໂດຍໄວ.

    ທ່ານ ສະເຫຼີມໄຊ ກົມມະສິດ  ໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຊາບ ກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດຢູ່ລາວ ແລະ ໄດ້ປະກາດຜົນສຳເລັດເບື້ອງຕົ້ນ ໃນການແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວຂອງປະເທດລາວ ໂດຍຜົນສຳເລັດນີ້ ຍ້ອນລັດຖະບານລາວໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ ເຖິງແມ່ນວ່າລາວຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ ແຕ່ປະເທດລາວຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດຂອງພະຍາດໂຄວິດຢ່າງໃກ້ຊິດ ພ້ອມນີ້ ທ່ານຍັງໄດ້ສະເໜີຕໍ່ກອງປະຊຸມ ໃຫ້ສືບຕໍ່ຮ່ວມມືກັນໃນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການມາດຕະການ  ແລະ  ບົດຮຽນທີ່ດີ  ໃນການແກ້ໄຂພະຍາດໂຄວິດ  ໃຫ້ການຊ່ວຍ ເຫຼືອດ້ານ-ວິຊາການ ລວມທັງການຮ່ວມກັນຄົ້ນຄ້ວາ ແລະ ພັດທະນາຢາປິ່ນປົວ ກໍຄືຢາປ້ອງກັນພະຍາດ ແລະ ການຮ່ວມກັນຜະລິດຢາຕ້ານພະຍາດດັ່ງກ່າວ ແລະ ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ ການລົງທຶນ ການເຊື່ອມຈອດ ແລະ ການໄປມາຫາສູ່ກັນ ພາຍຫຼັງສີ້ນສຸດການລະບາດໂຄວິດ-19.

    ທ່ານລັດຖະມົນຕີຕ່າງປະເທດຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ ບັນດາປະເທດເພື່ອນມິດ ອົງການຈັດຕັ້ງສາກົນຫົວໜ່ວຍທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ລາວ ໃນການປ້ອງກັນ ຮັບມື ແລະ ແກ້ໄຂພະຍາດໂຄວິດຈົນໄດ້ຮັບຜົນສຳເລັດເປັນກ້າວໆ.

    ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມທາງໄກລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ການຮ່ວມມືກັນໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ ເພື່ອໃຫ້ປະເທດສະມາຊິກນໍາໄປຈັດຕັ້ງຜັນຂະຫຍາຍຕໍ່ໄປ.

# ຂ່າວ & ພາບ:  ລັດເວລາ  

error: Content is protected !!