ອາ​ເມຣິກາ​ ຊ່ວຍ​ເຫຼືອມຸ້ງເຄືອບຢາ​ ເກືອບ​ແສນດາງໃຫ້ລາວ

    ພິທີມອບມຸ້ງຊ່ວຍເຫຼືອຈາກອົງການພັດທະນາສາກົນອາເມຣິກາ (USAID) ຈັດຂຶ້ນວັນທີ 17 ກໍລະ ກົດ 2020 ທີ່ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດອາເມຣິກາປະຈຳລາວ ແລະ ຮັບໂດຍທ່ານ ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ມີຫົວໜ້າສູນ ຮອງຫົວໜ້າສູນ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ມີມຸ້ງເຄືອບຢາ 88.000 ກວ່າດາງ ຕະຫຼອດໄລຍະຜ່ານມາ ລັດຖະບານອາເມຣິກາໄດ້ໃຫ້ການຊ່ວຍເຫຼືອປະເທດລາວຫຼາຍດ້ານ ໂດຍສະເພາະ ວຽກງານສາທາລະນະສຸກ ເຊິ່ງໄດ້ສ້າງຄວາມເຂັ້ມແຂງໃນການຮັບມືກັບພະຍາດຕ່າງໆ ເຊັ່ນ: ພະຍາດໂຄວິດ-19 ມາລາເລຍ ພະຍາດຕິດຕໍ່ທາງເພດສຳພັນ ແລະອື່ນໆ ມາຮອດປັດຈຸບັນ ໄດ້ຊ່ວຍມຸ້ງເຄືອບຢາໃຫ້ກະຊວງສາທາລະນະສຸກ ທັງໝົດ 7 ແສນກວ່າດາງ ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ 470.000 ຊຸດ ແລະ ການປິ່ນປົວພະຍາດມາລາເລຍ 1 ແສນກວ່າຄັ້ງ.

    ໂອກາດນີ້ ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈມາຍັງທ່ານ ປີເຕີ ເຮມ໋ອນ ແລະ USAID ກໍຄື ລັດຖະບານອາເມຣິກາທີ່ເຫັນໄດ້ຄວາມສຳຄັນຂອງການຕອບໂຕ້ການລະບາດຂອງພະຍາດຕ່າງໆ ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສາທາລະນະສຸກຂອງລາວ ເພື່ອກຳຈັດພະຍາດໄຂ້ມາລາເລຍໃຫ້ໝົດໄປຈາກປະເທດລາວ ແລະ ຈະນຳເອົາເຄື່ອງຈຳນວນນີ້ໄປແຈກຢາຍໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ແລະ ສ່ຽງຕໍ່ການລະບາດຂອງພະຍາດໄຂ້ມາລາເລຍຢ່າງທົ່ວເຖິງ.

error: Content is protected !!