ພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນ (ມ4) ແລະ ຕອນປາຍ (ມ7) ປະຈໍາສົກຮຽນ 2019-2020 ຈັດຂຶ້ນວັນທີ 15 ກໍລະກົດ 2020 ທີ່ໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ວຽງຈັນ-ໂຮຈີມີງ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານ ສົມພອນ ສອນດາລາ ວ່າການຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ຄະນະຜູ້ບໍລິຫານການສຶກສາ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກີລາ ນວ ກ່າວ ວ່າ: ທົ່ວ ນວ ມີໂຮງຮຽນມັດທະຍົມສຶກສາທັງໝົດ 180 ແຫ່ງ ໃນນັ້ນມີໂຮງຮຽນເອກະຊົນ 76 ແຫ່ງ ໂຮງຮຽນທີ່ມີຂັ້ນ ມ4 ມີ 158 ໂຮງຮຽນ ແລະ ໂຮງຮຽນຂັ້ນ ມ7 ມີ 93 ໂຮງຮຽນ ນັກຮຽນ ມ4 ມີ 11.526 ຄົນ ຍິງ 5.820 ຄົນ ແລະ ນັກຮຽນ ມ7 ມີ 9.774 ຄົນ ຍິງ 4.900 ຄົນ.

ການກະກຽມການສອບເສັງເລີ່ມມາແຕ່ຕົ້ນຮຽນພາກຮຽນທີ II ເປັນຕົ້ນມາ ໄດ້ເປີດກອງປະຊຸມຜູ້ອໍານວຍການໂຮງຮຽນໃນການກະກຽມຄວາມພ້ອມດ້ານອາຄານສະຖານທີ່ ບ່ອນທີ່ຈະຈັດຕັ້ງເປັນສູນສອບເສັງ ເຊັ່ນ: ຫ້ອງສອບເສັງ ໂຕະ ຕັ່ງ ແລະ ສະພາບແວດລ້ອມຕ່າງໆ (ລະບົບນໍ້າ ໄຟຟ້າ ແລະ ອື່ນໆ) ຂຶ້ນແຜນງົບປະມານຮັບໃຊ້ການສອບເສັງອອກແຈ້ງການເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງແລະ ຜູ້ອໍານວຍການໂຮງຮຽນມັດທະຍົມທຸກແຫ່ງເພື່ອກະກຽມຄວາມພ້ອມຮອບດ້ານ.

ການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ຈັດຂຶ້ນວັນທີ 22-24 ກໍລະກົດ 2020 ແລະ ຊັ້ນມັດທະຍົມຕອນປາຍ (ມ7) ຈັດຂຶ້ນວັນທີ 29-30 ກໍລະກົດ 2020 ວິຊາສອບເສັງຂັ້ນ ມ4 ສອບເສັງ 6 ວິຊາຄື: ຄະນິດສາດ ພາສາລາວ-ວັນນະຄະດີ ວິທະຍາສາດທໍາມະຊາດວິທະຍາສາດສັງຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ຂັ້ນ ມ7 ສອບເສັງ 4 ວິຊາຄື:ຄະນິດສາດພາສາລາວ-ວັນນະຄະດີ ຊີວະສາດ ແລະ ວິຊາພູມສາດ ສ່ວນສະຖານທີ່ສອບເສັງ ແລະ ກໍາມະການຮັບຜິດຊອບຂັ້ນ ມ4 ຈັດເປັນ 28 ສູນສອບເສັງ ມີຈໍານວນນັກສອບເສັງທັງໝົດ 11.526 ຄົນ ຍິງ 5.820 ຄົນ ມີຫ້ອງສອບເສັງ 576 ຫ້ອງ ສະເລ່ຍຫ້ອງລະ 20 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ ຈັດຢູ່ເມືອງຈັນທະບູລີ 1 ສູນ ຢູ່ ມສ ວຽງຈັນ ເມືອງສີໂຄດຕະບອງຈັດ 4 ສູນ ຢູ່ ມປ ວຽງຈັນ-ໂຮຈີມີງ ມສ ຈັນສະຫວ່າງ ມຕ ສີຖານເໜືອ ແລະ ມຕ ສີໄຄ ເມືອງໄຊເສດຖາ 4 ສູນ ຢູ່ ມສ ນາຄວາຍ ມສ ລາວ-ຫວຽດນາມ ມສ ໄຊເຊດຖາ ແລະ ມສ ໜອງບອນ ເມືອງສີສັດຕະນາກ 2 ສູນ ຢູ່ ມສ ເພຍວັດ ມປ ສີສັດຕະນາກ ເມືອງນາຊາຍທອງ 3 ສູນ ຢູ່ ມຕ ອີ່ໄລ ມສ ໂພນທອງ ແລະ ມສ ນາຊາຍທອງ ເມືອງໄຊທານີ 7 ສູນ ຢູ່ ມສ ທົ່ງມັ່ງ ມສ ທ່າງ່ອນ ມສ ດອນໜູນ ມສ ສາທິດ ມສ ຕານມີໄຊ ມສ ໄຜ່ລ້ອມ ແລະ ສູນໂພນງາມ ເມືອງຫາດຊາຍຟອງ 2 ສູນ ຢູ່ ມສ ສາລາຄາ ແລະ ສູນ ມຕ ທ່າມວງ ເມືອງສັງທອງ 1 ສູນສອບເສັງ: ມສ ສີທອງ ເມືອງປາກງື່ມ 3 ສູນ ຢູ່ມສ ນາຝາຍ ມສ ນາຊອນ ແລະ ມສ ສົມສະຫວາດ.

ການສອບເສັງຂັ້ນ ມ7 ຈັດເປັນ 22 ສູນສອບເສັງ ມີນັກສອບເສັງທັງໝົດ 9.774 ຄົນ ຍິງ 4.900 ຄົນ ມີຫ້ອງສອບເສັງ 492 ຫ້ອງ ສະເລ່ຍຫ້ອງລະ 20 ຄົນ ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ ມີກໍາມະການຍາມຫ້ອງທັງໝົດ 1.647 ຄົນ ໄດ້ຈັດຢູ່ແຕ່ລະເມືອງຄື: ເມືອງຈັນທະບູລີ 2 ສູນ ຢູ່ ມສ ວຽງຈັນ ແລະ ມປ ຈັນທະບູລີ ເມືອງສີໂຄດຕະບອງຈັດ 3 ສູນ ຢູ່ ມສ ຈັນສະຫວ່າງ ມປ ທົ່ງປົ່ງ ແລະ ມປ ມິດຕະພາບວຽງຈັນ-ໂຮຈີມີງ ເມືອງໄຊເສດຖາ 3 ສູນ ຢູ່ ມສ ໂພນທັນ ມສ ໄຊເຊດຖາ ແລະ ສູນ ມສ ໜອງບອນ ເມືອງສີສັດຕະນາກ 2 ສູນ ຢູ່ ມປ ສີສັດຕະນາກ ແລະ ມສ ສົງໂສກປ່າຫຼວງ ເມືອງນາຊາຍທອງ 2 ສູນ ຢູ່ ມສ ນາຊາຍທອງ ແລະ ມສ ໂພນທອງ ເມືອງໄຊທານີ 6 ສູນ ຢູ່ ມສ ດອນໜູນ ມສ ໄຜ່ລ້ອມ ມສ ໂພນງາມ ມສ ທົ່ງມັ່ງ ແລະ ມສ ສາທິດ ເມືອງຫາດຊາຍຟອງ 1 ສູນ ຢູ່ ມສ ສາລາຄໍາ ເມືອງສັງທອງ 1 ສູນ ຢູ່ ມສ ສີທອງ ເມືອງປາກງື່ມ 2 ສູນ ຢູ່ ມສ ນາຊອນ ແລະ ມສ ສົມສະຫວາດ.

ໂອກາດນີ້ທ່ານ ສີຫຸນ ສິດທິລືໄຊ ໄດ້ເນັ້ນໃຫ້ນັກຮຽນຈົ່ງເອົາໃຈໃສ່ສອບເສັງນຳໃຊ້ຄວາມຮູ້ທີ່ໄດ້ຮຽນ ເພື່ອຕອບຂໍ້ສອບໃຫ້ຖືກຕ້ອງ ແລະ ໄດ້ຄະແນນທີ່ດີ ສ່ວນຄະນະຮັບຜີດຊອບເອົາໃຈໃສ່ປະຕິບັດໜ້າທີ່ຢ່າງສອດຄ່ອງ ໂປ່ງໃສ ເປັນກາງ ຍຸຕິທຳ ພ້ອມເນັ້ນໃຫ້ແຕ່ໂຮງຮຽນ ຫ້ອງການສຶກສາທິການ ແລະ ກີລາເມືອງ ໂດຍສະເພາະແຕ່ລະສູນສອບເສັງເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນພະຍາດ COVID-19 ໃຫ້ຄູ-ອາຈານ ແລະ ນັກຮຽນຈົ່ງພ້ອມກັນໃສ່ຜ້າປິດປາກ-ດັງ ແທກອຸ່ນນະພູມ ຈັດສັນບ່ອນລ້າງມືຢ່າງເໝາະສົມຮັບປະກັນການສອບເສັງໃຫ້ມີຄຸນນະພາບປະສົບຜົນສຳເລັດຕາມລະດັບຄາດໝາຍ ພ້ອມນີ້ທ່ານຍັງໄດ້ມອບຜ້າອັດປາກ-ດັງໃຫ້ພະແນກສຶກສາທິການ ແລະ ກີລາ ນວ ເພື່ອນຳໄປມອບຕໍ່ໃຫ້ຫ້ອງການສຶກສາທິການ ແລະ ກີລາເມືອງ ເພື່ອນຳໃຊ້ເຂົ້າໃນການສອບເສັງຄັ້ງນີ້ຕື່ມອີກ.
