ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງປາກງື່ມ ໄຂຂຶ້ນຢ່າງເປັນທາງການ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 21-22 ກໍ­ລະ­ກົດ 2020 ທີ່​ສຳ­ນັກ­ງານ​ປົກ­ຄອງ​ເມືອງ​ດັ່ງ­ກ່າວ ເປັນ​ປະ­ທານ​ຂອງ​ສະ­ຫາຍ ຄຳ​ມູນ ຕຽງ​ທະ​ລາດ ກຳ­ມະ­ການ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ປາກ​ງື່ມ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະ­ຫາຍ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເລ­ຂາ​ຄະ­ນະ​ພັກ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ບັນ­ດາ​ສະ­ຫາຍ​ຄະ­ນະ​ການ​ນຳ ອະ­ດີດ​ການ​ນຳ​ຂອງ​ເມືອງ ພະ­ນັກ­ງານ​ອະ​ວຸ​ໂສ​ນັກ­ຮົບ​ແຂ່ງ­ຂັນ ວິ­ລະ​ຊົນ​ແຫ່ງ​ຊາດ ສະ­ມາ­ຊິກ​ພັກ​ສົມ­ບູນ ສຳ­ຮອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ສະ­ຫາຍ ຄຳ​ມູນ ຕຽງ​ທະ​ລາດ​ກ່າວ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ­ຄັນ​ຫຼາຍ ຍ້ອນ​ວ່າ​ຈະ​ໄດ້​ພ້ອມ​ກັນ​ຕີ​ລາ­ຄາ​ທົບ​ທວນ­ຄືນ​ຢ່າງ​ເລິກ­ເຊິ່ງ ຕໍ່​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ IV ຜ່ານ​ມາ ຕີ​ລາ­ຄາ​ຜົນ​ໄດ້​ຮັບ ຂໍ້​ຂາດ​ຕົກ​ບົກ​ຜ່ອງ ແລະ ຖອດ​ຖອນ​ບົດ­ຮຽນ​ຈາກ​ພຶດ­ຕິ​ກຳ​ຕົວ​ຈິງ ບົນ​ພື້ນ­ຖານ​ດັ່ງ­ກ່າວ ກໍ​ຈະ​ໄດ້​ວາງ​ທິດ​ທາງ​ໜ້າ­ທີ່​ວຽກ​ງານ​ໃນ​ແຕ່​ລະ​ດ້ານ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ V (2020-2024) ແນ­ໃສ່​ປະ­ຕິ­ບັດ​ຕາມ​ທິດ​ນຳ ສ້າງ​ແຂວງ​ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວ­ໜ່ວຍ​ເຂັ້ມ­ແຂງ​ຮອບ­ດ້ານ ສ້າງ​ບ້ານ​ເປັນ​ຫົວ­ໜ່ວຍ​ພັດ­ທະ­ນາ ພ້ອມ​ນັ້ນ ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ປາກ​ງື່ມ ສະ­ໄໝ​ທີ V ແນ­ໃສ່​ນຳ­ພາ​ທົ່ວ​ເມືອງ​ປາກ​ງື່ມ ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ນີ້ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ແລະ ຈະ​ໄດ້​ປ່ອນ​ບັດ​ເອົາ​ຜູ້​ແທນ​ໄປ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ນອກ​ນີ້ ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ສະ­ຫາຍ ສີ​ຫຸນ ສິດ­ທິ​ລື​ໄຊ ເຊິ່ງ​ຈະ​ເປັນ​ເຂັມ­ທິດ ເປັນ​ແສງ​ສະ­ຫວ່າງ​ເຍືອງ​ທາງ ໃຫ້​ແກ່​ການ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ນີ້ ໃຫ້​ບັນ­ລຸ​ຢ່າງ​ມີ​ໄຊ.

error: Content is protected !!