ສອງບໍລິສັດຮ່ວມກັນ ບໍລິການການເງິນດີຈີຕອນເທິງມືຖື

ພິ​ເປີດ​ໂຕ​ບໍ­ລິ­ສັດ ລາວ​ໂມ​ບາຍ​ມັນ​ນີ ຈຳ­ກັດ​ຜູ້​ດຽວ ແລະ ບໍ­ລິ­ການ M-Money ການ​ເງິນ​ດິ​ຈີ​ຕອນ​ເທິງ​ມື​ຖື ຈັດ​ຂຶ້ນ​ວັນ​ທີ 17 ກໍ­ລະ­ກົດ 2020 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ຄູ່​ຮ່ວມ​ທຸ­ລະ​ກິດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ທັນ​ສະ­ໄໝ ຊາ​ມຸນ­ຕີ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ລາວ​ໂມ​ບາຍ​ມັນ​ນີ ຈຳ­ກັດ​ຜູ້​ດຽວ ກ່າວ​ວ່າ: ການ​ເປີດ​ບໍ­ລິ­ການ​ແອັບ​ພລີ​ເຄ​ຊັນ M Money ກະ­ເປົາ​ເງິນ​ເທິງ​ມື​ຖື ທີ່​ສາ­ມາດ​ໃຊ້​ກັບ​ການ​ໃຊ້​ຊີ­ວິດ​ປະ­ຈຳ​ວັນ​ແບບ​ໃໝ່ ທີ່​ເນັ້ນ​ຄວາມ​ສະ­ດວກ​ສະ­ບາຍ​ໃນ​ການ​ຈ່າຍ​ເງິນ ໂດຍ​ບໍ່​ຕ້ອງ​ພົກ​ພາ​ເງິນ­ສົດ M Money ສາ­ມາດ​ຈ່າຍ​ຄ່າ​ນ້ຳ ຄ່າ​ໄຟ­ຟ້າ ຄ່າ​ໂທລະ­ສັບ ຄ່າ​ບິນ​ຕ່າງໆ ແລະ ສາ­ມາດ​ໂອນ​ເງິນ​ໄປ​ທະ­ນາ­ຄານ​ຕ່າງໆ​ໄດ້​ພຽງ​ປາຍ​ນີ້ວ ຫຼື ຕ້ອງ­ການ​ເອົາ​ເງິນ​ເຂົ້າ​ໃນ M Money ກໍ​ສາ­ມາດ​ເຮັດ​ໄດ້​ດ້ວຍ​ທີ​ງ່າຍໆ​ທີ່​ຈຸດ​ບໍ­ລິ­ການ​ທົ່ວ​ປະ­ເທດ.

ສຳ­ລັບ​ຜູ້​ຮ່ວມ​ທຸ­ລະ​ກິດ ມີ​ບໍ­ລິ­ສັດ ລາວ​ໂທລະ​ຄົມ­ມະ­ນາ­ຄົມ​ມະ­ຫາ­ຊົນ ບໍ­ລິ­ສັດ T Plus ດີ​ຈີ​ຕອນ ຈຳ­ກັດ ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ ທະ­ນາ­ຄານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຈີນ ຈຳ­ກັດ ທະ­ນາ­ຄານ​ພັດ­ທະ­ນາ​ລາວ ທະ­ນາ­ຄານ​ສົ່ງ­ເສີມ​ກະ­ສິ­ກຳ ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ທະ­ນາ­ຄານ​ເອັສ​ທີ ທະ­ນາ­ຄານ​ຮ່ວມ​ທຸ­ລະ​ກິດ​ລາວ​ຫວຽດ ທະ­ນາ­ຄານ​ອິນ­ດູ­ຈີນ ຈຳ­ກັດ ທະ­ນາ­ຄານ​ເອ​ຊີ​ລີ​ດາ​ລາວ ຈຳ­ກັດ ທະ­ນາ­ຄານ​ມາ​ລູ​ຮານ​ເຈ​ແປນ​ລາວ ບໍ­ລິ­ສັດ NCC ຈຳ­ກັດ​ຜູ້​ດຽວ ບໍ­ລິ­ສັດ​ ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ­ທະ­ນາ​ລາວ ບໍ­ລິ­ສັດ ຮຸ່ງ​ອາ​ລຸນ​ໂລ​ຈິດ​ສະ​ຕິກ ຈຳ­ກັດ​ຜູ້​ດຽວ ແລະ ບໍ­ລິ­ສັດ ໂກ​ເທັກ​ດີ້ ຈຳ­ກັດ​ຜູ້​ດຽວ.

ພາຍ­ຫຼັງ​ບໍ­ລິ­ສັດ​ເປີດ​ເປັນ​ທາງ​ການ ຈະ​ຂະ­ຫຍາຍ​ການ​ບໍ­ລິ­ການ 3 ໄລ­ຍະ​ຄື: ໄລ­ຍະ​ທີ 1 ເລີ່ມ​ກໍ­ລະ­ກົດ 2020 ເປັນ­ຕົ້ນ​ໄປ ຈະ​ໄດ້​ໃຫ້​ບໍ­ລິ­ການ​ເຂດ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄລ­ຍະ​ທີ 2 ເລີ່ມ​ທ້າຍ​ເດືອນ​ສິງ­ຫາ 2020 ຈະ​ຂະ­ຫຍາຍ​ບໍ­ລິ­ການ​ໄປ​ອີກ 9 ແຂວງ​ຄື: ບໍ່​ແກ້ວ ອຸ­ດົມ​ໄຊ ຫຼວງ​ນ້ຳ​ທາ ໄຊ​ຍະ​ບູ​ລີ ຫຼວງ​ພະ​ບາງ ແຂວງ​ວຽງ​ຈັນ ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະ­ຫວັນ​ນະ​ເຂດ ຈຳ­ປາ​ສັກ ແລະ ຄູ່​ຮ່ວມ​ທຸ­ລະ​ກິດ​ຕ່າງໆ. ໄລ­ຍະ​ທີ 3 ເລີ່ມ​ເດືອນ​ກັນ­ຍາ 2020 ຂະ­ຫຍາຍ​ບໍ­ລິ­ການ​ໄປ​ທົ່ວ​ປະ­ເທດ M Money App ສະ­ໝັກ​ງ່າຍ ພຽງ​ແຕ່​ທ່ານ​ລົງ­ທະ­ບຽນ​ດ້ວຍ​ໂທລະ­ສັບ​ມື​ຖື ແລະ ບັດ­ປະ­ຈຳ­ຕົວ​ຂອງ​ທ່ານ ກໍ​ສາ­ມາດ​ໃຊ້​ໄດ້​ເລີຍ. M Money ມີ​ຄວາມ​ປອດ​ໄພ​ໃນ​ການ​ເຂົ້າ​ໃຊ້​ໂດຍ​ການ scan ລາຍ​ມີ ຫຼື scan ໃບ​ໜ້າ​ຂອງ​ທ່ານ ແລະ ມີ​ໂປຣ​ໂມ​ຊັນ​ແຈ້ງ​ເຕືອນ​ທຸກ​ຄັ້ງ​ທີ່​ມີ​ການ​ໃຊ້​ຈ່າຍ ທ່ານ​ສາ­ມາດ​ດາວ​ໂຫຼດ App Store ແລະ Play Store.

error: Content is protected !!