ຂໍເຊີນຊວນທຸກພາກສ່ວນຮ່ວມເປັນເຈົ້າສັດທາງານບຸນສະເຫຼີມສະຫຼອງຜົນສໍາເລັດຫຼໍ່ພະເຈົ້າໄຊເຊດຖາ

     ທ່ານ ອຸນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ເປັນຜູ້ຮັບຜິດຊອບໂຄງການກໍ່ສ້າງອະນຸສາວະລີພະເຈົ້າໄຊເຊດຖາທິລາດ ຢູ່ແຂວງອັດຕະປື  ໃຫ້ສໍາພາດວັນທີ 17 ກໍລະກົດ 2020 ວ່າ: ໂຄງການກໍ່ສ້າງຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາທິລາດ ເປັນໂຄງການລະດັບຊາດທີ່ໄດ້ເລີ່ມຈັດຕັ້ງຄົ້ນຄວ້າດ້ານເນື້ອໃນ ຮູບແບບ ແລະ ການຄິດໄລ່ອອກແບບຕ່າງໆມາແຕ່ປີ 2014 ມາຮອດປັດຈຸບັນ ການກໍ່ສ້າງພື້ນທີ່ສວນອະນຸສາວະລີຢູ່ແຂວງອັດຕະປືນັ້ນແມ່ນໄດ້ສໍາເລັດຂັ້ນພື້ນຖານ ໂດຍສະເພາະໄດ້ສ້າງແທ່ນຕັ້ງອະນຸສາວະລີພະເຈົ້າໄຊເຊດຖາທິລາດທີ່ເຮັດດ້ວຍການເທທອງຫຼໍ່ ຮູບປັ້ນຫຼໍ່ແມ່ນຊົງປະທັບຊ້າງປະທານພອນ ນັ່ງກ່ຽງຊ້າງ ຫຼື ນັ່ງເທິງແຍ່ງ ເທິງຫຼັງຊ້າງ ທີ່ມີນໍ້າໜັກທອງເຫຼືອງທັງໝົດ 18 ໂຕນ ສາມາດເວົ້າໄດ້ວ່າສຳເລັດ 100% ແລະ ກໍາລັງກະກຽມເຄື່ອນຍ້າຍຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາໄປສູ່ແຂວງອັດຕະປື.

     ຈຸດປະສົງການສ້າງຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາ ເພື່ອເປັນການຈາລຶກຄຸນງາມຄວາມດີ ວິລະກໍາຂອງພະເຈົ້າໄຊເຊດຖາທິລາດ ທີ່ໄດ້ນໍາພາຕໍ່ສູ້ປົກປັກຮັກສາອານາຈັກລ້ານຊ້າງໃນເວລາທີ່ສະພາບແວດລ້ອມມີຄວາມຫຍຸ້ງຍາກ ເຊິ່ງທ່ານເປັນຜູ້ໜຶ່ງທີ່ມີຄວາມປີຊາສາມາດ ກໍ່ສ້າງກໍາລັງທັບ ສິລະປະຍຸດທະວິທີກໍ່ສ້າງກໍາລັງ ສະແດງອອກໃນການປົກປ້ອງນະຄອນຫຼວງວຽງຈັນ ຈາກການຮຸກຮານຂອງສັກດິນາໃນເວລານັ້ນ ພ້ອມນັ້ນພົ້ນເດັ່ນອີກອັນໜຶ່ງເຫັນວ່າທ່ານໄດ້ເຮັດວຽກງານການເມືອງ ແລະ ການປົກຄອງທີ່ມີຄວາມເຂັ້ມແຂງ ສາມາດພົວພັນຮ່ວມມືກັບຕ່າງປະເທດຢ່າງກວ້າງຂວາງ ເພື່ອຮັດແໜ້ນຄວາມສາມັກຄີ ນອກນັ້ນເພື່ອເປັນບ່ອນສຶກສາຄົ້ນຄວ້າ ຮໍ່າຮຽນເອົາມູນເຊື້ອພິລາດອາດຫານໃຫ້ແກ່ລູກແກ່ຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ສືບທອດຕໍ່ໄປ.

    ພຣະຍອດຄໍາພັດທະຣະເກສີ ດໍາຣົງ ພິມມະຈັກ ຄະນະບໍລິຫານງານປະຈໍາການ ຫົວໜ້າຫ້ອງການບໍລິຫານງານ ຫົວໜ້າກໍາມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ໃຫ້ຮູ້ຕື່ມວ່າ: ກ່ອນຈະເຄື່ອນຍ້າຍຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາໄປປະດິດສະຖານຢູ່ເທິງແທ່ນອະນຸສາວະລີພະເຈົ້າໄຊເຊດຖາຢູ່ແຂວງອັດຕະປືນັ້ນ ແມ່ນຈະໄດ້ຈັດງານບຸນສະເຫຼີມສະຫຼອງຄົບງັນຢູ່ທີ່ໜ້າຫໍາມະສະພາ (ວັດທາດຫຼວງເໜືອ ນະຄອນຫຼວງວຽງຈັນ) ວັນທີ 21-25 ກໍລະກົດ ເລີ່ມແຕ່ເວລາ 8:00 ໂມງເປັນຕົ້ນໄປ ຮັບໂມທະນາທານ ເວລາ 17:00 ໂມງ ສູດປະລິມຸງຄຸນ ຟັງທໍາມະເທສະໜາ ເວລາ 19:00 ໂມງ ໄຫວ້ພະສູດມົນ ຟັງທໍາມະເທດສະນາ ແລະ ວັນທີ 26 ກໍລະກົດ ເວລາ 7:00 ໂມງ ພິທີໃສ່ບາດຖວາຍທານ ພະສົງ 39 ອົງ ຈາກນັ້ນໃນບັນດາແຂວງທີ່ຜ່ານໄປນັ້ນ

ຈະມີການປະກອບບໍາເພັນກຸສົນ 1 ຄືນ ຄື: ວັນທີ 27 ກໍລະກົດ ເຄື່ອນຍ້າຍໄປແຂວງບໍລິຄໍາໄຊ ວັນທີ 28 ກໍລະກົດ ເຄື່ອນຍ້າຍໄປແຂວງຄໍາມ່ວນ ວັນທີ 29 ກໍລະກົດ ເຄື່ອນຍ້າຍໄປທີ່ແຂວງສະຫວັນນະເຂດ ວັນທີ 30 ກໍລະກົດ ເຄື່ອນຍ້າຍໄປແຂວງຈໍາປາສັກ ແລະ ວັນທີ 31 ກໍລະກົດ ເຄື່ອນຍ້າຍໄປທີ່ແຂວງອັດຕະປື ແລະ ຍົກຂຶ້ນພຣະແທ່ນປະດິດສະຖານໄວ້ພ້ອມບໍາເພັນກຸສົນ  ວັນທີ 1 ສິງຫາ 2020 ເປັນອັນຈົບພິທີ ສະນັ້ນຂໍເຊີນຊວນພໍ່ແມ່ປະຊາຊົນ ແລະ ການຈັດຕັ້ງທຸກພາກສ່ວນ ທຸກແຂວງທີ່ຈະຜ່ານໄປໃນຄັ້ງນີ້ ໄດ້ເປັນເຈົ້າພາບ ເຈົ້າສັດທາຮ່ວມກັນ ໃນການຕ້ອນຮັບພິທີສະເຫຼີມສະຫຼອງດັ່ງກ່າວ ແລະ ສໍາລັບທ່ານໃດທີ່ມີຈິດໃຈຢາກໂມທະນາປະກອບສ່ວນແມ່ນສາມາດໂມທະນາໄດ້ຕາມເຫື່ອແຮງ ແລະ ສັດທາ.

error: Content is protected !!