ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2020 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້…
Category: ຂ່າວໜ້າໜຶ່ງ
ເຢຍລະມັນ ສືບຕໍ່ສະໜັບສະໜູນວຽກງານປ່າໄມ້ ແລະ ການປ້ອງກັນດິນຟ້າອາກາດໃນ ລາວ
ລັດຖະບານລາວ ແລະ ເຢຍລະມັນ ໄດ້ຕົກລົງເຫັນດີ ຈັດຕັ້ງປະຕິບັດໂຄງການ “ປ້ອງກັນດິນຟ້າອາກາດ ໂດຍຫຼີກລ່ຽງການທຳລາຍປ່າໄມ້ໄລຍະໃໝ່ ແລະ ແຜນງານ ການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້ ການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່” (I-GFLL) ໃນລາວ…
ນວ ເຊື່ອມຊຶມເອກະສານກົມການເມືອງສູນກາງພັກ
ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 22 ສະໄໝທີ VI ຈັດຂຶ້ນວັນທີ 17-19 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ…
ຊຽງຂວາງ ຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ
ທຸກປີ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແລະ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນ ຫຼວງຫຼາຍ ປີ 20219 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 39.000 ກໍລະນີ ແລະ ເສຍຊີ ວິດ 76 ຄົນ ສຳລັບປີ 2020 ເປັນອີກປີໜຶ່ງທີ່ເກີດການລະບາດພະຍາດນີ້ເຊັ່ນດຽວກັນ ໂດຍອີງຕາມການລາຍງານຂອງກະຊວງສາທາລະນະສຸກ ກ່ຽວກັບການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາວັນທີ 14 ມິຖຸນາ 2020 ມີຜູ້ຕິດເຊື້ອເພີ່ມ 8 ກໍລະນີ…
ບົວລະພາຈະແຈກຢາຍເບ້ຍໄມ້ວິກ 2 ແສນເບ້ຍ ໃຫ້ປະຊາຊົນໄປປູກພ້ອມເກັບຊື້ຄືນເມື່ອຮອດກໍານົດ
ລັດຖະບານ ໄດ້ອະນຸມັດໃຫ້ບໍລິສັດບົວລະພາ ກະສິກໍາ-ປ່າໄມ້ ປູກເບ້ຍໄມ້ວິກຢູ່ປ່າຜະລິດ ກວມເອົາເມືອງຫີນເຫີບ ເມືອງເຟືອງ ແລະ ສານະຄາມ ແຂວງວຽງຈັນ ເນື້ອທີ່ 2.000 ເຮັກຕາ ໃນເດືອນເມສາ ປີ 2019…
ແຂວງຫຼວງນໍ້າທາ ສືບຕໍ່ປະຕິບັດມາດຕະການຕ້ານ COVID-19 ບໍ່ໃຫ້ຄືນມາລະບາດຮອບສອງ
ແຂວງຫຼວງນໍ້າທາ ສືບຕໍ່ການປະຕິບັດມາດຕະການ ແລະ ວິທີປ້ອງກັນການລະບາດຂອງ COVID-19 ພ້ອມສືບຕໍ່ເປັນເຈົ້າການປະຕິບັດແຈ້ງການ ມະຕິຄໍາສັ່ງຂອງຂັ້ນເທິງ ເພື່ອປ້ອງຫັນບໍ່ໃຫ້ມີການລະບາດຄືນເປັນຮອບທີສອງ. ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນໍ້າທາ ໃຫ້ສໍາພາດຕໍ່ສື່ມວນຊົນທີ່ໄດ້ເດີນທາງລົງໄປເກັບກໍາຂໍ້ມູນຢູ່ແຂວງຫຼວງນໍ້າທາເພື່ອຂຽນຂ່າວວ່າ: ແຂວງຫຼວງນໍ້າທາພວກເຮົາໄດ້ເອົາໃຈໃສ່ສືບຕໍ່…
ຄະນະໂຄສະນາອົບຮົມນະຄອນຫຼວງ ປັບປຸງການຈັດຕັ້ງໃໝ່
ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າທ່ານ ເຂັມເພັດ ແພງດວງຈັນ ແລະ ຜູ້ໃໝ່ ທ່ານ ພູວົງ ວົງຄຳຊາວ ຈັດຂຶ້ນວັນທີ 16 ມິຖຸນາ 2020 ຢູ່ຫ້ອງວ່າການປົກຄອງ…
ແມ່ຍິງນະຄອນຫຼວງ ທາບທາມບຸກຄະລາກອນເປົ້າໝາຍ
ກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍ ລົງສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຊຸດທີ VIII ຮອບທີ 1 ຈັດຂຶ້ນວັນທີ 16 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານນາງ ບົວລອນ…
ເລັ່ງແກ້ໄຂບັນຫາຮ່ອງລະບາຍນໍ້າ ໂຄງການທາງດ່ວນ ນວ ໝາຍເລກ 1
ວັນທີ 15 ມິຖຸນາ 2020 ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ໄດ້ລົງຕິດຕາມກວດກາການປະຕິບັດໂຄງການທາງດ່ວນ ນວ…