ເກັບຄ່າທຳນຽມທາງ ແລະ ພາສີທີ່ດິນຫຼຸດແຜນການ ສາເຫດຈາກການແຜ່ລະບາດຂອງພະຍາດໂຄວິດ-19

ການ​ເກັບ​ຄ່າ​ທຳ­ນຽມ​ທາງ ແລະ ພາ­ສີ​ທີ່​ດິນ ໃນ 6 ເດືອນ​ຕົ້ນ​ປີ 2020 ບໍ່​ບັນ­ລຸ​ແຜນ­ການ​ນັ້ນ ສາ­ເຫດ​ຫຼັກ​ເກີດ​ຈາກ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ໃນ​ໄລ­ຍະ​ຕົ້ນ​ປີ ເຮັດ​ໃຫ້­ການ​ໂຄ­ສະ­ນາ ແລະ ລົງ​ຊຸກ­ຍູ້​ລາຍ​ຮັບ​ໄດ້​ຢຸດ​ຊົ່ວ­ຄາວ​ໄລ­ຍະ​ໜຶ່ງ.

ທ່ານ ກົງ​ຄຳ ສິດ­ທິ​ວໍ­ລະ​ດາ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ໄດ້​ກ່າວ​ວ່າ: ການ​ເກັບ​ຄ່າ​ທຳ­ນຽມ​ທາງ​ໃນ​ປີ 2020 ນັບ​ແຕ່​ເດືອນ​ມັງ­ກອນ​ຮອດ​ວັນ​ທີ 15 ກໍ­ລະ­ກົດ 2020 ສາ­ມາດ​ເກັບ​ຄ່າ​ທຳ­ນຽມ​ທາງ​ໄດ້​ທັງ​ໝົດ 63,36 ຕື້​ກີບ ເທົ່າ​ກັບ 35,95% ຂອງ​ແຜນ­ການ​ປີ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ຫຼຸດ​ລົງ -18,04% ຫຼື​ປະ­ມານ 13,94 ຕື້​ກີບ ມີ​ພາ­ຫະ­ນະ​ເສຍ​ຄ່າ​ທາງ​ທັງ​ໝົດ 317.718 ຄັນ ເທົ່າ​ກັບ 22,62% ຂອງ​ພາ­ຫະ­ນະ​ທັງ​ໝົດ (ໃນ​ຈຳ­ນວນ​ລົດ​ທັງ​ໝົດ 1.404.491 ຄັນ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປິ​ຜ່ານ​ມາ​ຫຼຸດ​ລົງ -15,50% ຫຼື ຫຼຸດ​ປະ­ມານ 58,266 ຄັນ. ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ເກັບ​ຄ່າ​ພາ­ສີ​ທີ່​ດີນ ປີ 2020 ການ​ເກັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 15 ກໍ­ລະ­ກົດ 2020 ສາ­ມາດ​ເກັບ​ໄດ້​ທັງ​ໝົດ 97,45 ຕື້​ກີບ ເທົ່າ​ກັບ 42,56% ຂອງ​ແຜນ­ການ​ປີ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ຫຼຸດ​ລົງ -21,67% ຫຼື​ປະ­ມານ 26,96 ຕື້​ກີບ ໃນ​ນັ້ນ ຊຳ­ລະ​ຜ່ານ​ທະ­ນາ­ຄານ​ທັງ​ໝົດ 7,05 ຕື້​ກີບ ເຊິ່ງ​ຫຼຸດ​ຈາກ​ປີ­ຜ່ານ­ມາ -27,59% ເປັນ​ເງິນ 2,69 ຕື້​ກີບ ລວມ​ຕອນ​ດີນ​ທີ່​ຊຳ­ລະ​ທັງ​ໝົດ 87,573 ຕອນ ທຽບ​ໄລ­ຍະ​ຜ່ານ​ມາ​ຫຼຸດ​ລົງ 53,321 ຕອນ ເຊິ່ງ​ສາ­ເຫດ​ຫຼັກ​ທີ່​ເກັບ​ຫຼຸດ​ຈາກ​ປີ­ຜ່ານ­ມາ ແມ່ນ​ຢູ່​ໃນ​ໄລ­ຍະ​ທີ່​ມີ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ໃນ​ຊ່ວງ​ຕົ້ນ​ປີ ເຮັດ​ໃຫ້­ການ​ໂຄ­ສະ­ນາ ແລະ ລົງ​ຊຸກ­ຍູ້​ລາຍ​ຮັບ​ໄດ້​ຢຸດ​ຊົ່ວ­ຄາວ​ໄລ­ຍະ​ໜຶ່ງ.

ກອງ​ປະ­ຊຸມ​ເປີດ​ກວ້າງ​ທົບ​ທວນ­ຄືນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ເກັບ​ຄ່າ​ທຳ­ນຽມ​ທາງ ແລະ ພາ­ສີ​ທີ່​ດິນ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ແຜນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ­ຕໍ່­ໜ້າ ໄດ້​ຈັດ​ຂຶ້ນ​ວັນ​ທີ 17 ກໍ­ລະ­ກົດ 2020 ທີ່​ກົມ​ສ່ວຍ​ສາ​ອາ­ກອນ ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ສ່ວຍ​ສາ​ອາ­ກອນ​ແຂວງ ນະ­ຄອນ­ຫຼວງ​ວຽງ​ຈັນ ເມືອງ ພ້ອມ​ດ້ວຍ​ຕາງ­ໜ້າ​ຈາກ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

error: Content is protected !!