ມອບ-ຮັບ​ໜ້າ​ທີ່ປະທານສະພາບໍລິຫານ ທຫລ

​    ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດ​ພິທີ​ມອບ-ຮັບ​ໜ້າ​ທີ່ປະທານສະພາບໍລິຫານ ທຫລ ຂຶ້ນ​ວັນທີ 18 ມິຖຸນາ 2020 ​ຢູ່ ທຫລ ​ລະຫວ່າງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານສະພາບໍລິຫານ ທຫລ (ຜູ້​ເກົ່າ) ​ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ​ ປະທານສະພາບໍລິຫານ ທຫລ (ຜູ້​ໃໝ່) ໂດຍມີກໍາມະການສະພາບໍລິຫານ ທຫລ ຄະນະຜູ້ວ່າການ ທຫລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ​ຮ່ວມ​. 

     ປະທານສະພາບໍລິຫານ ທຫລ ຜູ້​ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ ປະກອບດ້ວຍບັນດາຄະນະນໍາທີ່ມາຈາກຂະແໜງການກ່ຽວຂ້ອງກັບການເຄື່ອນໄຫວຂອງທະນາຄານ ແລະ ກໍາມະການຊຸດນີ້ຍັງມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ດຳລັດ​ຂອງນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງ​ບໍ​ລິ​ຫານ​ສູງສຸດໃນ​ການ​ຕົກ​ລົງ​ ແລະ ​ຮັບ​ຮອງ​ເອົາ​ບັນ​ຫາ​​ສຳ​ຄັນ​ຕ່າງໆທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງ​ຊາດ ເພື່ອ​ສະ​ເໜີ​ລັດ​ຖະ​ບານ​ພິ​ຈາ​ລະ​ນາ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ປະ​ຈຳ​ປີ ແລະ​ ທິດ​ທາງ​​ປີ​ຕໍ່​ໜ້າ ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງປີຕໍ່ໜ້າ ເພື່ອສະເໜີນາຍົກລັດຖະມົນຕີພິຈາລະນາ ອະ​ນຸ​ມັດ ພ້ອມ​ນີ້ ຍັງ​ມີ​ໜ້າ​ທີ່​ຮັບ​ຮອງ​ເອົາ​ນະ​ໂຍ​ບາຍ ​ແລະ ​ລະ​ບຽບ​ການ​​ສຳ​ຄັນພາຍ​ໃນ​ຂອງ ທ​ຫລ ຕື່ມອີກ.  

    ສະພາບໍລິຫານ ທຫລ ຊຸດປັດຈຸບັນ ໄດ້ເຄື່ອນໄຫວຕາມກົດ​ໝາຍ​ວ່າ​ດ້ວຍ​ ທຫລ ​ແລະ ດໍາລັດ​ແຕ່ງ​ຕັ້ງສະ​ພາ​ບໍ​ລິ​ຫານ​ ທ​ຫລ ເຊິ່ງປະກອບມີ 9 ທ່ານ ແລະ ພາຍຫຼັງໄດ້ຮັບການແຕ່ງຕັ້ງ​ແຕ່​ເດືອນຕຸ​ລາ 2016 ສະພາບໍລິຫານ ທຫລ ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້​ຊິດ ແລະ ​ເປັນ​ປະ​ທານຂອງ​ທ່ານ ​ສົມ​ດີ ດວງ​ດີ ​ໄດ້ເອົາໃຈໃສ່ປະຕິບັດ​ສິດ ​ແລະ ​ໜ້າ​ທີ່​ຂອງ​ຕົນຕາມກົດໝາຍກໍານົດໄດ້​ເປັນ​ຢ່າງ​ດີ ໂດຍໄດ້ມີການຈັດກອງປະຊຸມເພື່ອ​ຄົ້ນ​ຄວ້າ ປຶກສາຫາລື ຮັບ​ຮອງ ​ແລະ ​ຕົກ​ລົງບັນ​ຫາ​ທີ່​ສຳ​ຄັນ​ຕ່າງໆ ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ​ມະ​ຫາ​ພາກ​ເງິນ​ຕາ ພ້ອມທັງຮັບຮອງນະໂຍບາຍ ແລະ ​​ລະ​ບຽບ​ການ​ພາຍ​ໃນ​ຂອງ ທ​ຫລ ​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ເຄື່ອນ​ໄຫວ​ວຽກ​ງານມີ​ປະ​ສິ​ດ​ທິ​ຜົນ ແລະ ​ມີ​ຜົນ​ສຳ​ເລັດຢ່າງບໍ່ຢຸດຢັ້ງ.

    ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ຊີ້ນໍາວຽກງານທະນາຄານຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ຕາມມະຕິຂອງສະພາແຫ່ງຊາດ ແລະ ຕາມມະຕິກອງປະຊຸມສະພາບໍລິຫານ ທຫລ ຢ່າງເຂັ້ມງວດ ໂດຍລວມ ທຫລ ຍັງສືບຕໍ່ຮັກສາ​ສະຖຽນລະ​ພາບ​ເງິນຕາ​ແຫ່ງ​ຊາດ​ໄດ້ຢ່າງໝັ້ນທ່ຽງ ອັດຕາ​ເງິນ​ເຟີ້ຕ່ຳ ອັດຕາ​ແລກປ່ຽນມີ​ຄວາມ​ສະຫງົບໂດຍພື້ນຖານ ຈຳນວນທະນາຄານ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ມີການຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບ ຮັກສາໄດ້ສະຖຽນລະພາບທາງການເງິນ ແລະ ຄຸ້ມ​ຄອງ​ການ​ເຄື່ອນໄຫວຕາມລະບຽບກົດໝາຍ ການບໍລິຫານ ແລະ ການບໍລິການຂອງລະບົບ ທະນາຄານໄດ້ຫັນໄປສູ່ຄວາມທັນສະໄໝ ແລະ ມີຫຼາຍຜະລິດຕະພັນຮັບໃຊ້ສັງຄົມ ການເຄື່ອນໄຫວຂອງຕະຫຼາດຫຼັກຊັບມີຜົນສຳເລັດເປັນຢ່າງດີ ແລະ ການຮ່ວມມືກັບສາກົນກໍໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ. 

# ຂ່າວ & ພາບ:  ສະບາໄພ  

error: Content is protected !!